ລາວ, ອາເມຣິກາ ຮ່ວມມື ດ້ານຊັພຍາກອນນ້ຳ

ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ ຫຼື Mississippi River Commission ປະເທດ ສະຫະຣັຖອາເມຣິກາ ແລະ ລາວ ມີການຮ່ວມມືກັນ ເພື່ອຍົກລະດັບ ການບໍຣິຫານ ຈັດການແມ່ນ້ຳຂ້າມພົມແດນ, ການຫຼຸດຄວາມສ່ຽງ ຈາກພັຍພິບັດ ແລະ ການພັທນາ ທີ່ຍືນຍົງ ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມຈະເຣີນຮຸ່ງເຮືອງ.

ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ (MiRC) ໄດ້ພົບກັບ ທ່ານ ດຣ. ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນ້ຳຂອງສາກົລ (MRC) ແລະ ຄະນະ, ວັນທີ 14 ກໍຣະກະດາ 2022. ຮູບພາບ: US Embassy in Vientiane

ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ຫຼື Mississippi River Commission ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ເດີນ​ທາງ​ມາ​ຢ້ຽມ​ຢາມ ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ຄື ລາວ ແລະ ກັມ​ພູ​ຊາ ລະ​ຫວ່າງ ວັນ​ທີ 10-16 ກໍ​ຣະ​ກະ​ດາ 2022 ເພື່ອ​ເສີມ​ສ້າງ​ຄ​ວາມ​ຮ່ວມ​ມື ໃນ​ການ​ພັ​ທ​ນາ ແລະ ຈັດ​ການ​ຊັ​ພ​ຍາ​ກອນ​ນ້ຳ, ປະ​ສິ​ດ​ທິ​ພາບ ແລະ ການ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ຫຼາຍ​ຂຶ້ນ.

ການ​ຮ່ວມ​ມື​ຄັ້ງ​ນີ້ ຈະ​ຊ່ວຍ​ຍົກ​ລະ​ດັບ​ການ​ບໍ​ຣິ​ຫານ ຈັດ​ການ​ແມ່​ນ້ຳ​ຂ້າມ​ພົມ​ແດນ, ການ​ຫຼຸດ​ຄວາມ​ສ່ຽງ ຈາກ​ພັຍ​ພິ​ບັດ ແລະ ການ​ພັ​ທ​ນາ​ທີ່​ຍືນ​ຍົງ ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ.

ພົນ​ຕ​ຣີ Diana M. Holland ປະ​ທານ​ຄະ​ນະ​ກັມ​ມາ​ທິ​ການ​ແມ່​ນ້ຳ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ກ່າວ​ຜ່ານ​ທາງ​ເຟ​ສ​ບຸກຄ໌ໄລ​ວ໌ ຂອງ​ສະ​ຖານ​ທູນ​ອາ​ເມ​ຣິ​ກາ ປະ​ຈຳ​ລາວ ໃນ​ວັນ​ທີ 12 ກໍ​ຣະ​ກະ​ດາ ວ່າ: 

ເຮົາບໍ່ໄດ້ກັງວົນກັບເຣື່ອງອື່ນ ແຕ່ເຮົາຄິດເຖິງ ສິ່ງສຳຄັນສຳລັບຊຸມຊົນ ທີ່ເຮັດວຽກ ແລະ ອາໄສຢູ່ຕາມແມ່ນ້ຳຂອງ ເພື່ອຮັບປະກັນວ່າ ຈະຊ່ວຍປົກປັກຮັກສາຄວາມປອດພັຍ ຂອງແມ່ນ້ຳໃຫ້ກັບທຸກຄົນໃນໂລກ ໂດຍສະເພາະຢ່າງຍິ່ງປະເທດຂອງເຮົາ, ມັນເປັນໂອກາດດີ ທີ່ວກເຮົາຈະຮ່ວມມືກັນ ແລະ ເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈດີຂຶ້ນກວ່ານີ້.”

ສຳ​ລັບ​ການ​ເດີນ​ທາງ​ມາ ຢ້ຽມ​ຢາມ ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ຄື ສ​ປ​ປ​ ລາວ ຄະ​ນະ​ກັມ​ມາ​ທິ​ການແມ່​ນ້ຳ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ໄດ້​ປະ​ຊຸມ​ກັບ 3 ໜ່ວຍ​ງານ ທີ່​ມີ​ຄວາມ​ສຳ​ຄັນ ແລະ ກ່ຽວ​ຂ້ອງ​ກັບ​ການ​ບໍ​ຣິ​ຫານ​ນ້ຳ​ຂ​ອງ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ຮ່ວມ​ກັນ ເຊິ່ງ​ສະ​ຖານ​ທູດຕອາ​ເມ​ຣິ​ກາ ປະ​ຈຳ​ລາວ ໃຫ້​ການ​ຕ້ອນ​ຮັບ ແລະ ສ​ນັບ​ສ​ນູນ​ຂໍ້​ມູນ​ຕ່າງໆ.

ເຈົ້າ​ໜ້າ​ທີ່​ສ​ຖານ​ທູດ​ອາ​ເມ​ຣິ​ກາ ປະ​ຈຳ​ລາວ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣິ​ກະ​ດາ ວ່າ:

ທາງຄະນະຜູ້ແທນ ເພິ່ນກະມາຢ້ຽມຢາມ 3 ບ່ອນຫັ້ນນ່າເຈົ້າ ໄປພົບຄະນະກັມມາທິການ ແມ່ນນ້ຳຂອງສາກົ, ກະຊວງ ຊັຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ແລ້ວກະຊວງລັງງານ ແລະ ບໍ່ແຮ່ ເນາະ. ສຖານທູຕພວກເຮົາກະເປັນນຶ່ງໃນນັ້ນ ທີ່ໄດ້ຮັບຮອງ ແລ້ວກໍນັບນູນເຮື່ອງ Media ສື່ຕ່າງໆ.”

ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​​ມິສ​ຊິ​ສຊີບ​ປີ້ ຍັງ​ໄດ້​ເຊັນ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ​ກັນ ກັບ​ຄະ​ນ​ະ​ກັມ​ມາ​ທິ​ການ​ແມ່​ນ້ຳ​ຂອງສາ​ກົນ ໂດຍ ມີ​ເປົ້າ​ໝາຍ 11 ດ້ານ ປະ​ກອບ​ມີ ການ​ປັບ​ໂຕ ​ຕໍ່​ການ​ປ່ຽນ​ແປງ​ຂອງ​ ສະ​ພາບ​ດິນ​ຟ້າ​ອາ​ກາດ, ການ​ຈັດ​ການ​ຊັ​ພ​ຍາ​ກອນ​ນ້ຳ​ ແບບ​ບູ​ຣະ​ນາ​ການ, ການ​ຈັດ​ການ​ພັຍ​ແລ້ງ, ການ​ພະ​ຍາ​ກອນ​ ອຸ​ທຸກພັຍ, ກາ​ນ​ພັ​ທ​ນາ​ໄຟ​ຟ້າ​ ພ​ລັງ​ງານ​ນ້ຳ ແລະ ການ​ປະ​ເມີນ​ຜົ​ລ​ກະ​ທົບ, ຄວາມ​ຕ້ອງ​ການ ແລະ ໃຊ້​ການ​ກະ​ເສ​ຕ ແລະ ຄວາມ​ໝັ້ນ​ຄົງ​ ດ້ານ​ສະບຽງ​ອາ​ຫານ, ປັບ​ປຸງ​ກາ​ນຳ​ທາງ, ທາງ​ຜາ​ຜ່ານ, ຄຸນ​ນະ​ພາບ​ນ້ຳ ແລະ ພື້ນ​ທີ່​ລຸ່ມ​ນ້ຳ.

ແຕ່​ລະ​ຂົງ​ເຂດ ມີ​ຄວາມ​ກ່ຽວ​ຂ້ອງ ແລະ ຮີບ​ດ່າວນ​ສຳ​ລັບ​ແມ່​ນ້ຳ​ຂອງ ຍ້ອນ​ວ່າ ຫຼາຍ​ປີ​ຜ່​ານ​ມາ ມີ​ການ​ໃຊ້​ນ້ຳ​ເພື່ອ​ຜ​ລິດ​ໄຟ​ຟ້າ, ພັຍ​ນ້ຳ​ຖ້ວມ ແລະ ພັຍ​ແຫ້ງ​ແລ້ງ ທີ່​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ ​ຂອງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ລະ​ດັບ​ນ້ຳ​ຂອງ, ການ​ໄຫຼ​ຂອງ​ຕະ​ກອນ ຫຼື ຝຸ່ນ​ຕົມ, ການ​ອົ​ບ​ພະ​ຍົບ​ຂອງ​ປາ, ຄວາມ​ເຄັມ​ທີ່​ເພີ່ມຂຶ້ນ ທີ່​ສົ່ງ​ຜົ​ລ​ຕໍ່​ການ​ດຳ​ລົງ​ຊີ​ວິຕ ແລະ ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ ຂອງ​ຄອບ​ຄົວ​ຊາວ​ປະ​ມົງ ແລະ ຊາວ​ກະ​ເສ​ຕກອນ ຫຼາຍລ້ານ​ຄອບ​ຄົວ ໃນ​ພື້ນ​ທີ່​ຕອນ​ລຸ່ມ​ແມ່​ນ້ຳ​ຂອງ.

ໃນ​ຄວາມ​ຄິດ​ເຫັນ ​ຂອງ​ຊາວ​ບ້ານ​ແລ້ວ, ການ​ຮ່ວມ​ມີ​ແບບນີ້ ກໍ​ເປັນ​ສິ່ງ​ທີ່​ມີ​ປ​ໂຍດ ເພື່ອ​ຈະ​ໄດ້​ມາ​ໃຊ້​ໃຫ້​ເກີດ​ຜົ​ລ.

ຊາວ​ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:

ແມ່ນແລ້ວ ເປັນເຣື່ອງທີ່ດີທີ່ສຸດ ເພິ່ນຊ່ວຍທຶນຊ່ວຍຮອນ ຊ່ວຍຄວາມຮູ້ ບົດຮຽນປະສົບການຂອງເພິ່ນ ກະດີລະບໍ່ຊ່ວຍກັນ ເຮົາກະເອົາຄວາມຮູ້ນຳເພິ່ນ ຄັນແມ່ນບໍ່ເໝາະສົມກັບບ້ານເຮົາ ກະພະຍາຍາມດັດແປງມັນ.”

ການ​ສ້າງ​ເຂື່ອນ ​ມີ​ຜົ​ລ​ຕໍ່​ລະ​ບົບ​ນິ​ເວດ ແຕ່ ຊາວ​ບ້ານ​ຢູ່​ປະ​ເທດ​ລາວ ​ກໍ​ຄັດ​ຄ້ານ​ເຣື່ອງ​ເຂື່ອນບໍ່​ໄດ້.

ຊາວ​ປະ​ມົງ ​ຢູ່ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:

ອ້າຍກະເປັນປະມົງນີ້ແຫຼະ ຢູ່ນ້ຳຂອງຄືກັນ ຫາປາຄືກັນ ມີຜົກະທົບເຣື່ອງລະບົບນິເວດ ເຂື່ອນນີ້ສຳຄັນທີ່ສຸດ ເຮົາກະເວົ້າບໍ່ໄດ້ເນາະ ເຮົາເວົ້າງ່າຍໆຄືສ່ຽງໜ້ອຍໆ.”

ແຕ່​ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ​ກໍ​ເຫັນ​ວ່າ ຄະ​ນະ​ກັມ​ມາ​ທິ​ການ​ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ຄວນ​ສົ່ງ​ເສີມ​ພາກ​ປະ​ຊາ​ສັງ​ຄົມ ໃຫ້​ມີ​ການ​ແລກ​ປ່ຽນ​ຄຳ​ຄິດ, ຄຳ​ເຫັນ ​ໃນ​ລະ​ດັບ​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ໃນ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ໃຫ້​ມີ​ບົດ​ບາດ​ ໃນ​ການ​ບໍ​ຣິ​ຫານ​ຊັ​ພ​ຍາ​ກອນ​ນ້ຳ.

ທ່ານ ຫານ​ນະ​ລົງ ເຍົາ​ວະ​ເລີດ ປະ​ທານ​ມູນ​ນິ​ທິ ຈັດ​ການ​ນ້ຳ​ແບບ​ບູ​ຣະ​ນາ​ການ ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:   

ຂ້ອຍຄິດວ່າ ມັນໜ້າຈະເປັນການແລປ່ຽນຂອງພາກປະຊາຊົນ ຕໍ່ການຈັດການແມ່ນ້ຳຂອງ ເພື່ອໃຫ້ຮູ້ທັນກັບການກໍ່ສ້າງ ທີ່ມັນເກີດຂຶ້ນລອດເວລາໃນແມ່ນ້ຳຂອງ ບໍ່ວ່າຈະເປັນເຣື່ອງເຂື່ອນ, ເຣື່ອງກັນເຈື່ອ ຖ້າເປັນການແລປ່ຽນ ໃນປະເດັນແບບນີ້ ຂ້ອຍຄິດວ່າ ໜ້າຈະເປັນໂຍດກັບການຈັດການແມ່ນ້ຳຂອງ, ກໍລະນີ MRC ໃນເຣື່ອງຂອງທາງເລືອກ ແລ້ວກະການຈັດການນ້ຳ ຄວນຈະດຶງເອົາພາກປະຊາສັງຄົມ ເຂົ້າມາມີສ່ວຮ່ວມນຳດ້ວຍ.”

ສ່ວນ​ວ່າ ດ​ຣ. ອາ​ນຸ​ລັກ ກິດ​ຕິ​ຄຸນ ຫົວ​ໜ້າ​ກອງ​ເລ​ຂາ ຄະ​ນະ​ກັມ​ມາ​ທິ​ການ​ ແມ່​ນ້ຳ​ຂອງ​ສາ​ກົ​ລ ກ່າວ​ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ວ່າ ຄວາມ​ຮ່ວມ​ມື​ແບບນີ້ ມີ​ຄ່າ​ສຳ​ລັບ​ເຮົາ ເມື່ອ​ພິ​ຈາ​ຣະ​ນາ ເຖິງ​ຄວາມ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ ​ໃນ​ປັດ​ຈຸ​ບັນ, ພວກ​ເຂົາ​ເຈົ້າ​ມີ​ປະ​ສົບ​ການ​ຫຼາຍ​ດ້ານ ກ່ຽວ​ກັບ​ການ​ຈັດ​ການ​ແມ່ນ້ຳ ແລະ ຊັ​ພ​ຍາ​ກອ​ນນ້ຳ ໂດຍ​ສະ​ເພາະ​ຢ່າງ​ຍິງ ວຽກ​ງານ​ຂອງ​ການ​ສ້າງ​ເຂື່ອນ ແລະ ການ​ອອ​ບ​ແບບທີ່​ປັບ​ປ່ຽນໄດ້ ເຊິ່ງ​ປະ​ເທດ​ລຸ່ມ​ແມ່​ນໍ້​ຂອງ ແລະ ປະ​ຊາ​ຊົນ​ ຈະ​ໄດ້​ຜົ​ລປ​ໂຍດ ​ຢ່າງ​ແນ່ນອນ ຈາກ​ການ​ແລກ​ປ່ຽນ​ບົດ​ຮຽນ ທີ່​ໄດ້​ຮັບ​ຜ່ານ​ການ​ເຊັນ​ບົດ​ບັນ​ທຶກ ​ຄວາມ​ເຂົ້າ​ໃຈ. 

ກ່ອນ​ໜ້ານີ້ ໃນ​ປີ 2009, ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ໄທ​ຍ, ກັມພູ​ຊາ ແລະ ວຽດ​ນາມ ໄດ້​ລິ​ເຣີ່ມໂຄງ​ການ Mekong-U.S Partnership ໂດຍ​ໂຄງ​ການ​ດັ່ງ​ກ່າວ ເນັ້ນ​ການ​ສົ່ງ​ເສີມ​ຄວາມ​ໝັ້ນ​ຄົງ, ສັນ​ຕິ​ພາບ, ຄວາມ​ຈະ​ເຣີນ​ຮຸ່ງ​ເຮື່ອງ ແລະ ການ​ພັ​ທ​ນາ​ແບບ​ຍືນ​ຍົງ ຂອງ​ອະ​ນຸ​ພາກ​ພື້ນ​ ແມ່​ນ້ຳ​ຂອງ ໂດຍ​ຜ່ານ​ການ​ຮ່ວມ​ມື​ ລະ​ຫວ່າງ ບັດນດາ​ປະ​ເທດ ​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ ຫຼາຍຝ່າຍ ເຊັ່ນ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ລາວ, ໄທ​ຍ, ກັມ​ພູ​ຊາ, ພະ​ມ້າ ແລະ ວຽດ​ນາມ.

ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ ຂອງ​ໂຄງ​ການ Mekong-U.S Partnership ກະ​ຊວງ​ ການ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ ໄດ້​ສນອງ​ທຶນ​ຈຳ​ນວນ​ນຶ່ງ ໃຫ້​ແກ່​ການ​ຮ່ວມ​ມື ລະ​ຫວ່າງ ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​ຂອງ​ສາ​ກົນ ແລະ ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳມິສ​ຊິ​ສຊີບ​ປີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org