ອາຊີບ ທີ່ຫຼົ້ມແຫຼວ ຈາກເຂື່ອນ ໄຊຍະບູຣີ

0:00 / 0:00

ປະ​ຊົ​ນ​ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ທີ່​ໂຍກ​ຍ້າຍ​ອອກ​ຈາກໂຄງ​ການ ​ເຂື່ອນ​ໄຊ​ຍະ​ບູ​ຣີ ຈຳ​ນວນ​ນຶ່ງກໍ​ມີລາຍ​ຮັບ ບໍ່​ເທົ່າ​ກັບຕອນ​ທີ່​ເຂົາ​ເຈົ້າ ​ຢູ່​ບ້ານ​ເດີມ ແລະ ຫຼາຍ​ຄົນ​ກໍ​ຍັງ​ມີ​ອາ​ຊີບບໍ່​ຄົງ​ທີ່. ໃນ​ເບື້ອງ​ຕົ້ນ​ໂຄງ​ການ ໄດ້​ຝຶກ​ອົບ​ຮົມ​ການ​ລ້ຽງ​ປາ ແລະ ລ້ຽງ​ກົບ ໃຫ້​ເຂົາ​ເຈົ້າ ແຕ່ ຕໍ່​ມາ​ ກິ​ຈ​ກັມ​ດັ່ງ​ກ່າວກໍ​ລົ້ມ​ແຫຼວ​ໄປ. ​ຊາວ​ບ້ານ​ ຈຳ​ເປັນ​ຕ້ອງ​ໄດ້​ເຊົາລ້ຽງ ແລະ ປະ​ໄວ້ແຕ່ອ່າງ​ຊິ​ມັງ ທີ່​ເປົ່າ​ວາງໄວ້​ຂ້າງ​ບ້ານ.

ຊາວ​ບ້ານຕາ​ລານຄົນນຶ່ງ ທີ່ຖືກ​ໂຍກ​ຍ້າຍ​ຈາກ​ໂຄງ​ການ ​ເຂື່ອນ​ໄຊ​ຍະ​ບູ​ຣີໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: " ເຄີຍ ​ມາ​ສົ່ງ​ອ​າ​ຊີບ​ເຄິ່ງ​ປີ ລະ​ກະ​ຄອບ​ຄົວ​ນີ້ ກະ​ຈົກ​ຖື​ລ້ຽງ​ກົບ​ແດ່ ຫາ​ປາ​ແດ່​ຫັ້ນ​ລະ ແຕ່​ມັນກະ​ໄປ​ຕໍ່​ບໍ່​ໄດ້ລະ​ເຂດນອກນີ້ ລະ​ຫວ່າງ ​ໂຄງ​ການ​ມັນ​ຈົບ​ແລ້ວ ລ້ຽງ​ກົບ​ລະ​ກະ​ບໍ່​ມີ​ບ່ອນ​ຂັບ​ຖ່າຍ​ອອກ. ເຣື່ອງ​ນ້ຳ, ເຣື່ອງ​ຫຍັງ ​ມັນ​ກະ​ຍາກ​ເນາະ​ພໍ ນ້ຳ​ປະ​ປາ​ ໂຄງ​ການ​ເພິ່ນ​ເຮັດ​ໃຫ້​ກະ​ໃຊ້​ບໍ່​ໄດ້. ນ້ຳ​ທີ່​ວ່າ ມາ​ຈາກ​ລ້ຳ​ຫ້ວຍ​ຫັ້ນ​ລະ​ທີ່​ວ່າ."

ຢູ່​ບ້ານ​ຕາ​ລານ, ການ​ລ້ຽງ​ກົບ​ ບໍ່​ສາ​ມາດ​ໄປ​ດຳ​ເນີນ​ໄປ​ໄດ້ ແລະ ຊາວ​ບ້ານ ຫຼາຍ​ 10 ຄອບ​ຄົວ ກໍ​ພາ​ກັນ​ເຊົາ​ໝົດ.

ຊາວ​ບ້ານ ນາງ​ນີ້ ກ່າວ​ຕື່ມ​ອີກວ່າ:

“ມັນ​ໄປ​ໄດ້​ກະ​ໄປ​ບໍ່​ລອດ​ ເພາະ​ວ່າ ລ້ຽງ​ກົບ​ນີ້​ກະ​ຂາຍ​ອອກ ບໍ່​ໄດ້​ແດ່​ ລະ​ກະເສັຽ​ຫາຍ​ແດ່​ ລະ​ກະ​ມີ​ຄົນ​ລັກ​ເລັກ​ຂ​ໂມຍ​ນ້ອຍ​ແດ່ ເຮົາ​ບໍ່​ມີ​ວັດ​ຖຸ​ແບບ​ວ່າ ຮັກ​ສາ​ໄວ້​ດີ​ດີ. ລະ​ບົບ​ນ້ຳ​ມັນ​ກະ​ບໍ່​ດີ ແບບ​ວ່າ ບໍ່​ໄດ້​ຊື້​ໄດ ບໍ່​ໄດ້​ຊື້​ຫຍັງ​ມາ​ເຮັດ​ແດ່ ມັນ​ໄປ​ຕໍ່​ບໍ່​ໄດ້​ນະ ຢູ່​ບ້ານນີ້ ກະ​ບໍ່​ມີ​ຄົນ​ລ້ຽງ​ແລ້ວ ລະ​ກະ​ຂາຍ​ສົ່ງ​ອອກບໍ່​ໄດ້​ລະ ມັນ​ໄປ​ຕໍ່​ບໍ່​ໄດ້.”

ຊາວ​ບ້ານຫຼາຍ​ຄອບ​ຄົວ​ທີ່​ເຄີຍ​ເຮັດ​ອາ​ຊີບ​ຫາ​ປາ, ແຕ່​ປັດ​ຈຸ​ບັນ ກໍ​ບໍ່​ສາ​ມາດ​ເຮັດ​ໄດ້ ເພາະ​ວ່າ ປາບໍ່​ຫຼາຍ​ຄື​ແຕ່ກ່ອນ ແລະ ເຮືອ​ຂອງ​ຊາວ​ບ້ານ​ຫຼາຍ​ລຳ ກໍ​ຈອ​ດ​ໄວ້​ແຄມ​ຕາ​ຝັ່ງ​ເທົ່າ​ນັ້ນ ໂດຍ​ທີ່​ຊາວ​ບ້ານ ບໍ່​ໄດ້​ໃຊ້​ຫຍັງ.

ຊາວ​ແຂວງ​ໄຊ​ຍະ​ບູ​ຣີ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເຂົາ ​ຫາ​ປາບໍ່​ໄດ້ ເຂົາ​ເລີຍ​ຈອດ​ໄວ້ ມັນ​ເປັນ​ນ້ຳ​ຍື່ງຫັ້ນ​ນ່າ ແຕ່ກີ້​ມັນ​ຈະ​ເປັນ​ແບບ​ວ່າ ນ້ຳ​ມັນ​ໜ້ອຍ​ເນາະ ເຂົາ​ຫາ​ປູ​ ຫາ​ປາ​ມັນ​ງ່າຍ​ເນາະ ມັນ​ໄດ້ ດຽວນີ້​ນິ​ຫາບໍ່​ໄດ້."

ໃນ​ເບື້ອງ​ຕົ້ນ ຕອນ​ທີ່​ຍັງ​ມີ​ການກໍ່​ສ້າງ​ເຂື່ອນ ຊາວ​ບ້ານ​ຈະ​ໄດ້​ເຮັດ​ວຽກ​ ເປັນ​ກັມ​ມະ​ກອນ​ນຳ​ໂຄງ​ການ​ ແລະ ເຂົາ​ເຈົ້າ​ກໍ​ມີລາຍ​ໄດ້ ແຕ່ຫຼັງ​ຈາກ​ໂຄງ​ການ​ເຂື່ອນ​ສ້າງ​ແລ້ວ ຊາວ​ບ້ານ​ກໍ​ບໍ່​ໄດ້​ເຮັດ​ວຽກ​ຕໍ່.

ຖ້າ​ປ່ຽບ​ທຽບ​ລາຍ​ໄດ້ ແຕ່​ກ່ອນ ທີ່ບໍ່​ທັນ​ຍ້າຍ​ບ້ານ ກັບ ປັດ​ຈຸ​ບັນ ຈະ​ເຫັນ​ວ່າ ບາງ​ຄອບ​ກໍ​ມີ​ລາຍ​ໄດ້ໜ້ອຍກວ່າ​ແຕ່​ກ່ອນ​ທີ່​ ໂຄງ​ການ​ເຂື່ອນ​ຈະ​ເຂົ້າ​ມາ.

ຊາວ​ບ້ານຕາ​ລານ ຄົນ​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ຢູ່ ​ບ້ານ​ເກົ່າ​ນີ້​ ກະ​ຄິດ​ໄລ່​ຢູ່ ປີ​ນຶ່ງກະຢູ່​ປີ​ນຶ່ງ ກະ​ຄິດ​ເປັນ​ຫົວ​ຄົນ​ນີ້​ກະ ທໍ່​ໃດ 5 ລ້ານ ກີບ, 7 ຄົນ ໝົດ​ປີ ສະ​ເລັ່ຽ​ໃສ່​ຫົວ​ຄົນ ຖືກ​ຜູ້​ນຶ່ງ 5 ລ້ານ."

ຊາວ​ບ້ານ​ຕາ​ລານ ຄົນ​ດຽວ​ກັນ​ນີ້ ກ່າວຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ​ວ່າ “ປັ​ດ​ຈຸ​ບັນ ຄອບ​ຄົວຂອງ​ລາວ ຫາ​ໄດ້​ພຽງ​ແຕ່ 1 ລ້ານ​ກີບ ຕໍ່​​ປີ ​ຕໍ່ຄົນ​ເທົ່າ​ນັ້ນ ຖ້າ​ຄິດ​ສະ​ເລັ່ຽ​ໃສ່​ຈຳ​ນວນ​ຄົນ ​ໃນ​ຄອບ​ຄົວ​.”

ນອກ​ຈາກນີ້ ໂຄງ​ການ​ໄດ້​ຈັດ​ສັນ​ທີ່​ດິນ​ ໃຫ້​ຊາວ​ບ້ານຄອບ​ຄົວ​ນຶ່ງບໍ່​ເກີນ 1 ເຮັກ​ຕ້າຣ໌ ຫຼື ບາງ​ຄອບ​ຄົວ ກໍ​ໄດ້​ທີ່​ດິນພຽງ​ແຕ່ 0.7 ເຮັກ​ຕ້າຣ໌ ແລະ ບາງ​ຄອບ​ຄົວ​ກໍ​ໄດ້​ດິນພຽງ​ແຕ່ 0.5 ເຮັກ​ຕ້າຣ໌ ເພື່ອ​ປູກ​ພືດ.

ໃນ​ເບື້ອງ​ຕົ້ນ ບາງ​ຄອບ​ຄົວກໍ​ປູກ​ກ້ວຍ ​ບໍ່​ປະ​ສົບ​ຜົນ​ສຳ​ເຣັດ ແລະ ຕໍ່​ມາເຂົາ​ເຈົ້າ​ກໍ​ຫັນ​ມາປູກ​ມັນ​ຕົ້ນ, ແຕ່ ລາຍ​ຮັບ​ກໍ​ບໍ່​ໄດ້​ດີ ເພາະ​ວ່າຊາວ​ບ້ານ​ມີ​ທີ່​ດິນ​ໜ້ອຍ.

ຊາວບ້ານເນີນ​ສະ​ຫວ່າງ ຄົນ​ນຶ່ງທີ່​ຖືກ​ໂຍກ​ຍ້າຍ ຈາກ​ໂຄງ​ການ​ເຂື່ອນ​ໄຊ​ຍະ​ບູ​ຣີ ໄດ້​ກ່າວ​ຕໍ່​ວິຍຸເອ​ເຊັຽ​ເສ​ຣີ ວ່າ:

" ມັນ ​ຍາກ​ຫຼາຍ​ ກະ​ຄື​ເພິ່ນ​ເອົາ​ດິນ​ໃຫ້​ເຮົາ​ເນາະ 0.5 ເຕັກ​ຕ້າຣ໌ ບາດນີ້​ເນາະ 0.5 ເຮົາ​ເຮັດ​ຫຍັງ​ກະ​ບໍ່​ພໍ​ກິນ ເພິ່ນ​ໃຫ້​ປູກ​ກ້ວຍ ບາດນີ້ ກ້ວຍບໍ່​ມີ​ຜູ້​ຊື້​ລະ​ກະ​ໄດ້​ຫັນ​ປ່ຽນ ​ເປັນ​ແນວ​ອື່ນ ປູກ​ມັນ​ຕົ້ນ​ດຽວນີ້​ນ່າ ກະ​ບໍ່​ພໍ​ກິນດອກ ຄອບ​ຄົວ​ໃດ ກະ​ບໍ່​ພ​ກິນດອກ."

ການ​ມາ​ຢູ່​ບ້ານ​ໃໝ່ ​ຄ່າ​ຄອງ​ຊີບແພງ​ກວ່າ​ເກົ່າ ເພາະ​ວ່າ ທຸກ​ຢ່າງ​ກໍ​ໄດ້​ຊື້ ສ່ວນ​ວ່າ ຢູ່​ບ້ານ​ເກົ່າ ຊາວ​ບ້ານ​ມີ​ທີ່​ດິນ​ເຮັດ​ໄຮ່,​ ເຮັດ​ນາ​ ແລະ ກໍ​ສາ​ມາດ​ລົງ​ຫາ​ປາ​ ຢູ່​ນ້ຳ​ຂອງ​ໄດ້.

ຊາວ​ບ້ານເນີນ​ສະ​ຫວ່າງ ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

" ​ການ​ຄອງ​ຊີບ ເຮົາ​ມັນ​ບໍ່​ມີ​ດິນດອນ​ຕ່ອນຫຍ້າ ທຳ​ການ​ຜ​ລິຕ​ເດ້ ຕອນ​ຢູ່​ບ້ານ​ເກົ່າ​ເຮົາ​ກະ​ແບບ​ນຶ່ງ ນ້ຳ​ເຮົາ​ກະ​ບໍ່​ໄດ້​ຊື້​ກິນ ເຂົາ​ເຮົາ​ກະ​ບໍ່​ໄດ້​ຊື້​ກິນ​ຈັ່ງ​ຊີ້​ເດ້ ເຮົາ​ທໍ​າ​ການ ​ຜ​ລິຕ ດິນດອນ​ຕ່ອນ​ຫຍ້າ​ເຮົາ​ມີ​ຫຼາຍ."

ຢູ່​ບ້ານ​ເນີນ​ສະ​ຫວ່າງ ມີ​ປະ​ມານ​ 200 ປາຍ​ຄອບ​ຄົວ ເພາະ​ວ່າ ມັນ​ມີ ບ້ານ​ທ້ອນ​ໂຮມ​ເຂົ້າ​ກັນຫຼາຍ​ບ້ານເຊັ່ນ ​ບ້ານ​ຫ້ວຍ​ຫີບ, ບ້ານ​ປາກ​ເນີນ, ບ້ານ​ໂຄກ​ໃຫຍ່, ແລະ ບ້ານ​ຫ້ວຍ​ເດື່ອ ອີງ​ຕາມ​ຂໍ້​ມູນ​ຈາກຊາວ​ບ້ານ​ເນີນ​ສະ​ຫວ່າງ​.

ຕອນ​ທີ່ໂຄງ​ການ​ກຳ​ລັງ​ກໍ່​ສ້າງ​ເຂື່ອນ ຊາວ​ບ້ານ ໄດ້​ເຮັດ​ວຽກ​ເປັນ​ກັມມະ​ກອນ​ນຳ ສະ​ນັ້ນ ເຂົາ​ເຈົ້າ​ກໍ​ພໍ​ມີ​ເງິນໃຊ້ ເພາະ​ວ່າ ບາງ​ຄົນ​ກໍ​ໄດ້ເງິນ​ເດືອນຢ່າງໜ້ອຍ 1 ລ້ານ​ປາຍ ກີບ ຂຶ້ນ​ໄປ.

02.jpg
ເຮືອຊາວບ້ານຈອດໄວ້ແຄມທ່າ ໂດຍ ຊາວບ້ານ ບໍ່ໄດ້ໃຊ້ອອກຫາປາ ຍ້ອນວ່າ ຫາປາບໍ່ໄດ້ຄືແຕ່ກ່ອນ , ເດືອນພຶສພາ ປີ 2022.

ຫຼັງ​ຈາກ​ເຂື່ອນ​ສ້າງ​ແລ້ວ ແລະ ໝົດ​ໂຄງ​ການ ຊາວ​ບ້ານ​ກໍ​ບໍ່​ມີອາ​ບໍ່​ຄົງ​ທີ່ ຍ້ອນ​ວ່າ ຖ້າເຂົາ​ເຈົ້າ​ຈະກັບ​ໄປ​ເຮັດ​ຮົ້ວ​-ເຮັດ​ສວນ ເຂົາ​ເຈົ້າ​ກໍ​ບໍ່​ມີ​ດິນ​ພຽງ​ພໍ.

ຊາວ​ບ້ານ ເນີນ​ສະ​ຫວ່າງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ໂຕ ​ເພິ່ນ​ແບ່ງ​ໃຫ້ 0.5 ນີ້ ມັນ​ບໍ່​ໄດ້ ບໍ່​ກຸ້ມ​ກິນ​ລະ​ອຶດ​ຫິວນີ້ ແຕ່ກີ້ ເຮົາ​ບໍ່​ໄດ້​ເຮັດ​ຮົ້ວ​ເຮັດ​ສວນ ເພາະ​ວ່າ ເຮົາ​ເຮັດ​ວຽກ​ເຂື່ອນ​ເດ້ ໃຜ​ກະ​ມີ​ເງິນ​ມີ​ຄຳ."

ຊາວບ້ານ​ເນີນ​ສະ​ຫວ່າງ ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ​: “ຊາວ​ບ້ານປະ​ມານ 10 ປາຍ​ຄອບ​ຄົວ ໄດ້​ພາກ​ກັນ​ໄປ​ບຸກ​ເບີກ​ເນື້ອ​ທີ່​ເຮັດ​ໄຮ່, ເຮັດ​ນາ ຄືນ ຢູ່​ເຂດ​ບ້ານ​ເກົ່າ​ເຂົາ​ເຈົ້າ ແຕ່ ກໍ​ຖືກ​ທາງ​ການ​ຫ້າມບໍ່​ໃຫ້​ເຮັດ ແລະ ຖ້າ​ເຮັດ​ຈະ​ຖືກ​ປັບ​ໃໝເປັນ​ເງິນ 40-50 ລ້ານ​ກີບ.”

ນອກ​ຈາກນີ້ ໂຄງ​ການເຂື່ອນ ກໍ​ເອົາ​ປັດ, ໄກ່, ແບ້​ ແລະ ໝູ່ ມາ​ໃຫ້​ຊາວ​ບ້ານ​ລ້ຽງ ແຕ່ ກໍ​ຕາຍ​ໝົດ ແລະ ຍິ່ງ​ໄປ​ກວ່ານັ້ນ ປະ​ຊາ​ຊົນທີ່​ຖືກ​​ໂຍກ​ຍ້າຍ​ ມາ​ບ້າ​ນ​ເນີນ​ສະ​ຫວ່າງບໍ່​ມີ​ນາ​ເຮັດ.

​ຊາວ​ບ້ານ​ເນີນ​ສະ​ຫວ່າງ ທ່ານນີ້ ກ່າວ​ຕື່ມ​ວ່າ:

" ເພິ່ນ ​ເອົາ​ແບ້​ມາ​ໃຫ້​ລ້ຽງ​ ຕາຍ​ກະ​ມີ ລ້ຽງ​ເປັດ​ ລ້ຽງ​ໄກ່​ຕາຍ​ກະ​ມີ ລ້ຽງ​ໝູ ໝູ​ຕາຍ​ກະ​ມີ ບໍ່​ມີ​ນາ​ບ້ານ​ເຮົາ​ນີ້ ບໍ່​ມີ​ນາ​ຈັກ​ບ່ອນ."

ນອກ​ຈາກນີ້ ໂຄງ​ການ​ຍັງ​ໄດ້ ສົ່ງ​ເສີມ​ໃຫ້​ຊາວ​ບ້ານ​ປູກຢາງ​ພ​າ​ຣາ ເພື່ອ​ຂາຍ​ໃຫ້​ບໍ​ຣິ​ສັດ​ເອກ​ຊົນ, ແຕ່ ການ​ປູກ​ຢາງ​ພາ​ຣາ ຕ້ອງ​ໃຊ້​ເວ​ລາ​ຫຼາຍ​ປີ ຈຶ່ງ​ສາ​ມາດ​ປາດ​ຢາງ​ໄປ​ຂາຍ​ໄດ້ ແລະ ເຂົາ​ເຈົ້າບໍ່​ມີ​ດິນ​ພຽງ​ພໍໃນ​ການ​ປູກ​ພືດ​ຊະ​ນິດ​ອື່ນ​ທົດ​ແທນ.

ຊາວ​ບ້ານ ຕານ​ລານ ອີກ​ຄົນ​ນຶ່ງ ໄດ້​ກ່າວ​ ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ບໍ່ ​ຮອດ​ເຮັກ​ຕ້າ ແຕ່​ວ່າ ຂະ​ເຈົ້າ​ປູກ​ຢາງ​ໃສ່​ເນາະ ປູກ​ຢາງ​ໃສ່ ກໍ່​ຫາ​ຊິ​ໄດ້​ກີດ​ຢາງປີນີ້ ແຕ່​ວ່າ ມັນ​ກະ​ບໍ່​ຫຼາຍ ເພາະ​ວ່າ ເນື້ອ​ທີ່​ມັນ​ໜ້ອຍ ແຕ່​ວ່າ​ຊິ​ປູກ​ແນວ​ອື່ນ ມັນ​ບໍ່​ພຽງ​ພໍ​ນ່າ ຢາກ​ຜູກ​ຜົ​ລ​ປູກ​ແບບ​ພືດ​ຜັກ​ຕ່າງໆ​ນ່າ ມັນ​ບໍ່​ພຽງ​ພໍ ແຕ່​ວ່າ ປູກ​ຢາງ​ໃສ່​ແລ້ວ ລະ​ມັນ​ກະ​ໝົດ ບາດນີ້ ຢາງນີ້​ມັນ​ກະ​ຫຼາຍ​ປີ ຈັ່ງ​ໄດ້​ຮັບ​ຜົ​ລ."

ການ​ຍົກ​ຍ້າຍ​ຈັດ​ສັນ​ປະ​ຊາ​ຊົນຈາກ​ບ້ານ​ເກົ່າ​ ມາ ​ບ້ານ​ຈັດ​ສັນ ມັນ​ຈະ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຊີ​ວິ​ຕ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໂດຍ​ກົງ ເພາະ​ວ່າ ຊາວ​ບ້ານ​ຢູ່​ເຂດ​ຊົນ​ບົດ​ຊິນ​ເຄີຍ​ກັບການ​ຢູ່​ພື້ນ​ທີ່ກວ້າງ ແລະ ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ປັບ​ໂຕ​ໄດ້​ກັບ​ສະ​ພ​າບ​ການ​ຢູ່​ບ້ານ​ຈັດ​ສັນແບບ​ຄັບ​ແຄບ​ໄດ້.

ນັກ​ວິ​ຊາ​ການ​ທ່ານ​ນຶ່ງ ຜູ້​ທີ່ເຮັດ​ເຣື່ອງ​ການ​ພັ​ທ​ນາ​ຊຸມ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເວົ້າ ​ຈາກ​ບ່ອນ​ເກົ່າ​ ໄປ​ສູ່​ບ່ອນ​ໃໝ່​ເຂົາປັບ​ໂຕ​ຢາກ​ຍາກ​ ຫັ້ນ​ແຫຼະ​​ເນາະ ເຂົາ​ເຄີຍ​ຢູ່​ບ່ອນ​ໂລ່ງ​ບ່ອນ​ແຈ້ງ ບ່ອນອາ​ກາດ​ສົດ​ຊື່ນ​ມີ​ທົ່ງ​ນາ ປ່າ​ໄມ້​ກວ້າງ​ຂວາງ ເຂົາ​ມາ​ຢູ່​ຄັບ​ແຄບ​ ທໍ່​ໃດ 40x40 ແມັດ ທໍ່​ໃດ 1 ໄຣ່ ເຄິ່ງ​ໄລ່​ເບາະ ຂະ​ເຈົ້າ​ເຮັດ​ໃຫ້​ມີ​ເຮືອນ."

ບັນ​ຫາ​ດັ່ງ​ກ່າວ ມັນ​​ສົ່ງ​ຜົ​ລ​ຕໍ່​ຊີ​ວິຕ​ການ​ເປັນ​ຢູ່​ ເຂົາ​ເຈົ້າ​ໄລ​ຍະ​ຍາວ ຫຼັງ​ຈາກ​ສິ້ນ​ສຸດ​ໂຄງ​ການ ເຂົາ​ເຈົ້າ​ກໍ​ກັບ​ມາທຸກຄື​ເກົ່າ.

ນັກ​ວິ​ຊາ​ການ​ທ່ານນີ້ ກ່າວ​ຕື່ມ​ວ່າ:

" ທຳ ​ອິດ​ກະ​ຄື​ວ່າ ດີ​ຫັ້ນ​ແຫຼະ​ການ​ຊົ​ດ​ເຊີຍ ແຕ່​ວ່າ ມາ​ເບິ່ງ​ໄລ​ຍະ​ຍາວ​ກະ​ຄື​ວ່າ​ຫັ້ນ​ແຫຼະ ຄັນ​ໝົດ​ຊ້ວງ​ໄປ ເຂົາ​ອອກ​ໄປ​ກະ​ທຸກ​ຄື​ເກົ່າ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາວ​ບ້ານ​ຫຼາຍ​ຄົນ ກໍ​ເວົ້າ​ວ່າ “ຫຼັງ​ຈາກ​ທີ່​ຍ້າຍ​ມາ​ຢູ່​ບ້ານ​ຈັດ​ສັ​ນ ກໍ​ມີ​ຂໍ້​ສະ​ດວກ ຄື ຖ​ນົນ​ຫົນ​ທາງສະ​ດວກ​ສະ​ບາຍ ເຮັດ​ໃຫ້​ການ​ໄປ ​ການ​ມາ​ສະ​ດວກກວ່າ​ຢູ່​ບ້ານ​ເກົ່າ, ແລະ ລະ​ບົບ​ໄຟ​ຟ້າ​ກໍ​ສະ​ດວກ​ສະ​ບາຍ.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ ເຈົ້າ​ໜ້າ​ທີ່ຜູ້​ຮັບ​ຜິດ​ຊອບ ຂອງບໍ​ຣິ​ສັດ ຊໍ​ການ​ຊ່າງ ​ທີ່​ເປັນ​ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ເຂື່ອນ​ໄຊ​ຍະ​ບູ​ຣີ ເພື່ອ​ຖາມ​ຄຳ​ເຫັນ​ກ່ຽວ​ກັບ​ເຣື່ອງນີ້, ແຕ່ ​ເຈົ້າ​ໜ້າ​ທີ່ຄົນ​ດັ່ງ​ກ່າວ ບໍ່​ສະ​ດວກໃຫ້​ຄຳ​ເຫັນ​.

ນອກ​ຈາກນີ້ ເຈົ້າ​ໜ້າ​ທີ່​ບໍ​ຣິ​ສັດ ​ຊໍ​ການ​ຊ່າງຄົນ​ດັ່ງ​ກ່າວ ຍັງ​ບອກ​ໃຫ້ນັກ​ຂ່າວ ຂຽນ​ຄຳ​ຖາມ​ສົ່ງ​ໃຫ້, ແຕ່ ຫຼັງ​ຈາກສົ່ງ​ຄຳ​ຖາມ​ໃຫ້​ແລ້ວ ເຈົ້າ​ໜ້າ​ທີ່​ບໍ​ຣິ​ສັດ ຊໍ​ການ​ຊ່າງ​ທ່ານນີ້ ກໍ​ມິດ​ງຽບ​ໄປ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ຂອງ​ແຂວງ​ໄຊ​ຍະ​ບູ​ຣີ ທ່ານ​ນຶ່ງ ເຄີຍ​ເວົ້າ​ວ່າ “ໂຄງ​ການ​ເຂື່ອນ​ໄຊ​ຍະ​ບູ​ຣີ ຈະ​ພະ​ຍາ​ຍາມຟື້ນ​ຟູ​ຊີ​ວິຕ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ທີ່​ຖືກ​ໂຍກ​ຍ້າຍ ​ຈາກ​ໂຄງ​ການໃຫ້ດີ​ທີ່​ສຸດ ໂດຍ​ໄດ້ເອົາ​ໂຕ​ແບບ​ການຟື້ນ​ຟູ​ຊີ​ວິຕ ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຢູ່​ໂຄງ​ການ​ເຂື່ອນນ້ຳ​ເທີນ 2.”

ໂຄງ​ການ​ເຂື່ອ​ນ​ໄຊ​ຍະ​ບູ​ຣີ ສົ່ງ​ຜົນ​ກະ​ທົບ ​ຕໍ່​ປະ​ຊາ​ຊົນປະ​ມານ 4,000 ຄົວ​ເຮືອນ ຫຼື ປະ​ມານ 16,000 ຄົນ ເຊິ່ງ​ໃນ​ນັ້ນ 450 ຄົວ​ເຮືອນ ຖືກ​​ໂຍກ​ຍ້າຍ ອີງ​ຕາມ​ຂໍ້​ມູນ​ ຈາກ​ຄະ​ກຳ​ມາ​ທິ​ການ ​ແມ່​ນ້ຳ​ຂອງ​ສາ​ກົນ ຫຼື MRC.

ເຂື່ອນໄຊຍະບູຣີ, ເຊິ່ງ​ມີ​ກຳ​ລັງ​ການ​ຜ​ລິຕ ເກືອບ 1,300 ເມ​ກາ​ວັດ ມີມູ​ນ​ຄ່າ​ການກໍ່​ສ້າງ ປະ​ມານ 4 ຕື້ ​ໂດ​ລ້າ​ຣ໌, ໄດ້ທົດລອງ ຜລິດໄຟຟ້າ ໃນກາງເດືອນສິງຫາ 2019 ກ່ອນທີ່ ຈະຜລິຕໄຟ​ຟ້າ ຂາຍໃຫ້ໄທຍ ໃນເດືອນຕຸລາ 2019.