ຜູ້ເຄາະຮ້າຍນໍ້າຖ້ວມຍັງ ລໍາບາກ
2016.08.29
ທາງການ ແຂວງຫລວງພຣະບາງ ຍັງບໍ່ສາມາດ ຊ່ວຍເຫລືອ ຜູ້ປະສົບ ພັຍນ້ຳຖ້ວມ ໄດ້ ຢ່າງທົ່ວເຖິງ ຍ້ອນ ບໍ່ມີ ງົບປະມານ ພຽງພໍ ໃນການ ຈັດຊື້ ເຄື່ອງຂອງຕ່າງໆ ທີ່ຈຳເປັນ. ປັດຈຸບັນ ອຳນາດ ການປົກຄອງ ແຂວງ ກຳລັງເລັ່ງ ຊ່ວຍເຫຼືອ ຄອບຄົວ ທີ່ສູນເສັຽ ບ້ານເຮືອນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ສັງຄົມສົງເຄາະ ແຂວງ ຫລວງພຣະບາງ ໃນ ວັນທີ 29 ສິງຫາ 2016 ນີ້:
"ຍັງຂາດຫລາຍຢ່າງ ຢູ່ເນາະ ພວກເຮົາຊ່ວຍເຫລືອ ນັ້ນ ກໍບໍ່ສາມາດ ຊ່ວຍເຫລືອ ໝົດເນາະ ເພາະວ່າເຮົາ ຈະຊ່ວຍເຫລືອ ສຸກເສີນເນາະ ທີ່ວ່າຖືກ ຜົລກະທົບ ໜັກໆ ເຮືອນ ນັ້ນໄຫລອອກ ໄຫລໄປ ຕາມນໍ້າ ເລີຍເນາະ ແຕ່ວ່າຍັງ ຄອບຄົວ ທີ່ອັນນັ້້ນ ເສັຽຫາຍ ປະມານ 70 ບໍ່ 60 ເປີເຊັນ ນີ້ເຮົາຍັງ ບໍ່ທັນ ຊ່ວຍເຫລືອເທື່ອ ເຈົ້າ ພວກເຮົາ ຍັງບໍ່ທັນມີ ເຄື່ອງ ຊ່ວຍເຫລືອ ໝົດເທື່ອ".
ຄອບຄົວທີ່ໄດ້ຮັບ ຜົລກະທົບ ຮຸນແຮງ ຈາກພັຍນ້ຳຖ້ວມ ຢູ່ແຂວງ ຫລວງພຣະບາງ ຄັ້ງນີ້ມີ 39 ຄອບຄົວໃນ 3 ເມືອງຄື ເມືອງເງິນ, ເມືອງໂພນໄຊ ແລະເມືອງ ປາກແຊງ. ທາງການແຂວງ ໄດ້ຊ່ວຍ ແຕ່ລະຄອບຄົວ ມີເຄື່ອງຄົວກິນ, ຜ້າຫົ່ມ 2 ຜືນ, ເຂົ້າສານ 50 ກິໂລ ແລະ ສັງກະສີ ມຸງເຮືອນ. ແຕ່ກໍຍັງ ເຫັນວ່າ ເຄື່ອງຊ່ວຍເຫລືອ ນັ້ນຍັງ ບໍ່ທັນພຽງພໍ ເທື່ອ. ທ່ານເວົ້າວ່າ ທາງແຂວງ ຕ້ອງການ ຜູ້ ບໍຣິຈາກ ເປັນເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ຜ້າຫົ່ມ ສຳລັບ ຄອບຄົວ ອື່ນໆອີກ ຊຶ່ງຍັງບໍ່ທັນ ໄດ້ຮັບການ ຊ່ວຍເຫລືອ ນັ້ນເທື່ອ:
"ຄັນເປັນໄປໄດ້ ຢາກໃຫ້ໄດ້ຫັ້ນນະ ຈະເປັນເຂົ້າຕື່ມບໍ່ ແລ້ວກໍເຄື່ອງອຸປໂພກ ບໍຣິໂພກ ເປັນອາຫານ ແຫ້ງບໍ່ ຈະເປັນເຄື່ອງໃຊ້ ເຮືອນຄົວ ຕື່ມເນາະ ນໍ້າດື່ມເນາະ ນໍ້າດື່ມ ກໍຍັງຂາດຢູ່".
ທ່ານເວົ້າຕໍ່ໄປວ່າ ທາງແຂວງ ຫລວງພຣະບາງ ຍັງຂາດ ງົບປະມານ ຢູ່ຫລາຍ ໃນການຊ່ວຍເຫລືອ ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈາກພັຍນ້ຳຖ້ວມ ແລະ ຟື້ນຟູ ຖນົນຫົນທາງ ຊຶ່ງ ທາງແຂວງ ໄດ້ຮັບການ ບໍຣິຈາກ ຈາກບໍຣິສັດ ເອກກະຊົນ ຕ່າງໆ ເປັນຕົ້ນ ບໍຣິສັດ ເຂື່ອນໄຟຟ້າ ນ້ຳຄານ ທີ່ ຊ່ວຍເຫລືອ ຄອບຄົວ ຊຶ່ງ ໄດ້ຮັບຄວາມ ເສັຍຫາຍໜ້ອຍ.
ພ້ອມກັນນັ້ນ ຄນະກັມການ ແຫ່ງຊາດ ເພື່ອປ້ອງກັນ ແລະຄວບຄຸມ ພັຍພິບັດ ກໍ ເລັ່ງຣະດົມທຶນ ແລະ ອຸປະກອນ ເຄື່ອງໃຊ້ ທີ່ຈຳເປັນ ໃນຄອບຄົວ ເພື່ອຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມ ຢູ່ແຂວງ ຫລວງພຣະບາງ ແລະ ຫລາຍແຂວງ ພາກເໜືອ ຂອງລາວ.