ເມືອງນ້ຳບາກຂໍໃຫ້ເຊົາ ສວນກ້ວຍ
2017.04.04
ປະຊາຊົນທີ່ເມືອງນ້ຳບາກ ແຂວງຫລວງພຣະບາງ ຜູ້ທີ່ໄດ້ຮັບຜົລກະທົບ ຈາກ ການປູກກ້ວຍ ຂອງຈີນ ໂດຍສະເພາະ ຢູ່ບ້ານນະຄອນ ຊຶ່ງມິຊາວບ້ານ ຜູ້ນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ວ່າປະຊາຊົນ ແລະອຳນາດ ການປົກຄອງບ້ານ ບໍ່ຢາກໃຫ້ມີການ ປູກກ້ວຍຕໍ່ໄປ ຍ້ອນວ່າມັນ ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ສັນຍາເພິ່ນຖ້າຣັຖບານບອກໄປ ກໍຢາກໃຫ້ຢຸດຫັ້ນແຫຼ້ວ ອັນປະຊາຊົນເນາະ ຄັນວ່າມັນ ບໍ່ຢາກບຳບັດ ຄົນກໍຢາກໃຫ້ເຊົາ ຖ້າເປັນໄປໄດ້ ຖ້າຈົບສັນຍາກ່ອນ ຢາກໃຫ້ຫັນໄປແນວອື່ນ ເພາະວ່າຢ້ານມັນ ກະທົບເຣື້ອງປຸ້ຍ ເປັນເຄມີຫັ້ນນະ".
ທ່ານກ່າວຕື່ມວ່າ ການປູກກ້ວຍຂອງຈີນ ໃນລະຍະທີ່ຜ່ານມາ ໃນເຂດບ້ານນະຄອນ ບ້ານໂຄ້ງ ແລະບ້ານທ່ານູ ໄດ້ຮັບຜົລກະທົບ ຈາກ ການໃຊ້ສານເຄມີ ຢ່າງຫຼວງຫຼາຍ ອຳນາດການປົກຄອງບ້ານ ກໍໄດ້ໂອ້ລົມກັບ ນັກລົງທຶນຈີນ ເຈົ້າຂອງສວນກ້ວຍ ໃຫ້ແກ້ໄຂ ຊຶ່ງປັດຈຸບັນ ບັນຫາກິ່ນເຫມັນ ກໍບໍ່ຄ່ອຍມີປານໃດ ແຕ່ຊາວບ້ານ ບໍ່ຢາກໃຫ້ປູກກ້ວຍ ຕໍ່ໄປອີກ. ຕໍ່ບັນຫາດັ່ງກ່າວ ເຈົ້າຫນ້າທີ່ກະສິກັມ ເມືອງນ້ຳບາກ ກໍຢືນຢັນວ່າ ຈະບໍ່ໃຫ້ນັກລົງທຶນຈີນ ສືບຕໍ່ປູກກ້ວຍ ອີກຕໍ່ໄປ ເມື່ອຫມົດສັນຍາ:
"ຕົວນີ້ມີແຕ່ພວກທີ່ປູກໄປແລ້ວ ກະໃຫ້ຂະເຈົ້າ ຮັກສາຕົວເກົ່າເນາະ ບໍ່ໃຫ້ມີການຂຍາຍທີ່ໃຫມ່ ຜູ້ໃດຫມົດແລ້ວ ກໍແລ້ວເລີຍນະ ບໍ່ໃຫ້ຕໍ່ ສັນຍາໃຫມ່".
ທ່ານວ່າ ປັດຈຸບັນ ສວນກ້ວຍທີ່ເມືອງນ້ຳບາກ ເຫລືອສັນຍາ ປະມານ 3 ປີ ຄາດວ່າ ພາຍໃນປີ 2020 ສວນກ້ວຍ ທີ່ເມືອງນ້ຳບາກ ອາດຫມົດໄປແລະວ່າ ຫລັງຈາກ ສວນກ້ວຍຫມົດໄປແລ້ວ ທາງເມືອງ ກໍມີແຜນຟື້ນຟູດິນ ເພື່ອໃຫ້ ປະຊາຊົນ ຫັນມາປູກພືດ ຊນິດອື່ນ ທົດແທນ.