ບ້ານຫ້ວຍທາກມັກເກີດ ດິນເຈື່ອນ
2017.06.26
ປະຊາຊົນ ບ້ານທາກ ເມືອງຈອມເພັດ ແຂວງຫລວງພຣະບາງ ເປັນຫ່ວງ ຢ້ານເກີດເຫດດິນເຈື່ອນ ຍ້ອນການກໍ່ສ້າງ ຖນົນສາຍ 4B ຂອງ ທາງການລາວ ແລະຈີນ ທີ່ບໍ່ມີຣະບົບ ປ້ອງກັນດິນເຈື່ອນ. ເນື່ອງຈາກວ່າຜ່ານມາ ໃນບໍຣິເວນນັ້ນ ມີເຫດດິນເຈື່ອນ ຢູ່ເປັນປະຈຳ ໂດຍສະ ເພາະ ໃນຣະດູຝົນ. ດັ່ງຊາວບ້ານ ທ່ານນຶ່ງ ເວົ້າວ່າ:
"ຊີ່ສເນີ ຫລັງໂຄງການ ເຮັດກໍ່ກັນເຈື່ອນ ໃຫ້ເຂົາ ເຂົາບໍ່ເຮັດໃຫ້ ເຂົາຫລາຍປີ ເຊາະເຈື່ອນແນ່ ເວົ້າແລ້ວກໍຍາກໄດ້ ທາງໂຄງການຊ່ອຍ ເຫລືອທຶນເຣື້ອງ ປູນກໍ່ກັນເຈື່ອນ ຂຶ້ນກັບບ່ອນເຮືອເຂົາ ເຂົາສັກລົງເລິກໂພດ ມັນສູງເດ".
ທ່ານກ່າວ ຕື່ມວ່າ ເຮືອນປະຊາຊົນ ສ່ວນຫຼາຍ ປຸກເທີງເນີນພູ ແລະ ເນື້ອທີ່ສ້າງທາງເລກ 4B ນັ້ນກໍຜ່ານຕາມສັນພູ ໃນຫຼາຍຈຸດ ຊື່ງ ພູບາງຫນ່ວຍ ເປັນພູຫົວໂລ້ນ ບໍ່ມີຕົ້ນໄມ້ ຈ່ອງດິນໄວ້ ໃນຣະດູຝົນ ມັກຈະເກີດດິນເຈື່ອນ ເປັນປະຈຳ ສ້າງບັນຫາ ໃຫ້ແກ່ປະຊາຊົນ ໃນການ ສັນຈອນໄປມາ.
ເມື່ອວັນທີ 19 ມິຖຸນາ ຜ່ານມາ ທ່ານ ຈັນ ວັນນະສີ ເຈົ້າເມືອງໆຈອມເພັດ ກໍໄດ້ລົງໄປມອບເງິນ ຄ່າຊົດເຊີຍ ແກ່ຊາວບ້ານ ຈຳນວນ 19 ຄອບຄົວ ປະມານ 196 ລ້ານກີບ ຜູ້ທີ່ຖືກ ໂຍກຍ້າຍຈາກ ການສ້າງຖນົນຫລວງ ເລກທີ 4B ຣະຫວ່າງ ຊຽງແມນ ຫາຫົງສາ ແຕ່ບໍ່ໄດ້ ເວົ້າເຖິງການຊ່ອຍເຫຼືອ ເຣື້ອງດິນເຈື່ອນເລີຍ.
ປະຊາຊົນ ຜູ້ທີ່ໄດ້ຮັບຄ່າຊົດເຊີຍນັ້ນ ຍັງຢູ່ຕູບຢູ່ ຍັງບໍ່ມີບ່ອນຢູ່ໃຫມ່ ໃນການໂຍກຍ້າຍເທື່ອ. ຊາວບ້ານ ຍັງລໍຖ້າ ບ່ອນຢູ່ອາສັຍ ບ່ອນໃຫມ່ ໃນຂນະດຽວກັນ ກໍຈະສົ່ງຄຳຮຽກຮ້ອງ ກ່ຽວກັບ ດິນເຈື່ອນ ຫາ ຂັ້ນແຂວງ ເພື່ອແກ້ໄຂ.