ນໍ້າຖ້ວມເມືອງໂພນໄຊແຂວງ ຫລວງພຣະບາງ


2013.08.29
F-Flood-LP ນໍ້າຖ້ວມຄາວກ່ອນ ຕາມເສັ້ນທາງຣະຫວ່າງ ຫລວງພຣະບາງ ຫາ ວຽງຈັນ
worklivelaos

 

ຊາວບ້ານ ໃນເມືອງໂພນໄຊ ແຂວງຫລວງພຣະບາງ ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢ່າງແຮງ ຍ້ອນຝົນຕົກໜັກ ເມື່ອອາທິດທີ່ຜ່ານມາ ເປັນເວລາສີ່ຫ້າມື້ຕິດຕໍ່ກັນ. ປັດຈຸບັນຊາວບ້ານກວ່າ 800 ຄົນຈຳນວນເຈັດບ້ານ ກຳລັງຕ້ອງການ ການຊ່ວຍເຫຼືອ ໂດຍດ່ວນ ໂດຍສະເພາະ ອາຫານ ແລະນ້ຳກິນ; ຜ່ານມາ ກໍໄດ້ຮັບການ ຊ່ວຍເຫລືອ ເລັກນ້ອຍແລ້ວ ແຕ່ຍັງບໍ່ພຽງພໍ ແລະທົ່ວເຖິງ ດັ່ງຊາວບ້ານ ຜູ້ນຶ່ງເວົ້າວ່າ:

“ຂະເຈົ້າໄດ້ ເອົາເຂົ້າຜູ້ລະສອງໂລໃຫ້ ເຂົ້ານີ່ກະ 2-3 ມື້ນີ້ນີ່ແຫລະ ເພາະວ່າເຂົ້າແຕ່ນ້ອຍດຽວ ນຶ່ງ ເຣື່ອງແມ່ນເຂົ້າກິນ ກັບເຄື່ອງຄົວເຮືອນ ຜ້າຫົ່ມຜ້າຝາເຣື່ອງຖ້ວຍເຣື່ອງບ່ວງ ເຣື່ອງໝໍ້ແຮກແຕໂປະ ຕ້ອງການດ່ວນ.”

ຊາວບ້ານຜູ້ນີ້ເວົ້າອີກວ່າ ໃນຈຳນວນ 800 ກວ່າຄົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ເທື່ອນີ້ນັ້ນມີ 79 ຄົນບໍ່ມີເຮືອນຢູ່ຕ້ອງອາສັຍຢູ່ກັບ ພີ່ນ້ອງລູກຫລານ. ບັນຫາໃຫຍ່ອີກຢ່າງນຶ່ງການຕິດຕໍ່ໂດຍສະເພາະການຕິດຕໍ່ທາງໂທຣະສັບກໍຖືກຕັດຂາດ. ນັກຂ່າວວິທຍຸເອເຊັຍເສຣີ ຂອງ ພວກເຮົາໄດ້ ໂທຣະສັບໄປຖາມຫ້ອງການຊ່ວຍເຫລືອ ຢູ່ນະຄອນຫລວງພຣະບາງ ແລະໄດ້ຮັບຄຳຕອບວ່າ ທາງຫ້ອງການບໍ່ສາມາດໃຫ້ການ ຊ່ວຍເຫລືອ ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ ເພາະການຕິດຕໍ່ຍາກລຳບາກ.

ສະຫະປະຊາຊາດ ຣາຍງານເມື່ອຕົ້ນອາທິດນີ້ວ່າ ຊາວລາວເສັຍຊີວິດ 16 ຄົນ ແລະຫລາຍພັນຄົນ ສູນເສັຍເຮືອນບ່ອນຢູ່ອາໃສ ແລະ ບ່ອນ ທຳມາຫາກິນ ຍ້ອນນ້ຳຖ້ວມ ແລະ ຝົນຕົກໜັກໃນທົ່ວປະເທດ ໂດຍສະເພາະໃນພາກເໜືອຂອງລາວ. ໃນທົ່ວປະເທດ ມີຜູ້ໄດ້ຮັບເຄາະຮ້າຍ ທັງໝົດກວ່າ 115,000 ຄົນ; ການເສັຍຫາຍ ລວມທັງໝົດມີມູນຄ່າກວ່າ 17 ລ້ານດອນລ່າ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.