ທາງການຈະຄວບຄຸມ ການຂຸດຄົ້ນ ຫິນຜາ
2020.03.06
ທາງການແຂວງຫຼວງພຣະບາງ ຈະຄວບຄຸມການຂຸດຄົ້ນຫິນຜາ ຂອງໂຮງງານຊິເມັນເກັດທາວລາວ ຂອງນັກລົງທຶນຈີນ ຢູ່ເມືອງນ້ຳບາກ ໃຫ້ຮັດກຸມຂຶ້ນ ເພື່ອຮັບປະກັນຄວາມປອດພັຍໃຫ້ແກ່ປະຊາຊົນອ້ອມຂ້າງ. ເຈົ້າໜ້າທີ່ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ມິນາ ວ່າ:
"ບັນຫາເກົ່າແກ້ໄຂໄປແລ້ວ ແລ້ວກໍໄດ້ອະນຸຍາດໃຫ້ ຂະເຈົ້າສຳປະທານຄືນໃໝ່ຕໍ່ກັບແຫລ່ງຫິນຫັ້ນ ແລ້ວຂະເຈົ້າກໍຂຸດຄົ້ນ ແຕ່ວ່າພາຍໃຕ້ ການຄຸ້ມຄອງຂອງຄະນະກັມມະການຕ່າງໆ ຫັ້ນແຫລະ ດ້ວຍລະບຽບການທີ່ຮັດກຸມ ເຮັດການກວດກາເປັນລະບຽບ ຄັກແນ່ ເພື່ອປ້ອງກັນ ບໍ່ໃຫ້ເກີດເຫດຊ້ຳສອງ."
ເຈົ້າໜ້າທີ່ກ່າວຕື່ມອີກວ່າ ຕໍ່ການສເນີຂໍສັມປະທານພື້ນທີ່ ຂຸດຄົ້ນຫິນຜາ ຂອງບໍຣິສັດດັ່ງກ່າວ ທາງການແຂວງຫຼວງພຣະບາງ ໄດ້ນຳສເນີ ຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ອະນຸມັດ ຍ້ອນວ່າ ເກີນຂອບເຂດຂອງທາງການ ແຂວງຫລວງພຣະບາງ ເນື່ອງຈາກການຂໍ ສຳປະທານ ເນື້ອທີ່ຫລາຍກວ່າ 4 ເຮັກຕາ ຕ້ອງໃຫ້ຣັຖບານເປັນຜູ້ອະນຸມັດ ເທົ່ານັ້ນ, ແຕ່ຍັງບໍ່ທັນມີກຳນົດວ່າ ຈະມີການຂຸດຄົ້ນຫິນຜາ.
ທີ່ຜ່ານມາ ຊາວເມືອງນ້ຳບາກທີ່ ຢູ່ໃກ້ເຂດສຳປະທານ ກໍຮຽກຮ້ອງໃຫ້ບໍຣິສັດ ຄຳນຶງເຖີງຄວາມປອດພັຍຂອງປະຊາຊົນ ຖ້າວ່າຈະມີການ ລະເບີດຫິນຜາ. ຊາວບ້ານ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ຕ້ອງມີຄວາມຮັບປະກັນເນາະ ບໍ່ໃຫ້ມີຜົນເສັຽຫາຍ ບໍ່ໃຫ້ມີຜົນກະທົບ ກະຢາກໃຫ້ກວດກາຄືນ ຄົ້ນຄວ້າລະອຽດ ແລ້ວຮັບປະກັນດ້ານ ຄຸນນະພາບ ຂອງມັນນີ້ແດ່."
ໃນວັນທີ 2 ມິນາ ຜ່ານມາ, ທ່ານ ບຸນປອນ ປຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ລົງພື້ນທີ່ ຢູ່ແຂວງຫຼວງ ພຣະບາງ ເພື່ອຕິດຕາມການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບການຄຸ້ມຄອງ ແລະ ການໃຊ້ຊັພຍາກອນທັມຊາດ ໂດຍສະເພາະ ແມ່ນການສຳຣວດ ການຂຸດຄົ້ນແຮ່ທາດ, ຫິນຜາ ແລະ ແຮ່ຊາຍ ໃຫ້ເປັນໄປຕາມລະບຽບກົດໝາຍ ບໍ່ໃຫ້ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ.