ອ່າງນ້ຳເສັຽຍັງຂາດມາຕຖານ
ໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ສຳເຣັດຮູບ ຂອງຈີນ ຢູ່ ແຂວງຫຼວງນ້ຳທາ ສ້າງອ່າງ ເກັບນ້ຳເສັຽ ແຕ່ບໍ່ໄດ້ ມາຕຖານ
-
ຈໍາປາທອງ
2017-01-16 -
-
-
Your browser doesn’t support HTML5 audio
ໂຮງງານປຸງແຕ່ງ ແປ້ງມັນຕົ້ນ ສຳເຣັດຮູບ ຈູເບົາແຍນ ຂອງຈີນ ຢູ່ເມືອງສິງ ແຂວງຫຼວງນ້ຳທາ ໄດ້ສ້າງ ອ່າງເກັບນ້ຳເສັຽ 4 ອ່າງ ຕາມ ຄຳສັ່ງ ຂອງທາງການ ແຂວງ ຫຼວງນ້ຳທາ ແຕ່ບໍ່ໄດ້ ມາຕຖານ ຍ້ອນນ້ຳເສັຽ ຍັງອາຈຮົ່ວຊຶມ ອອກໄດ້ຢູ່. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນ້ຳທາ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ມົກກະຣາ ນີ້:
"ເຂົາເຮັດອ່າງຫັ້ນ ຕື່ມອີກ 4 ອ່າງ ມາຕຖານນີ້ ຍັງບໍ່ທັນໄດ້ເທື່ອ ມັນກະສິ ຊຶມເລັກຊຶມໜ້ອຍ ຢູ່ຫັ້ນແຫຼະ ສິໄດ້ມາຕຖານ ກະບໍ່ໄດ້ ມາຕຖານ ກະຍັງສິ ເວົ້າກັນຢູ່".
ທ່ານເວົ້າວ່າ ອ່າງເກັບນ້ຳເສັຽ 4 ອ່າງ ທີ່ວ່ານັ້ນ ຍັງຕ້ອງໄດ້ ຖືກປັບປຸງ ອີກຫຼາຍ ເພື່ອບໍ່ໃຫ້ ເກີດບັນຫາ ຕໍ່ສິ່ງແວດລ້ອມ ຊຶ່ງ ທາງ ໂຮງງານ ຈະຕ້ອງໄດ້ ໃຊ້ຈ່າຍຫຼາຍ ເພື່ອໃຫ້ ອ່າງເກັບນ້ຳເສັຽ ນັ້ນໄດ້ ມາຕຖານ.
ທ່ານກ່າວອີກວ່າ ມາເຖິງປັດຈຸບັນ ໂຮງງານດັ່ງກ່າວ ຍັງບໍ່ທັນໄດ້ ທຳການຜລິດ ເພາະເຈົ້າຂອງ ໂຮງງານ ຈະໄປສລອງ ປິໃໝ່ ຢູ່ຈີນ ແລະ ຈະກັບມາ ເດືອນໜ້າ; ຫລັງຈາກນັ້ນ ຈຶ່ງຈະເລີ້ມ ການຜລິດ. ແລະວ່າ ຖ້າທາງ ໂຮງງານ ສ້າງບັນຫາ ໃຫ້ແກ່ ສິ່ງແວດລ້ອມ ຄືທີ່ຜ່ານມາ ທາງການແຂວງ ກໍຈະສັ່ງໃຫ້ປິດ ໂຮງງານນັ້ນ ອີກ.
ເມື່ອປີກາຍ ໂຮງງານແຫ່ງນີ້ ໄດ້ເຮັດໃຫ້ ນ້ຳເສັຽ ໄຫລລົງຫ້ວຍຕອນ ຢູ່ເມືອງສິງ ຍ້ອນບໍ່ມີ ອ່າງເກັບນ້ຳເສັຽ ພຽງພໍ, ເຮັດໃຫ້ ປະຊາຊົນ ໃນເຂດນັ້ນ ບໍ່ກ້າໃຊ້ນ້ຳ ໃນຫ້ວຍ. ຫລັງຈາກ ຊາວບ້ານ ຮ້ອງຮຽນ ໄປຫາທາງການ, ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄປກວດກາ, ແລະມີການ ປັບໃໝ ທາງໂຮງງານ ແລ້ວສັ່ງໃຫ້ ສ້າງອ່າງ ເກັບນ້ຳເສັຽ ຕື່ມອີກ.