ເຂື່ອນຫຼວງພຣະບາງ ເຣີ່ມດຳເນີນ ວຽກພື້ນຖານ ໂຄງສ້າງ

ປືກສາຫາລື ຕຣຽມດຳເນີນການ ກໍ່ສ້າງ ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ການຂຸດເຈາະ ພື້ນຖານ ໂຄງສ້າງ ຂອງໂຕເຂື່ອນ ແລະເຣື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ກ່ຽວກັບເຣື່ອງເງິນຄ່າ ຊົດເຊີຍ ແລະ ການໂຍກຍ້າຍ ຊາວບ້ານ ທີ່ຖືກຜົນກະທົບ.

ການກໍ່ສ້າງໃນເຂດ ທີ່ຕັ້ງຂອງເຂື່ອນ ຫຼວງພຣະບາງ ຊຶ່ງທາງການລາວ ວ່າພຽງແຕ່ອະນຸຍາດ ໃຫ້ປຸກແຄັມພັກເຊົາ ຂອງຄົນງານ ແລະ ຫົນທາງເຂົ້າຫາ ບ່ອນສ້າງເຂື່ອນ. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ກະຊວງ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ຢ້ຽມຢາມ ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ເພື່ອຫາລືກັບ ບໍຣິສັດ ຊ.ການຊ່າງລາວ ຈຳກັດ ເພື່ອຕຣຽມວຽກງານ ການກໍ່ສ້າງລ່ວງໜ້າ ໂຄງການເຂື່ອນ ຫລວງພຣະບາງ ແຂວງຫລວງພຣະບາງ ໃນວັນທີ 6-9 ທັນວາ 2022 ທີ່ຜ່ານມາ.

ສຳລັບເຣື່ອງສຳຄັນ ທີ່ໄດ້ຫາລືຮ່ວມກັນໃນຄັ້ງນີ້ ແມ່ນເຣື່ອງການຂຸດເຈາະ ພື້ນຖານໂຄງສ້າງ ຂອງໂຕເຂື່ອນ ແລະເຣື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ກ່ຽວກັບເຣື່ອງເງິນຄ່າ ຊົດເຊີຍ ແລະ ການໂຍກຍ້າຍຊາວບ້ານ ທີ່ຖືກຜົນກະທົບ.

ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ທ່ານນຶ່ງຜູ້ບໍ່ປະສົງ ອອກຊື່ ແລະສຽງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ທັນວານີ້ວ່າ:

ກະຊວງ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ປະຊຸມກ່ຽວກັບສິ່ງແວດລ້ອມ ກະຕຣຽມວຽກງານກໍ່ສ້າງ ຂະເຈົ້າເຣີ້ມເຈາະກ່ຽວກັບ ການຊິເຮັດຮາກຖານນັ້ນ. ຫລັກໆ ກໍຈະເປັນທາງດ້ານ ສິ່ງແວດລ້ອມ ແລະ ສັງຄົມນັ້ນ (ບົດຣາຍງານ) ໂຕມໍຣະດົກໂລກນັ້ນ ໜ້າຈະໃກ້ຈະສຳເຣັດແລ້ວ ແຕ່ກໍຍັງໃຫ້ຄຳຕອບບໍ່ໄດ້.

ທ່ານກ່າວຕື່ມວ່າ ວຽກກະຕຣຽມ ການກໍ່ສ້າງລ່ວງໜ້າ ຈະເຮັດໄດ້ສະເພາະ ການຂຸດເຈາະດິນ, ເທພື້ນ, ວາງລະບົບ ໂຄງສ້າງເຂື່ອນ ໂດຍບໍຣິສັດ ຜູ້ພັທນາ ຈະບໍ່ສາມາດກໍ່ສ້າງ ໂຕເຂື່ອນໄດ້ ຈົນກ່ວາຈະມີການເຊັນສັນຍາຊື້-ຂາຍໄຟຟ້າ ຫລື Power Purchase Agreement (PPA) ຢ່າງເປັນທາງການ.

ສ່ວນຄວາມຄືບໜ້າ ເຣື່ອງການສຶກສາຜົນກະທົບ ຕໍ່ມໍຣະດົກໂລກ ຫລື Heritage Impacts Assessment (HIA) ຕາມທີ່ອົງການ UNESCO ໄດ້ສເນີນັ້ນ ປັດຈຸບັນກຳລັງຢູ່ໃນຂັ້ນຕອນ ການຮີບໂຮມຂໍ້ມູນ ແຕ່ຍັງບໍ່ສາມາດໃຫ້ຄຳຕອບໄດ້ ຢ່າງຈະແຈ້ງວ່າ ຈະເປັນມື້ໃດ, ແຕ່ພາຍຫລັງທີ່ບົດຣາຍງານການສຶກສາ ຜົນກະທົບຕໍ່ມໍຣະດົກໂລກ ສຳເຣັດແລ້ວ ກໍຈະສົ່ງໄປໃຫ້ກັບອົງການ UNESCO ແລະ ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື MRC ເພື່ອພິຈາຣະນາເພີ່ມຕື່ມ.

ນອກຈາກນີ້ ຍັງໄດ້ຫາລືກັນ ໃນເຣື່ອງຂອງຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ເນື່ອງຈາກ ມີເຮືອນຈຳນວນຫລາຍຫລັງ ທີ່ຕັ້ງຢູ່ຕາມແລວ ແມ່ນໍ້າຂອງທີ່ຈະຖືກຜົນກະທົບ ຮຸຸນແຮງຍ້ອນສູນເສັຽ ທີ່ດິນ ແລະ ໂຍກຍ້າຍອອກຈາກພື້ນທີ່ ຈຳນວນ 23 ບ້ານ ມີ 2,133 ຄອບຄົວ ໄດ້ຮັບຜົນກະທົບ ປະກອບມີເມືອງຈອມເພັດ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ.

ຫາກອີງຕາມ ແຜນງານ ໃນກອງປະຊຸມ ຄາດວ່າຈະເຣີ່ມ ດຳເນີນການ ມອບເງິນຄ່າຊົດເຊີຍ ແລະໂຍກຍ້າຍຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ອອກຈາກພື້ນທີ່ບ້ານເກົ່າ ໃນໄລຍະຕົ້ນປີ 2023 ເປັນຕົ້ນໄປ.

ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ມີແຕ່ວ່າ ລໍທາງຖ້າບໍຣິສັດ ອັນນ່າເຂົາຊິມາດຳເນີນການ ບຸກເບີກເນື້ອທີ່ ບ້ານຈັດສັນ ລະກ່າທາງສະພາເຈົ້າແຂວງ ເພິ່ນເຫັນດີໝົດແລ້ວ ເປັນລາຄາຫົວຊົດເຊີຍ ການໄດ້ເຊັນອອກມາໝົດແລ້ວ. ອັນຕາມແຜນຂອງບໍຣິສັດວ່າ ແມ່ນຕົ້ນປີ 2023 ລະຈະເຂົ້າເມືອງງາ ວ່າຊັ້ນເຫັນດີໝົດແລ້ວ ແມ່ນແຫລະໃນການໂຮມບ້ານໂຮມຫຍັງ ໃນການໂຍກຍ້າຍ ແມ່ນແຫລະລໍຖ້າ ທາງບໍຣິສັດເຂົາມາ ດຳເນີນການ ເກັບກຳຂໍ້ມູນ ຂຶ້ນທະບຽນຊັພສິນ ແລ້ວກາຈັດສັນໂຍກຍ້າຍ ບຸກເບີກເນື້ອທີ່.

ປັດຈຸບັນມີຊາວບ້ານ ບ້ານຫ້ວຍຢໍ ເມືອງຈອມເພັດ ແຂວງຫລວງພຣະບາງ ຈຳນວນ 74 ຄອບຄົວມີປະຊາກອນ 316 ຄົນໄດ້ຮັບເງິນຊົດເຊີຍ ແລະ ຖືກໂຍກຍ້າຍ ອອກຈາກບ້ານ ເກົ່າເພື່ອໄປຢູ່ບ້ານຈັດສັນໃໝ່ສຳເຣັດ 100% ແລ້ວ ຕັ້ງແຕ່ເດືອນພຶສຈິກາ 2022 ຜ່ານມາ ຊຶ່ງເປັນບ້ານທຳອິດ ທີ່ໄດ້ຮັບເງິນຄ່າຊົດເຊີຍ ແລະ ຖືກໂຍກຍ້າຍ ຈາກການກໍ່ສ້າງໂຄງ ການເຂື່ອນຫລວງພຣະບາງ.

ຂະນະທີ່ຊາວບ້ານ ບ້ານຫ້ວຍຢໍ ຜູ້ນຶ່ງກ່າວວ່າ ພາຍຫລັງທີ່ໄດ້ຮັບເງິນຊົດເຊີຍ ແລະ ຖືກໂຍກຍ້າຍ ອອກໄປຢູ່ເຮືອນຈັດສັນໃໝ່ແລ້ວນັ້ນ ທາງບໍຣິສັດຜູ້ພັທນາໂຄງການ ກໍເປີດເສັ້ນທາງ ແລະ ກັ້ນຂອບເຂດຫ້າມຊາວບ້ານ ເຂົ້າໄປໃນພື້ນທີ່ ບ້ານເກົ່າ ຊຶ່ງເປັນຈຸດກໍ່ສ້າງເຂື່ອນ ຫລວງພຣະບາງ. ຕາມສັງເກດ ໃນໄລຍະນີ້ກໍເຫັນວ່າ ບໍຣິສັດ ຜູ້ພັທນາໂຄງການ ກໍເຣີ່ມມີການຂຸດເຈາະ ພື້ນຖານໂຄງສ້າງ ຂອງໂຕເຂື່ອນ ແລ້ວແຕ່ບໍ່ຮູ້ວ່າ ການກໍ່ສ້າງສຳເຣັດ ໄປຈັກເປີເຊັນແລ້ວ.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເພິ່ນກັ້ນແລ້ວ ເພິ່ນບໍ່ໃຫ້ໄປ ແລ້ວເພິ່ນຢ້ານ ຊີ້ມີອັນຕຣາຍ ເພາະວ່າຣົຖກາຫລາຍແດ່ ບ່ອນເພິ່ນກໍ່ສ້າງຫັ້ນນ່າ ເພາະວ່າເຂດສງວນ ເພິ່ນອັນ 2 ກິໂລແມັດ ທາງໃຕ້ເຂື່ອນ 3 ກິໂລແມັດ ທາງໜ້າເຂື່ອນ. ເອີ ກຳລັງເຣີ່ມກໍ່ສ້າງ ແລ້ວບາດນີ້ ກຳລັງເຈາະເສົາເຂັມ ແມ່ນຫຍັງຕ່າງໆ ລົງພື້ນພຸ້ນແຫລະ.

ກ່ຽວກັບ ເຣື່ອງການກະຕຣຽມ ວຽກງານການກໍ່ສ້າງ ລ່ວງໜ້າ ຂອງໂຄງການເຂື່ອນ ຫລວງພຣະບາງ ນັ້ນເຈົ້າໜ້າທີ່ ເຮັດວຽກກ່ຽວກັບ ເຣື່ອງນີ້ກ່າວວ່າ ການກະຕຣຽມຄວາມພ້ອມ ວຽກງານກໍ່ສ້າງລ່ວງໜ້າ ກໍສາມາດດຳເນີນການ ໄດ້ຂຶ້ນກັບຄວາມພ້ອມ ຂອງບໍຣິສັດ ຜູ້ພັທນາໂຄງການ, ແຕ່ບໍຣິສັດ ຜູ້ພັທນາໂຄງການ ຈະກໍ່ສ້າງໂຕເຂື່ອນ ຂຶ້ນມາເລີຍບໍ່ໄດ້ເນື່ອງ ຈາກຈະຕ້ອງໄດ້ລໍຖ້າ ການເຊັນສັນຍາ ຊື້-ຂາຍ ໄຟຟ້າ ແລະ ຜົນການສຶກສາ ຜົນກະທົບ ຕໍ່ມໍຣະດົກໂລກ ຍັງບໍ່ສຳເຣັດ ແລະຍັງບໍ່ໄດ້ຜ່ານການ ເຫັນດີຈາກຫລາຍພາກສ່ວນ ທີ່ກ່ຽວຂ້ອງ ໂດຍສະເພາະ ຂໍ້ກັງວົນຂອງ UNESCO ທີ່ຂ້ອນຂ້າງ ຈະມີຂໍ້ກັງວົນໃນຫລາຍ ບັນຫາເປັນຕົ້ນ ຈະເຮັດໃຫ້ສະພາບແວດລ້ອມ, ທີວທັດ, ວີຖີຊີວິຕ ແລະ ວັທນະທັມ ພາຍໃນເມືອງມໍຣະດົກໂລກຄ່ອຍໆຈ່າງຫາຍໄປ.

ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໝາຍຄວາມວ່າໝູ່ ເຮັດມາໝູ່ບໍ່ຜ່ານ ເຮົາໝູ່ດຳເນີນການເຮັດໄປ ໂລດຊິນ່າມັນກາເວົ້າກັນຢູ່ດຽວນີ້ ບອກໃຫ້ເຮັດ ກາຕ້ອງເຮັດບົດຣາຍງານ ຫລີກລ້ຽງບັນຫາຜົນກະທົບ ບັນຫາຂໍ້ຂັດແຍ່ງ ຫັ້ນແຫລະມັນໆ ຊິມີຜົນກະທົບ ເມື່ອເວລາຕັນເຂື່ອນແລ້ວ.

ສ່ວນທ່ານ ຫານນະຣົງ ເຍົາວະເລີດ ປະທານມູນນິທິ ການຈັດການນໍ້າ ແບບບູຣະນາການ ປະເທດໄທຍກ່າວວ່າ ຍັງບໍ່ມີຄວາມຈຳເປັນ ທີ່ຈະຮັບຊື້ໄຟຟ້າ ຈາກເຂື່ອນຫລວງພຣະບາງ ແລະ ເຂື່ອນໃນແມ່ນໍ້າອື່ນໆ ເນື່ອງຈາກປະເທດໄທຍ ມີໄຟຟ້າສຳຮອງ ໃນປັດຈຸບັນປະມານ 30% ຈາກທີ່ກໍານົດໄວ້ 15%.

ສະນັ້ນແລ້ວ ການກະກຕຣຽມວຽກງານ ການກໍ່ສ້າງລ່ວງໜ້າ ຂອງໂຄງການເຂື່ອນ ຫລວງພຣະບາງ ຖືວ່າ ບໍ່ມີຄວາມໂປ່ງໃສ ບໍ່ຄຳນຶງເຖິງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ຜົນກະທົບ ຂ້າມຊາຍແດນ ແລະ ຢາກໃຫ້ຣັຖບານໄທຍ, ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ເລື່ອນການເຊັນສັນຍາ ການຊື້-ຂາຍ ໄຟຟ້າ ຂອງໂຄງການເຂື່ອນ ຫລວງພຣະບາງ ອອກໄປກ່ອນ.

ຂໍ້ທ້ວງຕິງນີ້ ມັນຍັງບໍ່ທັນໄດ້ຕອບໂຈດ ເລີຍວ່າຕົກລົງຂໍ້ກັງວົນຂອງ UNESCO ທີ່ກ່ຽວກັບມໍຣະດົກໂລກນີ້ ມື້ນີ້ຍັງບໍ່ໄດ້ຮັບການເຜີຍແຜ່ ຕໍ່ສາທາຣະນະວ່າ ໄດ້ຮັບຄຳຕອບແນວໃດ, ອັນທີສອງຂ້ອຍ ເຂົ້າໃຈວ່າມັນກາຍັງເປັນທຶນໄທຍ ຊຶ່ງຂ້ອຍຄິດວ່າທຶນໄທຍ ນີ້ຄວນຈະຄຳນຶງເຖິງ ຂໍ້ກັງວົນເລົ່ານີ້ເຊັ່ນກັນ.

ຫລ້າສຸດທ່ານ ຊະວະລິດ ຖະໜອມຖິ່ນ ປະທານເຈົ້າໜ້າທີ່ ບໍຣິຫານ ບໍຣິສັດ ໄຣ້ທ໌ທັນເນັລລີ້ງ ຈຳກັດ ມະຫາຊົນ ຫລື Right Tennelling (RT) ໄດ້ເປີດເຜີຍຕໍ່ສື່ມວນຊົນໄທຍວ່າ ທາງບໍຣິສັດໄດ້ຮັບໜັງສືຢັ້ງຢືນ ການວ່າຈ້າງຈາກບໍຣິສັດ ຊ.ການຊ່າງ ແລະ ບໍຣິສັດ ຫລວງພຣະບາງ ພາວເວີຣ໌ ໃຫ້ຮັບເໝົາກໍ່ສ້າງ ວຽກງານໂຍທາ ສຳລັບໂຄງການ ກໍ່ສ້າງຖາວອນ ຂອງໂຄງການ ເຂື່ອນຫລວງພຣະບາງ ໂດຍມີສັນຍາ ດຳເນີນການລະຫວ່າງວັນທີ 01 ມິຖຸນາ 2023 ໄປຈົນເຖິງວັນທີ 1 ມົກຣາ 2028 ມູນຄ່າ 1,615 ລ້ານບາທ.

ສຳລັບໂຄງການເຂື່ອນ ໄຟຟ້າຫລວງພຣະບາງ ມີກຳລັງຕິດຕັ້ງ 1,460 ເມກາວັຕ ຕັ້ງຢູ່ບ້ານຫ້ວຍຢໍ ເມືອງຈອມເພັດ ແຂວງຫລວງພຣະບາງ ແລະ ຫ່າງຈາກໂຕເມືອງມໍຣະດົກໂລກ ຫລວງພຣະບາງປະມານ 25 ກິໂລແມັດ.

ໂຄງການດັ່ງກ່າວ ເປັນການຮ່ວມກັນ ຈັດຕັ້ງບໍຣິສັດ ຫລວງພຣະບາງ ພາວເວີຣ໌ ຈຳກັດ ຫລື LPBP ໂດຍມີບໍຣິສັດ ຜູ້ຖືຫຸ້ນໂຄງການປະກອບມີ ບໍຣິສັດ ພີທີ ຈຳກັດ 38%, ບໍຣິສັດ Petro Vietnam Power 10%, ບໍຣິສັດໄຊຍະບູຣີ ພາວເວີຣ໌ 42% ແລະ ບໍຣິສັດ ຊ.ການຊ່າງ 10% ໂດຍມີມູນຄ່າການລົງທຶນ 3,000 ລ້ານໂດລ້າຣ໌ ສະຫະຣັຖ, ໄຟຟ້າທີ່ຜລິດ ຈາກເຂື່ອນໄຟຟ້າ ຫລວງພຣະບາງ ຈະສົ່ງຂາຍໃຫ້ກັບ ປະເທດໄທຍ ແລະ ວຽດນາມຕາມແຜນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org