ຈີນ ປິດເຂື່ອນກະທົບ ມ.ລອງ

ສະພາບຂອງ ທາງພາກເໜືອ ຂອງລາວ ປະຈຸບັນ
ສະພາບຂອງ ທາງພາກເໜືອ ຂອງລາວ ປະຈຸບັນ (Citizen Journalist/TP)

0:00 / 0:00

ຈີນ ປິດປະຕູເຂື່ອນອີກ ເຮັດໃຫ້ແມ່ນ້ຳຂອງບົກແຫ້ງ ແລະສົ່ງຜົນກະທົບ ຕໍ່ການທຳມາຫາກິນ ຂອງປະຊາຊົນ ທີ່ຢູ່ແຄມຂອງ ໂດຍສະເພາະ ໃນເມືອງລອງ ແຂວງຫລວງນ້ຳທາ. ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ທ່ານນ່ຶງ ອະທິບາຍສາເຫດ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 24 ກັນຍາ 2019 ນີ້ວ່າ:

“ເພາະວ່າເຣື່ອງຝົນ ມັນກໍບໍມີຝົນເນາະ ເຣື່ອງເຂື່ອນອີຫຍັງແດ່ ມັນກໍເລີຍແຫ້ງ ຊ່ວງນີ້ກໍບໍມີຝົນ ບໍມີຝົນແລ້ວ ເຣື່ອງເຂື່ອນນີ້ມີສ່ວນຢູ່ເນາະ ນ້ຳຂອງຕອນເທິງນີ້ ກໍສິມີບັນຫາຫລາຍເຣື່ອງ ກ່ຽວກັບເຂື່ອນ ຫັ່ນໜ໋າ ເມືອງລອງ ຫັ່ນບໍມີເຮືອນຳທ່ຽວໃດ໋ ນ້ຳຂອງ ນີ້ແຫ້ງ ແຫ້ງຫລາຍ ນັກທ່ອງທ່ຽວຫ່ັນ ເຮືອນ້ອຍເຮືອຈັກ ທີ່ວ່າ ຂ້າມຂອງໄປ ພະມ້າ ກໍໄປບໍ່ໄດ້.”

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ປັດຈຸບັນ ເຮືອສຳຣານ ຫລື ເຮືອນຳທ່ຽວ ແມ້ແຕ່ເຮືອຫາປາ ກໍບໍສາມາດແລ່ນຕາມລຳແມ່ນ້ຳຂອງ ໄດ້ເລີຍ ຍ້ອນນ້ຳຂອງບົກແຫ້ງຫລາຍ; ຄົນຫາປາ ກໍແກ່ເຮືອຂື້ນຝັ່ງ:

“ເຮືອນ້ອຍເຮືອຈັກເຮືອຫຍັງ ເຂົາກໍເອົາຂື້ນ ກໍເພິ່ນອັດເຂື່ອນຕິ ເພິ່ນອັດເຂື່ອນຫລາຍ ກໍຫລາຍເຕີບແຫລະເນາະ ນ້ຳມັນຫລຸດລົງປະມານ 2-3 ແມັດ ພຸ້ນແຫລະ ນ້ຳເພິ່ນບໍພໍປັ່ນໄພນະ.”

ເຂື່ອນຈິງຫົງ ຂອງຈີນ ເປີດໆປິດໆເລື້ອຍໆ; ໃນເດືອນສິງຫາ ທີ່ຜ່ານມາ ກໍປິດ ເຮັດໃຫ້ແມ່ນ້ຳຂອງ ບົກແຫ້ງ ເປັນປະຫວັດການ.