ທາງການຂີດເສັ້ນຕາຍ ໂຮງງານ ເຄືອແຫມ

ສຸພັດຕາ
2019.07.11
F-Liana ສະພາບຂອງພື້ນທີ່ ໃນເຂດບ້ານທ່າລີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ເກີດຂຶ້ນຈາກເຫດ ອ່າງນໍ້າເປື້ອນ ໄຫລລົງໃສ່ຫ້ວຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ທາງການແຂວງບໍລິຄໍາໄຊ ເວົ້າວ່າຫາກໂຮງງານເຄືອແຫມ ບ້ານທ່າສີ ເມືອງບໍຣິຄັນ ບໍ່ສາມາດແກ້ໄຂ ບໍ່ບໍາບັດນໍ້າເປື້ອນ ໄດ້ກ່ອນວັນທີ 15 ກໍຣະກະດາ ນີ້ຈະຖືກດໍາເນີນຄະດີ ຕາມກົດໝາຍ, ພາຍຫຼັງທີ່ ທາງການ ໃຫ້ເວລາແກ້ໄຂປັບປຸງຄືນໃໝ່ 1 ເດືອນ ນັບແຕ່ກາງເດືອນ ມິຖຸນາ ເປັນຕົ້ນມາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງບໍລິຄັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ່ 10 ກໍຣະກະດາ ນີ້:

“ຕາມບົດບັນທຶກ ກັບຜູ້ປະກອບການ ພວກເຮົາໄດ້ເອົາທະບຽນ ໄປຂຶ້ນທະບຽນໄວ້ແລ້ວ ຮອດວັນທີ 15 ເດືອນ 7 ນີ້ຖ້າວ່າ ບໍຣິສັດຍັງບໍ່ ທັນເຮັດສໍາເຣັດ ບໍ່ຈິງໃຈໃນການເຮັດ ໃນການແກ້ໄຂບັນຫາທີ່ເກີດຂື້ນນີ້ ແລະ ພວກເຮົາຈະໄດ້ດໍາເນີນ ຕາມຂະບວນການຍຸຕິທັມ ເພາະ ພວກເຮົາໄດ້ ໄປລົງທະບຽນສານໄວ້ 2 ເທື່ອແລ້ວເດ.”

ທ່ານກ່າວຕື່ມວ່າ ໃນຣະຍະຜ່ານມາ ທາງໂຮງງານດັ່ງກ່າວ ໄດ້ປ່ອຍນໍ້າເປື້ອນ ໄຫຼລົງຫ້ວຍ ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ. ເມື່ອວັນທີ່ 11 ມິຖຸນາ ຜ່ານມານີ້ ທາງການແຂວງບໍລິຄໍາໄຊ ພ້ອມກັບ ໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ລົງກວດກາ ແລະ ພົບວ່າໂຮງງານ ດັ່ງກ່າວ ປ່ອຍນໍ້າເປື້ອນລົງຫ້ວຍແທ້. ຫຼັງຈາກນັ້ນ ກໍໄດ້ເຮັດບົດບັນທຶກໄວ້ ແລະ ທັງແນາະນໍາໃຫ້ເຈົ້າຂອງໂຮງງານດັ່ງກ່າວ ແກ້ໄຂໃຫ້ ແລ້ວພາຍໃນ 1 ເດືອນ.

ມາເຖິງປັດຈຸບັນ ຍັງເຫຼືອແຕ່ອ່າງບໍາບັດນໍ້າເປື້ອນ ຂອງໂຮງງານ ທີ່ແກ້ໄຂບໍ່ແລ້ວ ດັ່ງທ່ານກ່າວວ່າ:

”ພາຍຫຼັງກໍມີຄວາມຄືບໜ້າຢູ່ ຄັນວ່າຊິວ່າໂຕຖົມແລ້ວແລ້ວ ແຕ່ວ່າຍັງຂັ້ນຕອນ ຂອງອ່າງຫັ້ນດຽວນີ້ນະ ບໍາບັດຫັ້ນຄາດວ່າ ວັນທີ່ 15 ອີກ 5 ມື້ ນີ້ແຫຼະ ຫາກວ່າມັນຊິສໍາເຣັດຫັ້ນນະ ຍັງບໍ່ທັນສໍາເຣັດທໍ່ໃດດອກ ພວກເຮົາເບິ່ງຜົນຢູ່ ສິໄດ້ເວົ້າກັນຕື່ມຫັ້ນນະ.”

ຢ່າງໃດກໍຕາມ ຫຼັງຈາກມື້ວັນທີ່ 15 ກໍຣະກະດາ ນີ້ ຫາກໂຮງງານເຄືອແຫມ ຍັງບໍ່ສາມາດ ປັບປຸງແກ້ໄຂອ່າງບໍາບັດນໍ້າເປື້ອນ ໃຫ້ສໍາເຣັດ ທາງການ ກໍຈະດໍາເນີນຄະດີ ຕາມກົດໝາຍຢ່າງແນ່ນອນ.

ໃນມື້ວັນທີ່ 16 ພຶສພາ ທີ່ຜ່ານມາ ໂຮງງານເຄືອແຫມ ໄດ້ປ່ອຍນໍ້າເປື້ອນລົງຫ້ວຍ ເຮັດປະຊາຊົນໄດ້ຮັບຜົນກະທົບ ຫຼັງຈາກນັ້ນ ໃນວັນທີ່ 10 ມິຖຸນາ ທີ່ຜ່ານມາ ຄັນຄູຂອງອ່າງເກັບນໍ້າເປື້ອນ ຂອງໂຮງງານ ແຕກ ເຮັດໃຫ້ນໍ້າເປື້ອນໄຫຼລົງຫ້ວຍ ແລະເຮັດໃຫ້ຫຍ້າຕາຍ, ສົ່ງກິ່ນເໝັນ, ປາຕາຍຈໍານວນນຶ່ງ ແລະງົວຄວາຍ ກິນນໍ້າໃນຫ້ວຍບໍ່ໄດ້. ໂຮງງານເຄືອແຫມນີ້ ບໍ່ມີການບໍາບັດນໍ້າເປື້ອນ ທີ່ໄດ້ມາຕຖານ ແລະ ທັງບໍ່ມີການຈໍາກັດ ສິ່ງເສດເຫຼືອ, ເຮັດໃຫ້ເຄືອແຫມໄຫຼລົງຫ້ວຍນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.