ການອອກໃບຕາດິນ ຖາວອນ ໃຫ້ປະຊາຊົນ ຍັງຊັກຊ້າຫຼາຍ
ການອອກໃບຕາດິນ ຖາວອນໃຫ້ແກ່ຊາວບ້ານ ໃນທົ່ວປະເທດຍັງຊັກຊ້າຫລາຍ ຊຶ່ງມາຮອດປັດຈຸບັນ ໃນປີ 2023 ນີ້, ມີຊາວລາວຈຳນວນ 1,600 ປາຍບ້ານ ຍັງບໍ່ໄດ້ຮັບໃບຕາດິນຖາວອນ ຫລື ຖ້າຄິດເປັນຕອນດິນ ປະມານ 1.3 ແສນປາຍຕອນ ຈາກທັງໝົດ 3 ລ້ານປາຍຕອນ ເປັນຕົ້ນເຫດ ໃຫ້ພະນັກງານຣັຖ ບາງຄົນ ຖືໂອກາດຍຶດເອົາດິນ ປະຊາຊົນໄດ້ງ່າຍຂຶ້ນ.
-
ສິດນີ
2023-02-09 -
-
-
Your browser doesn’t support HTML5 audio
ການຂຶ້ນທະບຽນ ອອກໃບຕາດິນຖາວອນ ໃຫ້ແກ່ຊາວບ້ານໃນທົ່ວປະເທດ ຍັງຊັກຊ້າຫລາຍ ຊຶ່ງມາຮອດປັດຈຸບັນ ໃນປີ 2023 ມີຊາວລາວຈຳນວນ 1,600 ປາຍບ້ານ ຍັງບໍ່ໄດ້ຮັບໃບຕາດິນຖາວອນ ຫລືຖ້າຄິດເປັນຕອນດິນ ປະມານ 1.3 ແສນປາຍຕອນ ຈາກທັງໝົດ 3 ລ້ານປາຍຕອນ, ອີງຕາມຂໍ້ມູນຈາກຣັຖບານລາວ.
ດັ່ງຊາວລາວ ຢູ່ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ກຸມພານີ້ວ່າ:
“ຄືຢູ່ດິນຕອນບ້ານເຮົານ່າ ຈະມີແຕ່ໃບນຳໃຊ້ຂັ້ນບ້ານ ປະຊາຊົນສ່ວນໃຫຍ່ຈະເປັນແບບນັ້ນ ມັນກໍເປັນດິນທີ່ປະຊາຊົນເຮັດການຜລິດແລ້ວ ແຕ່ວ່າກະບໍ່ຮູ້ວ່າດິນຖືກໂຄງການຫຍັງ, ການງານຈັດຕັ້ງທີ່ກ່ຽວຂ້ອງທີ່ວ່າເຮັດດິນ ເຮັດຫຍັງນີ້ນ່າ ຂ້ອນຂ້າງຈະບໍ່ລະອຽດເທື່ອ ທີ່ຈິງຫັ້ນມັນຖືກກະທົບຫລາຍປະຊາຊົນ.”
ທ່ານກ່າວຕື່ມວ່າ ຊາວບ້ານສ່ວນໃຫຍ່ເຖິງຈະມີທີ່ດິນທຳການກະເສດ ຈຳນວນຫລາຍເຮັກຕ້າຣ໌ ແຕ່ດິນດັ່ງກ່າວ ເປັນພຽງສິດທິການນຳໃຊ້ ທີ່ດິນຈາກຣັຖເທົ່ານັນ, ຊາວບ້ານສ່ວນໃຫຍ່ ບໍ່ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການຂຶ້ນທະບຽນ ອອກໃບຕາດິນຖາວອນ ຈຶ່ງເປັນເຮື່ີອງ ທີ່ຍຸ້ງຍາກສຳລັບເຂົາເຈົ້າ.
ທ່ານວ່າ ສິ່ງທີ່ຊາວບ້ານກັງວັນທີ່ສຸດ ແມ່ນວ່າການຍຶດເອົາດິນ ທຳການກະເສດ ຂອງພວກເຂົາເຈົ້າເພື່ອໄປໃຫ້ນັກລົງທຶນລາວ ແລະຕ່າງປະເທດ ສັມປະທານຈາກທາງການ ແລ້ວເຈົ້າໜ້າທີ່ອ້າງວ່າ ດິນຕອນດັ່ງກ່າວ ເປັນກັມມະສິດຂອງຣັຖ.
ຊາວລາວຄົນນຶ່ງ ຢູ່ແຂວງຈຳປາສັກ ເວົ້າວ່າ ມີຄົນລາວຈຳນວນຫລາຍ ຖືກບັງຄັບໃຫ້ອອກຈາກພື້ນທີ່ ທຳການກະເສດ ຂອງພວກເຂົາເຈົ້າ ຍ້ອນບໍ່ມີໃບຕາດິນຖາວອນ ເປັນການຍຸ້ງຍາກ ຕໍ່ຊາວບ້ານ ຜູ້ທີ່ຈະອອກໄປຮຽກຮ້ອງ ຄວາມເປັນທັມ ເນື່ອງຈາກວ່າ ຜູ້ລະເມີດກົດໝາຍ ກໍແມ່ນເຈົ້າໜ້າທີ່ທ້ອງຖິ່ນໃນເຂດດັ່ງກ່່າວ.
ທ່ານວ່າ ເພື່ອເຮັດໃຫ້ປະຊາຊົນລາວ ມີດິນທຳການກະເສດ ແລະມີບອ່ນຢູ່ອາໄສທີ່ຖາວອນ ໂດຍບໍ່ກັງວົນວ່າ ທີ່ດິນຂອງຕົນ ຈະຖືກຍຶດ ຫລື ໃຫ້ສັມປະທານແກ່ນັກລົງທຶນນັ້ນ ທາງການລາວ ກໍຄວນເລັ່ງລັດໃນການຂຶ້ນທະບຽນ ອອກໃບຕາດິນແບບຖາວອນ ໃຫ້ແກ່ເຂົາເຈົ້າ ແລະລຸດຜ່ອນເກັບຄ່າບໍຣິການ ບໍ່ໃຫ້ແພງເກີນໄປ. ທ່ານກ່່າວວ່າ:
“ຕາມຫລັກການທີແທ້ຫັ້ນ ໃຫ້ເມືອງ ໃຫ້ແຂວງ ເຂົາລົງໄປເຮັດ ອັນນີ້ມີແຕ່ຮຽກຮ້ອງ ໃຫ້ປະຊາຊົນມາເຮັດ. ທຶນຮອນ ເງິນຄຳເດ ໄປ-ມາເດ ຄັນເຮັດບໍ່ມີິເງິນກະບໍ່ໄດ້ເຮັດ ເຂົາບີບບັງຄັບ ປະຊາຊົນແບບທາງອອ້ມ ບາດວ່າເວລາບໍຣິສັດມາ ພີ່ສັງກະຂາຍໃຫ້ ບໍຣິສັດ ມັນຊິຖືກບໍແນວນີ້.”
ຊາວລາວ ຢູ່ແຂວງວຽງຈັນ ເວົ້າວ່າ ຢາກໃຫ້ທາງການເລັ່ງຂຶ້ນທະບຽນ ອອກໃບຕາດິນຖາວອນ ໃຫ້ແກ່ປະຊາຊົນ ທົ່ວປະເທດ ໃຫ້ຄົບຖ້ວນ ເນື່ອງຈາກວ່າ ປັດຈຸບັນມີຄວາມລ້າຊ້າ ແລະຫລາຍຂັ້ນຕອນ ເມື່ອປະຊາຊົນ ໄດ້ຮັບໃບຕາດິນແບບຖາວອນໄປແລ້ວ ກໍເປັນກັມມະສິດຂອງເຂົາເຈົ້າ ທີ່ຈະຂາຍ ຫລືໃຫ້ເຊົ່າ ແລະຖ້າຫາກດິນຖືກຜົລກະທົບ ຈາກໂຄງການພັທນາ ຂອງຣັຖ ຫລືເອກຊົນ, ປະຊາຊາຊົນ ກໍມີສິດທີ່ຈະຮຽກຮັບເງິນຊົດເຊີຍ ຢ່າງເໝາະສົມ, ບໍ່ແມ່ນມາຍຶດເອົາດິນ ປະຊາຊົນໄປລ້າໆ ແລ້ວອ້າງວ່າ ເປັນດິນຂອງຣັຖ.
ດັ່ງທ່ານກ່າວວ່າ:
“ຄັນແມ່ນບໍ່ມີໃບຕາດິນ ກະຖືກຣັຖຍຶດນ່າ ເພິ່ນກະຕິວ່າເປັນດິນຣັຖໂລດແຫລະ ບາດນີ້ສງວນເອົາວ່າຊັ້ນ ຢູ່ໃສກະດາຍ ມີ (ໃບຕາດິນຖາວອນ) ກະຍັງລືບລ້າງໃຫ້ເຂົາ ຄັນເຂົາຊິເອົາ.”
ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ກະຊວງ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່່າວວ່າ ທົ່ວປະເທດລາວ ມີການຂຶ້ນທະບຽນໃບຕາດິນແລ້ວ 1.6 ລ້ານປາຍຕອນ ແລະຍັງບໍ່ຂຶ້ນທະບຽນ ອອກໃບຕາດິນຖາວອນ ປະມານ 1.3 ລ້ານປາຍຕອນ.
ສະເພາະປີ 2022 ຜ່ານມາ ທາງການລາວຄາດວ່າ ຈະຂຶ້ນທະບຽນ ອອກໃບຕາດິນຖາວອນ ໃຫ້ໄດ້ 3 ແສນຕອນ ແຕ່ໃນພາກປະຕິບັດໂຕຈິງນັ້ນ ສາມາດເຮັດໄດ້ພຽງແຕ່ 1 ແສນປາຍຕອນເທົ່ານັ້ນ.
ການຂຶ້ນທະບຽນ ອອກໃບຕາດິນຖາວອນ ຖືເປັນວຽກງານທີ່ສຳຄັນ ຂອງຣັຖບານທຸກສໄມ ເພື່ອເຮັດໃຫ້ປະຊາຊົນ ໄດ້ມີທີ່ດິນທຳການກະເສດ ແລະເປັນມໍຣະດົກສືບທອດ ໃຫ້ລູກຫລານ ແຕ່ການຂຶ້ນທະບຽນ ມີບັນຫາຫລາຍຢ່າງ ທີ່ເຮັດໃຫ້ລ້າຊ້າ ທັງເຮື່ອງບັນຫາທີ່ດິນທັບຊ້ອນ, ບັນຫາເຈົ້າໜ້າທີ່ກ່ຽວຂ້ອງ ພາກຣັຖຍັງຂາດຄວາມຮູ້ ແລະຄວາມສາມາດ ໃນການໄປວັດແທກທີ່ດິນ ຮ່ວມທັງບາງຄົນ ມີສ່ວນພົວພັນ ໃນການຍຶດທີ່ດິນ ເພື່ອໄປໃຫ້ເຊົ່າ ຫລືສັມປະທານ ແກ່ນັກລົງທຶນ.
ນອກຈາກນີ້ ການຂຶ້ນທະບຽນ ອອກໃບຕາດິນຖາວອນ ຍັງຕອ້ງໄດ້ໃຊ້ຈ່າຍງົບປະມານສູງ ໃນການໄປວັດແທກທີ່ດິນ ເພື່ອກຳນົດຂອບເຂດ ເພື່ອໃຊ້ໃນການຂຶ້ນທະບຽນ ອອກໃບຕາດິນໃຫ້ຖືກຕ້ອງ ຫລາຍແຂວງຍັງບໍ່ມີງົບປະມານພຽງພໍ ຈຶ່ງເຮັໃຫ້ຊັກຊ້າ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວວ່າ:
“ເອີ ມັນມີໃບມອບສິດຊົ່ວຄາວ ຄັນວ່າເຈົ້າບໍ່ພັທນາແລ້ວ ກໍຈັດໃຫ້ຄົນອື່ນ ເມື່ອພັທນາແລ້ວໆກໍເຮັດໃບຕາດິນຖາວອນໃຫ້, ຂະເຈົ້າ (ພາກສ່ວນກ່ຽວຂ້ອງ) ກະເຮັດປົກກະຕິຢູ່ ແຕ່ວ່າບໍ່ສຳເຣັດເທື່ອ ກະຍ້ອນຂາດ ງົບປະມານນີ້ແຫລະ ເຮົາກະຕ້ອງໄດ້ໃຊ້ງົບປະມານ.”
ອີງຕາມການຣາຍງານ ຂອງກະຊວງ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໃນປີ 2021-2022 ລະບຸວ່າ ແຂວງທີ່ຍັງບໍ່ມີການຂຶ້ນທະບຽນ ອອກໃບຕາດິນ ໃຫ້ແກ່ປະຊາຊົນຫລາຍທີ່ສຸດ ກໍແມ່ນ ແຂວງສວັນນະເຂດ ປະມານ 600 ບ້ານ, ແຂວງວຽງຈັນ ປະມານ 300 ປາຍບ້ານ, ແຂວງ ບໍຣິຄຳໄຊປະມານ 120 ບ້ານ ແຂວງຫລວງພຣະບາງ ປະມານ 100 ປາຍບ້ານ ແລະແຂວງຄຳມ່ວນ ປະມານ 100 ປາຍບ້ານ, ແຕ່ຢ່າງໃດກໍຕາມ ໄລຍະຜ່ານມາ ຍານາງ ບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫລວງວຽງຈັນ ເຄີຍສເນີ ໃຫ້ຣັຖບານກວດຄືນ ທີ່ດິນໃນທົ່ວປະເທດ ທີ່ມີການຈັບຈ່ອງ ແລະບຸກລຸກທີ່ດິນ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໂດຍສະເພາະກັບເຈົ້າໜ້າທີ່ຣັຖ ບາງຄົນ ທີ່ໄປຈັບຈ່ອງເອົາທີ່ດິນຣັຖ ມາເປັນຂອງໂຕເອງ ຫລື ສວຍໃຊ້ໜ້າທີ່ຕຳແໜ່ງ ເອື້ອຜົລປະໂຫຍດໃຫ້ກັບພັກພວກ ແລະກຸ່ມນາຍທຶນ.