ເທັກໂນໂລຈີຄົ້ນຫາຣະເບີດ

ບໍຣິສັດ Arch Aerial ທີ່ ໃຊ້ຍົນ ບໍ່ມີ ຄົນ ຂັບ ຖ່າຍຮູບ ທາງ ອາກາດ ດ້ວຍແສງ ເລເຊີ, ມີ ຄວາມ ຫວັງ ຢາກໃຊ້ ເທັກໂນໂລຈີ ຂອງຕົນ ໄປ ສໍາຣວດ ລູກຣະເບີດ ບໍ່ທັນແຕກ ຢູ່ລາວ.

ເທັກໂນໂລຈີ ໃໝ່ ຄົ້ນຫາ ຣະເບີດ ບໍ່ທັນແຕກ RFA

ໃນທ້າຍ ອາທິດ ນີ້ ທ່ານ Ryan Baker ປະທານ ບໍຣິສັດ Arch Aerial ທີ່ ໃຊ້ຍົນ ບໍ່ມີ ຄົນຂັບ ທີ່ ເອີ້ນກັນ ວ່າ DRONE ຖ່າຍ ຮູບ ທາງ ອາກາດ ດ້ວຍແສງ ເລເຊີ ຫວັງວ່າ ບໍຣິສັດ ຂອງທ່ານ ຈະໃຊ້ ເທັກໂນໂລຈີ ໃໝ່ ຂອງຕົນ ໄປ ສໍາຣວດ ລູກ ຣະເບີດ ທີ່ ບໍ່ທັນ ແຕກ ຕາມແຫ່ງ ຕ່າງໆ ທີ່ ຕົກຄ້າງ ມາແຕ່ ປາງ ສົງຄາມ ວຽດນາມ. ຕາມຂ່າວ The Stack ໃນ ວັນທີ 16 ມິນາ 2015 ນີ້.

ທ່ານ Ryan Baker ສເນີວ່າ ບໍຣິສັດ ຂອງ ທ່ານ ຕ້ອງການ ທີ່ຈະເລິ່ມ ປະຕິບັດ ໂຄງການ ທີ່ວ່ານັ້ນ ຢູ່ ປະເທສ ລາວ ຊຶ່ງ ເປັນ ປະເທສ ນຶ່ງ ທີ່ ມີການ ຖິ້ມ ຣະເບີດ ໃສ່ໜັກ ທີ່ສຸດ ໃນ ໂລກ ປະມານ 2 ລ້ານ ກວ່າຕັນ ໃນ ຣະຫວ່າງ ປາງ ສົງຄາມ ວຽດນາມ.

ຂ່າວ ເວົ້າວ່າ ປະຊາຊົນ ລາວ ຍັງໄດ້ຮັບ ຜົລກະທົບ ຈາກ ຣະເບີດ ຝັງດິນ ແລະ ຣະເບີດ ລູກຫວ່ານ ທີ່ ຍັງບໍ່ທັນ ແຕກ ນັ້ນຫລາຍ ຢູ່. ໃນ ຈໍານວນ 18 ແຂວງ ຂອງ ປະເທສ ມີ 10 ແຂວງ ທີ່ ຍັງມີລູກ ຣະເບີດ ທີ່ ຍັງບໍ່ທັນ ແຕກ ຫລາຍ ແລະ ເປັນພັຍ ຂົ່ມຂູ່ ຢ່າງ ຮ້າຍ ແຮງ. ນັບແຕ່ປີ 1973 ມາ ໄດ້ເກີດ ອຸປະຕິເຫດ ຍ້ອນ ຣະເບີດ ບໍ່ທັນ ແຕກ ປະມານ 12,000 ຄັ້ງ, ເຮັດໃຫ້ ມີຄົນ ເສັຽຊີວິດ ແລະ ບາດເຈັບ ໃນ ຣະຫວ່າງ ການເພີ້ມພູນ ຜລິດຜົລ.

ທ່ານ Ryan Baker ເວົ້າວ່າ ຍົນ ເຮລີກົບເຕີ 8 ໝາກປິ່ນ ແບບ ບໍ່ມີ ຄົນຂັບ ຈະ ສາມາດ ປະຕິບັດ ງານ ດ້ວຍການ ໃຊ້ແສງ ເລເຊີ ຖ່າຍຮູບ ຫຼື ທີ່ເອີ້ນວ່າ LIDAR ເພື່ອ ວິຈັຍ ພື້ນທີ່ ແລະ ບອກບ່ອນ ມີ ຣະເບີດ ທີ່ ຍັງ ບໍ່ທັນ ແຕກ ໃຫ້ຮູ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org