ສັດປ່າຫາຍາກຢູ່ລາວ ສ່ຽງຕໍ່ ການສູນພັນ
2021.03.09

ນັກອະນຸຮັກສັດປ່າ ເປັນກັງວົນຕໍ່ສະພາບການລ້າສັດປ່າ ໃນລາວ ທີ່ສົ່ງຜົລໃຫ້ສັດປ່າ ຫຼາຍຊນິດຍັງມີຄວາມຊ່ຽງຕໍ່ການສູນພັນ. ຈາກຂໍ້ມູນການຣາຍງານ ຂອງເຈົ້າໜ້າທີ່ອະນຸຮັກປ່າ ຫຼາຍເຂດໃນລາວ ພົບວ່າແຕ່ລະມື້ ຍັງມີປະຊາຊົນເຂົ້າໄປຫາກິນ ໃນປ່າ ທັມມະຊາດ ທັງລ້າສັດ ແລະ ຊອກເຄື່ອງປ່າ ເພື່ອມາລ້ຽງຊີບ ເພາະການຫາກິນ ໃນປ່າມັນເປັນຄວາມເຄີຍຊິນ ທີ່ສືບຕໍ່ກັນມາ. ດັ່ງເຈົ້າໜ້າທີ່ມູລນິທິ ອະນຸຮັກສັດປ່າລາວ ແຫ່ງນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 09 ມີນາ ວ່າ.
"ຕົກຢູ່ໃນທີ່ວ່າຄວາມສ່ຽງ ໜັກໜ່ວງຫັ້ນແຫຼະ, ເພາະວ່າເຂົ້າເຈົ້າຫັ້ນບໍ່ຮູ້ເດ້, ແຕ່ລະມື້ກໍຄືເຂົ້າເຈົ້າຕ້ອງເຂົ້າປ່າເດ້, ລຸ້ນປູ່ຍ່າຕາຍາຍ ເຂົາເຈົ້າກໍສອນວ່າເຂົ້າໄປຫາກິນບໍ່ ຫຼືວ່າເຂົ້າໄປ ຊອກຫາເຄື່ອງກິນຢູ່ປ່າ. ເຂົ້າເຈົ້າບໍ່ມີອາຊີບ ຫຼືວ່າບໍ່ມີການສຶກສາ ເຂົາເຈົ້າຈຳເປັນ ອາສັຍ ທັມມະຊາດເປັນທີ່ ເພິ່ງອາສັຍເປັນບ່ອນລ້ຽງຊີບ."
ເຈົ້າໜ້າທີ່ກ່າວຕື່ມວ່າຣາຍງານຂອງມູລນິທິ ອະນຸຮັກສັດປ່າລາວ ພົບວ່າປີ 2020 ສັດປ່າຈຳພວກໄກ້ສູນພັນ ເປັນຕົ້ນແມ່ນ ໝີ, ທະນີ ແລະ ຄ່າງ ທັງໝົດ 50 ປາຍໂຕ ໄດ້ຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປີ່ນປົວສຸຂພາບ ແລະປ່ອຍຄືນສູ່ປ່າແລ້ວ, ພາຍຫຼັງເຈົ້າໜ້າທີ່ໄປຢຶດ ສັດເລົ່ານັ້ນຈາກ ປະຊາຊົນລ້າ ມາເກັບໄວ້ແບບຜິດກົດໝາຍ. ສ່ວນໃນປີ 2021 ຄາດວ່າ ໝີ, ທະນີ ແລະ ຄ່າງ ຈະບໍ່ຖືກປະຊາຊົນ ລ້າຕື່ມ ຍ້ອນພວກມັນມີ ຈຳນວນຫຼຸດລົງຫຼາຍ.
ປັຈຈຸບັນມູລນິທິ ອະນຸຮັກສັດປ່າ ຍັງຂາດງົບປະມານໃນການເຮັດວຽກ. ດັ່ງການເຂົ້າໄປຊ່ອຍເຫຼືອສັດປ່າ ທີ່ປະຊາຊົນລ້າມາເພື່ອ ໄປຂາຍ, ອັດຕຣາການກິນຂອງ ພະນັກງານ ແລະ ການໂຄສະນາ ປະຊາສັມພັນ ໃຫ້ປະຊາຊົນເຂົ້າໃຈ ເຖິງຜົລຮ້າຍຂອງການລ້າ ສັດປ່າ. ດັ່ງເຈົ້າໜ້າທີ່ມູລນີິທິ ອະນຸຮັກສັດປ່າໄດ້ກ່າວຕື່ມວ່າ.
"ເຮົາໄປຣະດົມ ຫຼືວ່າໄປຍຶດ ຫຼືໄປກູ້ພັຍສັດພວກນີ້ເນາະ ມັນຕ້ອງໃຊ້ງົບປະມານ ຢ່າງຫຼວງຫຼາຍ ເພາະວ່າບໍ່ແມ່ນສະເພາະທີມເຮົາ ທີ່ໄປເນາະ. ກໍຍັງມີເຈົ້າໜ້າທີ່ປ່າໄມ້ ທີ່ກ່ຽວຂ້ອງ, ຄ່ານໍ້າມັນບໍ່ ອັດຕຣາກິນຂອງ ພະນັກງານທຸກຄົນ ບໍ່ມີງົບປະມານກໍບໍ່ສາມາດ ຊ່ອຍໄດ້ຫັ້ນນ່າ ຄືປະຊາຊົນເຂົາເຈົ້າ ກໍເອົາໄປຄົວກິນ ໄປເຮັດອັນອື່ນຫັ້ນແຫຼະ."
ການຂາດງົບປະມານ ມັນສົ່ງຜົລກະທົບ ຕໍ່ການອຸນັກຮັກສັດປ່າ ໃນປ່າສງວນແຫ່ງຊາດ ຫຼາຍແຫ່ງ ດັ່ງເຈົ້າໜ້າຜແນກກະສິກັມ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ກ່າວວ່າບໍ່ມີ ງົບປະມານຈ້າງ ພະນັກງານລາດຕະເວນກວດກາ ບໍຣິເວນຂອບເຂດບ້ານ ທີ່ມີການລ້າ ສັດປ່າ. ທີ່ສຳຄັນຍັງມີເຈົ້າໜ້າທີ່ ຈຳນວນນຶ່ງ ທີ່ມີອາວຸດໄປ ຮ່ວມມືກັບປະຊາຊົນ ລ້າສັດປ່າ ໄປຂາຍໃຫ້ນາຍທຶນຈີນ.
"ສ່ວນຫຼາຍນີ້ແມ່ນພວກທີ່ມີອາວຸດນ່າ ສ່ວນຫຼາຍເປັນພະນັກງານເຮົານີ້ແຫຼະ ວັນເສົາວັນທິດ ມັກໄປສົມທົບກັບປະຊາຊົນ ສົມທົບກັນ ແລ້ວໄປລ້າຫັ້ນນ່າ. ມີງົວກະທິງ ຈັ່ງຊິເຂົາບໍ່ມີ ດອກປືນນະ ເຂົາກໍມີແຕ່ປືນແກັບປືນຫຍັງຊື່ໆ ແລ້ວພິກັດປືນນີ້ແມ່ນ ພະນັກງານນີ້ ແຫຼະສ່ວນຫຼາຍ ພວກທີ່ປືນຫຼວງ ໄປສົມທົບກັນແລ້ວໄປລ້າ ຢູ່ຫັ້ນເນາະ. ເອົາໝີບໍ່ ເອົາມະຫຍັງ ທີ່ສຳຄັນເປັນຣາຄາຫັ້ນນ່າ ປະຊາຊົນໄປນໍາເຂົາຫັ້ນແຫຼະ ເຂົາໃຫ້ເທົ່າໃດກໍເອົາ."
ທ່ານໄດ້ກ່າວຕື່ມວ່າ ຕາມທີ່ເຫັນສະພາບໂຕຈິງ ບໍ່ໄດ້ມີຂໍ້ມູນຣະອຽດ ໃນປີ 2020 ເຈົ້າໜ້າທີ່ ສາມາດຍຶດຕີນໝີໄດ້ຫຼາຍຕີນ. ຫົວງົວ ກະທິງ ບໍ່ມີເຂົາ 7 ຫົວ ແລະ ຊ້າງປ່າຖືກຍິງຕາຍ ສອງເຊືອກ.
ແຂວງຊຽງຂວາງ ທາງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ເມືອງໜອງແຮັດ ແຂວງຊຽງຂວາງໄດ້ກ່າວວ່າ ການລ້າສັດປ່າຫຼຸດລົງ ເປັນຕົ້ນແມ່ນຟານ ເນື່ອງຈາກປະຊາກອນ ຟານຫຼຸດລົງຫຼາຍ ແລະ ຜ່ານມາ ເຈົ້າໜ້າທີ່ກໍໄດ້ຍຶດອາວຸດ ລ້າສັດຂອງປະຊາຊົນ.
"ເຣື່ອງຊິເອົາລ້າສັດປ່ານີ້ ລັກລອບເອົາມາຂາຍນີ້ ຢາກມີນ້ອຍແລ້ວ ບໍ່ມີຫຼາຍແລ້ວ. ອັນນຶ່ງແລ້ວມັນໝົດເນາະ ສັດປ່າຫັ້ນໝົດແລ້ວ ເຂົາຫາບໍ່ໄດ້, ອັນທີສອງເຂົາເຈົ້າ ຈຳກັດເຣື່ອງປືນ ເຣື່ອງອາວຸດນີ້ ໂຕແມ່ນສູງສຸດລະ ແລະ ໂຕຟານສູງສຸດລະ ແຕ່ວ່າດົນໆຈະ ເຫັນເທື່ອນຶ່ງເດີ້ ມັນບໍ່ແມ່ນວ່າທຸກມື້."
ປັຈຈຸບັນຊນິດພັນສັດປ່າ ທີ່ມີຢູ່ໃນລາວ ໂດຍສະເພາະສັດປ່າ ປະເພດຫວງຫ້າມ ຫຼື ຂື້ນບັນຊີ 1 ແມ່ນສັດປ່າ ທີ່ຫາຍາກແລະສ່ຽງ ໃກ້ຈະສູນພັນຕາມບັນຊີແດງ ຂອງອົງການ IUCN ເຊັ່ນ: ຊ້າງ, ງົວປ່າ, ເສື່ອໂຄ່ງ, ໂອງ-ມັ່ງ, ທະນີ, ນົກຂຽນ, ເສົາຫຼາ, ຂະຍຸ . ພ້ອມນີ້ລາວຍັງ ໄດ້ເຂົ້າເປັນສະມາຊິກ ສົນທິສັນຍາສາກົລ CITES .