ເສັ້ນທາງບ້ານນາສາລາ ເປ່ເພ
2017.09.12

ເສັ້ນທາງດິນແດງ ຢູ່ ບ້ານນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ ເປ່ເພໜັກ ບໍ່ມີຄອງລະບາຍນ້ຳ ເຮັດໃຫ້ນ້ຳຂັງ ຢູ່ຕາມຂຸມ ຕະຫລອດໄລຍະ ທາງປະມານ 1 ກິໂລແມັດ.
ບັນຫາດັ່ງກ່າວ ໄດ້ສ້າງຜົນກະທົບ ຕໍ່ປະຊາຊົນ ແລະເດັກນ້ອຍ ທີ່ເດີນທາງໄປມາທຸກມື້ ໂດຍສະເພາະ ໃນຊ້ວງລະດູຝົນ ຊຶ່ງເປັນຍາມ ເປີດພາກຮຽນໃໝ່. ດັ່ງຊາວບ້ານນາສາລາ ໄດ້ກ່າວໃນວັນທີ 11 ກັນຍາ ວ່າ:
"ທາງກັບທົ່ງນາມັນຢາກພຽງກັນເລີຍນະ ມັນບໍ່ມີຄອງລະບາຍ ຂະເຈົ້າເຮັດຫລາຍປີມາ ຂະເຈົ້າບໍ່ຄູນດິນຂຶ້ນ ສູງນະ ໂອ້ ອັນຕະລາຍຫຼາຍ ເຂດແຖວນີ້ ລະບ່ອນເປື້ອນກ່ອນໝູ່ ເລິກກໍເລິກ ເກັ໋ງນີ້ ລົງຖ້ວມຮອດທໍ່ຄວນ ຂຸມເລິກນີ້ ມັນຕັດທາງເນາະ ຂີ່ລົດຈັກໄປນີ້ ຍາກແລ້ວນະ ຢູ່ທາງນີ້ ແລ້ວ ມັນແມ່ນເດັກນ້ອຍ ທຽວໂຮງຮຽນຫລາຍ ກະແມ່ນເອົາລົດຈົກ ມາຈົກຮ່ອງ ກ່ອນເອົາມາແກ້ໄຂ ຊົ່ວຄາວຫັ້ນ".
ຊາວບ້ານກ່າວຕື່ມອີກວ່າ ໃນເບື້ອງຕົ້ນ ຢາກໃຫ້ເຈົ້າໜ້າທີ່ ທາງການເອົາລົດມາກວາດ ບໍ່ໃຫ້ເສັ້ນທາງ ເປັນຫລຸບເປັນຂຸມ ແລະ ສ້າງຄອງ ລະບາຍນ້ຳ 2 ຂ້າງທາງ ໄປກ່ອນ ພໍໃຫ້ ປະຊາຊົນໄດ້ໄປໄດ້ມາ ສະດວກຂຶ້ນ.
ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີ ເວົ້າວ່າ ດຽວນີ້ ກຳລັງກຽມແຜນ ງົບປະມານ ເພື່ອເອົາມາສ້ອມແປງ ຢູ່ ບ້ານນາສາລາ ແຕ່ອາດຈະສ້ອມແປງ ໄດ້ໃນ ເບື້ອງຕົ້ນເທົ່ານັ້ນ ຍ້ອນວ່າ ງົບປະມານ ບໍ່ພຽງພໍ ຄາດວ່າ ຈະດຳເນີນການ ເຂົ້າໄປສ້ອມ ແປງເສັ້ນທາງ ດັ່ງກ່າວ ຫລັງຈາກໝົດ ລະດູຝົນ. ດັ່ງເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີ ໄດ້ກ່າວວ່າ:
"ເຂົາເວົ້າບໍ່ມີເງິນຫັ້ນນ່າ ມາເຮັດ ຫວິດຝົນແລ້ວ ຊິເຮັດສືບຕໍ່ ເຂົາກຳລັງກຽມເງິນຄຳຢູ່ ຫວິດຝົນແລ້ວ ເຂົາຊິເລີ້ມລົງມື ຫັ້ນນ່າ".
ເຖີງຢ່າງໃດກໍຕາມ ຍັງມີຫລາຍເສັ້ນທາງຢູ່ ນະຄອນຫຼວງວຽງຈັນ ທີ່ຍັງເປ່ເພ ຍັງບໍ່ໄດ້ຮັບ ການສ້ອມແປງ ຈາກທາງການ ແລະ ໄດ້ສ້າງ ຜົນກະທົບ ຕໍ່ປະຊາຊົນ ຈຳນວນຫລາຍ.