ມ.ໄຊບູລີ ຖືກນໍ້າຖ້ວມ ເສັຽຫາຍໜັກ
2018.08.14

ຫຼາຍບ້ານ ໃນເມືອງໄຊບູລີ ແຂວງສວັນນະເຂດ ຖືກນໍ້າຖ້ວມຕິດຕໍ່ກັນຫຼາຍມື້ ເຮັດໃຫ້ບ້ານເຮືອນ ຂອງປະຊາຊົນ ຈຳນວນນຶ່ງເສັຽຫາຍ ປະຊາຊົນຫຼາຍຮ້ອຍຄອບຄົວ, ພຣະສົງ 20 ວັດ ຂາດອາຫານການກິນ, ນໍ້າດື່ມແລະເຄື່ອງນຸ່ງຮົ່ມ ຮວມທັງໂຄງຮ່າງພື້ນຖານພາຍໃນ ເມືອງເປ່ເພຢ່າງໜັກ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ສິງຫາວ່າ:
“ແມ່ນແຫລະໆ ແຕ່ວ່າມັນຈະເລີ່ມແຫ້ງແລ້ວ ແຕ່ວ່າຍັງມີຜົນເສັຍຫລາຍອັນ ຖືວ່າເຂົ້ານໍ້າຊາມປາຕາຍໝົດເລີຍ ແຕ່ເຮືອນຊານບ້ານຊ່ອງ ກໍມີບາງໝູ່ບ້ານຖືກນໍ້າພັດ ໃນຊ່ວງທີ່ນໍ້າຂຶ້ນແຮງຫັ້ນເນາະ ແລ້ວກໍ່ເປ່ເພເສັຍຫາຍກໍ່ຫລາຍບ້ານ ເປັນບ້ານຫາດຊາຍ ສູງກະໄປ 4 ຫລັງຄາ ຊ່ວງຢູ່ບ້ານຂະເຈົ້າ ເສົາໄຟຟ້າແມ່ນຫຍັງຂາດ ຖືກວ່າໄຟຟ້າຖືກຕັດຂາດເນາະ ແລ້ວກໍ່ເປັນປະເພດຖນົນຫົນທາງ ມັນກໍ່ຖືກຕັດຂາດເນາະ.”
ທ່ານກ່າວວ່າ ສ່ວນບ້ານທີ່ຖືກນໍ້າຖ້ວມໜັກ ແລະເຮືອນປະຊາຊົນ ເປ່ເພເສັຍຫາຍ ຄື ບ້ານຫາດຊາຍສູງ ຊຶ່ງເປັນບ້ານຢູ່ແຄມນໍ້າເຊບັ້ງໄຟ ແລະນໍ້າຂອງ ຖນົນຫົນທາງຖືກຕັດຂາດ ໄຟຟ້າບໍ່ມີໃຊ້ ເນື່ອງຈາກເສົາໄຟຟ້າ ຖືກນໍ້າພັດລົ້ມໄປ 3 ຕົ້ນ ເຮືອນເປ່ເພ ເສັຽຍ້ອນຖືກນໍ້າພັດ 4 ຫລັງ.
ເບື້ອງຕົ້ນການຊ່ອຍເຫລືອຍັງເຂົ້າບໍ່ເຖິງ ປະຊາຊົນ 380 ຫຼັງຄາເຮືອນ ຫຼືເກືອບ 2 ພັນຄົນ ໂດຍຕ້ອງການໃຫ້ທາງການເຂົ້າໄປຊ່ອຍເຫຼືອ ຢ່າງເລັ່ງດ່ວນ ໃນເຣື່ອງອາຫານການກິນ ນໍ້າດື່ມ ເຄື່ອງນຸ່ງຮົ່ມ ແລະ ແກ້ໄຂຣະບົບໄຟຟ້າ ເນື່ອງຈາກຕອນຄໍ່າ ປະຊາຊົນຍັງຕ້ອງຢູ່ໃນ ຄວາມມືດຢູ່.
ເກືອບສອງອາທິດແລ້ວ ທີ່ນໍ້າເຊບັ້ງໄຟ ໃນເຂດເມືອງໄຊບູລີ ສູງເກີນຂີດອັນຕະລາຍ ຢູ່ຣະດັບ 19,20 ແມັດ ແລະມີໂອກາດຈະສູງຂຶ້ນ ຢ່າງຕໍ່ເນື່ອງ ບວກກັບມວນນໍ້າມະຫາສານ ຈາກແຂວງຄໍາມ່ວນ ໄຫລມາອັ່ງຢູ່ພື້ນທີ່ຕໍ່າ ເຮັດໃຫ້ມີເນື້ອທີ່ເຂົ້ານາປີ 400 ເຮັກຕ້າ ເສັຽຫາຍ 90 ສ່ວນຮ້ອຍ ຂອງເນື້ອທີ່ນາປີທັງໝົດ ໃນເມືອງໄຊບູລີ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການປົກຄອງແຂວງສວັນນະເຂດ ແລະເຈົ້າໜ້າທີ່ເມືອງໄຊບູລີ ກຳລັງເລັ່ງເກັບກຳຂໍ້ມູນ ຄວາມເສັຽຫາຍ ຢ່າງຣະອຽດ ເພື່ອກຽມປະຊຸມຫາລື ແກ້ໄຂຜົລກະທົບທີ່ເກີດຂຶ້ນ ໂດຍສະເພາະເຣື່ອງໄຟຟ້າ ແລະ ເນື້ອທີ່ເຂົ້ານາປີ ທີ່ຕົ້ນເຂົ້າເນົ່າຕາຍ ເສັຽຫາຍນັ້ນ.