ທາງການ ຂ.ໄຊຍະບູຣີ ວ່າ ນໍ້າພູນ ບໍ່ມີມົລພິດ

ສົມເນ
2016.12.22
f-boys ເດັກນ້ອຍລາວໃນຊຸມຊົນ
RFA/MP

ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູຣີ ກ່າວ ປະຕິເສດ ຂ່າວທີ່ວ່າ ນໍ້າພູນ ມີສະພາບຂຸ່ນ ຢູ່ເຂດ ເມືອງປາກລາຍ ທີ່ເຮັດໃຫ້ ຊາວບ້ານ ໄດ້ຮັບຄວາມ ເດືອດຮ້ອນ ແມ່ນເກີດ ຈາກການຂຸດຄົ້ນ ບໍ່ແຮ່ນັ້ນ ບໍ່ຖືກຕ້ອງ. ຄວາມຈິງ ແມ່ນເກີດຈາກ ການອະນາມັຍ ຄອງນໍ້າ ນໍ້າຂີ້ຕົມ ກໍເລີຽໄຫລລົງ ແມ່ນໍ້າພູນ ດັ່ງທ່ານ ໄດ້ກ່າວ:

"ເຮົາໄດ້ແກ້ໄຂແລ້ວໂຕນີ້ນະ ເພິ່ນອະນາມັຍຄອງນໍ້າເນາະ ຄອງນໍ້າ ທີ່ມັນອຸດຕັນເນາະ ກະບໍ່ແມ່ນມີການຂຸດຄົ້ນ ແມ່ນຫຍັງນະ ຄືແກ້ໄຂ ແລ້ວ ບໍ່ມີສານເຄມີ ຫຍັງເນາະ".

ເຈົ້າໜ້າທີ່ບໍ່ໄດ້ແຈ້ງວ່າ ເພິ່ນອະນາມັຍ ຄອງໃດ ແຕ່ຂ່າວທີ່ ລົງໃນສື່ສັງຄົມ ນັ້ນວ່າ ນໍ້າພູນ ມີສະພາບຂຸ່ນ ແມ່ນເກີດ ຈາກການຂຸດຄົ້ນ ບໍ່ແຮ່ ຢູ່ເຂດໃກ້ຄຽງ. ເຈົ້າໜ້າທີ່ ບອກວ່າ ປັດຈຸບັນ ຢູ່ເມືອງປາກລາຍ ຍັງບໍ່ມີ ການຂຸດຄົ້ນ ບໍ່ແຮ່ ເທື່ອ ມີແຕ່ບໍຣິສັດ ຫຸ້ນສ່ວນ ຈໍາກັດ NGT ລາວ-ຈີນ ໄດ້ທໍາການສໍາຣວດ ບໍ່ແຮ່ໄປແລ້ວ ແລະ ຕຣຽມສ້າງ ໂຮງງານ ຂຸດຄົ້ນ ບໍ່ແຮ່ ໃນພື້ນທີ່ 2 ກິໂລແມັດ ມົນທົນ ໃນອີກ ບໍ່ດົນນີ້.

ເມື່ອເດືອນຕຸລາ ຜ່ານມາການຂຸດຄົ້ນ ບໍ່ຄໍາຂອງບໍຣິສັດ ພອນສັກ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ເຮັດໃຫ້ ສານເຄມີ ໄຫຼລົງນໍ້າຫ້ວຍ ທັມມະຊາຕ ຈົນເຮັດໃຫ້ ປາຕາຍ, ແຕ່ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງແຂວງ ໃຫ້ ຄໍາຕອບວ່າ ບໍ່ຮູ້ວ່າມີ ເຣື້ອງແບບນີ້ ເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.