ພື້ນຖານຄວາມປອດພັຍໃນ ໂຮງງານ ລາວ
2013.11.12
ເຈົ້າໜ້າທີ່ຂັ້ນສູງ ຂອງສະຫະພັນ ກັມມະບານລາວ ເປີດເຜີຍວ່າ ຄົນງານລາວສ່ວນຫລາຍ ຕ້ອງປະເຊີນກັບ ຄວາມສ່ຽງ ທີ່ຈະໄດ້ຮັບໄພອັນ ຕະຣາຍຫລາຍຢ່າງ ຈາກການເຮັດວຽກໃນໂຮງຈັກໂຮງງານ ແລະຕາມ ສະຖານທີ່ວຽກງານອື່ນໆ.
ໃນປີກາຍ ສະຫະພັນ ກັມມະບານລາວ ໄດ້ສຳຫຣວດກວດກາໂຮງງານແລະສະຖານທີ່ເຮັດວຽກທັງໝົດກວ່າ 40,000 ແຫ່ງ ໃນທົ່ວປະເທດ ຜົນປະກົດວ່າ ມີບ່ອນເຮັດວຽກພຽງແຕ່ 171 ແຫ່ງເທົ່ານັ້ນທີ່ມີ ຣະບົບ ປ້ອງກັນ ແລະ ຮັກສາ ຄວາມປອດໄພ.
ໃນທົ່ວປະເທດລາວ ມີຄົນງານທັງໝົດເຖິງ 520,000 ຄົນ ໃນນັ້ນ ມີຄົນງານພຽງ ແຕ່ປະມານ 21,000 ຄົນ ເທົ່ານັ້ນ ທີ່ໄດ້ເຮັດວຽກຢູ່ໃນ ສະຖານທີ່ ທີ່ປອດໄພ. ສ່ວນທີ່ເຫລືອ ແມ່ນສ່ຽງຕໍ່ອັນຕະຣາຍ ໃນບ່ອນວຽກງານ ສະເພາະແຕ່ຢູ່ໃນເຂດນະຄອນຫລວງວຽງຈັນ ຜແນກແຮງ ງານແລະສວັດດີການສັງຄົມ ຣາຍງານວ່າ ນະຄອນຫລວງ ວຽງຈັນ ມີໂຮງງານ ແລະ ສະຖານທີ່ເຮັດວຽກທີ່ ປອດພັຍ 57 ແຫ່ງ ຊຶ່ງຖືວ່າ ເປັນເຂດທີ່ປອດໄພທີ່ສຸດ ໃນປະເທດ.
ຕາມມາຕຖານສາກົນແລ້ວ ໂຮງງານຫລືສະຖານທີ່ ເຮັດວຽກບ່ອນໃດກໍຕາມ ຕ້ອງມີທາງໜີໄຟ ຕ້ອງມີຣະບົບນໍ້າມອດໄຟ ບໍ່ຕ້ອງໃຫ້ແອອັດ ເກີນໄປ ແລະ ອາກາດກໍຕ້ອງຫລຸໂລ່ງດີ.