ຣະບົບເຕືອນພັຍໃນລາວ
2013.10.07
ໃນຊ່ວງຣະດູຝົນປີນີ້ ຫລາຍແຂວງໃນລາວໄດ້ຮັບຜົລກະທົບຢ່າງໜັກຈາກພັຍນໍ້າຖ້ວມ ແລະລົມພາຍຸຄວາມເສັຽນອກຈາກການເສັຽຊີວິດແລ້ວ ຍັງມີຊັພສິນເຄື່ອງຂອງ ເຮືອນຊານໄຮ່ນາແລະສັດລ້ຽງ ຂອງປະຊາຊົນ ກໍເສັຽຫາຍນຳອີກ. ດັ່ງພໍ່ບ້ານ ຜູ້ນຶ່ງເວົ້າວ່າ:
"ແຈ້ງການອັນນີ້ກໍບໍ່ເຂົ້າໃຈເພີ່ນ ເພາະວ່າແຈ້ງການເພີ່ນ ວ່າແຈ້ງການຂອງກົມເນາະ ແຕ່ວ່າຂັ້ນເມືອງນີ້ແຈ້ງຂັ້ນບ້ານ ກໍຖືວ່າເຂົາມີໜ່ວຍງານ ລົງປະກາດກໍຖືວ່າຜິດພາດຫັ້ນແຫລະ ເຂົາກໍໄດ້ປະກາດ ປະຊາຊົນກໍຍັງຟັງເບີ່ງ ເຂົາກໍຍັງຟັງເບີ່ງ ເພາະວ່າເຂົາກໍເຄີຍເຫັນວ່າມັນຖ້ວມຊັ້ນນະ ເຂົາກໍອອກນໍາບໍ່ທັນ ບາງຄອບຄົວ ກໍໄດ້ນ່າ".
ທ່ານເວົ້າວ່າ ເທົ່າທີ່ເຫັນມາ ການແຈ້ງການ ຈະສົ່ງຄົນໄປແຈ້ງຕາມບ້ານ ຊື່ງເຂດຫ່າງໄກ ກໍຈະບໍ່ໄດ້ຮັບ ການແຈ້ງການດ່ັງກ່າວ ຈື່ງເຮັດໃຫ້ ບໍ່ມີການ ຕຣຽມການ ອົພຍົບປະຊາຊົນ ຫລືປ້ອງກັນ ເມື່ອເກີດເຫດພັຍພິບັດຂື້ນ ກໍຫລົບຫນີບໍ່ທັນ ເຮັດໃຫ້ເກີດຄວາມເສັຽຫາຍ ຫລາຍຂື້ນ ຍ້ອນຂາດການກະຕຣຽມ.
ເຈົ້າຫນ້າທີ່ກະສິກັມທ່ານນື່ງເວົ້າວ່າ ການປ້ອງກັນນໍ້າຖ້ວມ ໃນລາວຫລາຍແຂວງຍັງບໍ່ມີຄວາມພ້ອມເທື່ອ ຍ້ອນຂາດການເຕືອນພັຍ ລ່ວງຫນ້າ ຂາດການວັດແທກ ຣະດັບນໍ້າ ຫລືບໍ່ມີການວັດແທກທຸກມື້ ບາງແຫ່ງຣະບົບການວັດແທກນໍ້າກໍໃຊ້ ການບໍ່ໄດ້ແລະກໍບໍ່ມີການ ສ້ອມແປງ. ພັຍ ນໍ້າຖ້ວມໃນລາວມີຂຶ້ນໃນແຕ່ລະປີ ໃນປີນີ້ຫລາຍແຂວງ ໄດ້ຮັບຄວາມເສັຽຫາຍແລະໃນປີ 2009 ແຮ່ງເສັຽຫາຍຫລາຍກວ່ານີ້ ຍ້ອນຂາດການ ເຕືອນ ພັຍລ່ວງຫນ້າ.