ຊາວບ້ານຈະຮ້ອງທຸກເຣື້ອງຄ່າ ຊົດເຊີຍ

ສິດນີ
2017.10.26
f-coal ການຂຸດຄົ້ນຖ່ານຫີນ ຂອງບໍຣິສັດຕ່າງປະເທດ ໃນສປປລາວ
Screen captured LNTV video

ປະຊາຊົນ ຈຳນວນ 40 ຄອບຄົວຢູ່ບ້ານຫ້ວຍຄົງ ເມືອງຊຳເຫນືອ ແຂວງຫົວພັນ ຈະຍື່ນຄໍາຮ້ອງທຸກ ຕໍ່ຂັ້ນແຂວງ ຫາກບໍຣິສັດ CCF ຊຶ່ງ ເປັນໂຮງງານໄຟຟ້າຖ່ານຫີນ ທີ່ຍັງບໍ່ຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຊຶ່ງການສຳຣວດຂອງບໍຣິສັດ ເຮັດໃຫ້ເກີດດີນແດງ ຖົມໃສ່ນາຊາວ ບ້ານເສັຽຫາຍເຖິງ 20 ເຮັກຕາ ແລະຮັບປາກວ່າ ຈະຈ່າຍຄ່າຊົດເຊີຍໃຫ້ 1 ລ້ານໂດລາປາຍຕໍ່ນຶ່ງເຮັກຕາ ແຕ່ເມື່ອປະຊາຊົນໄປທວງຖາມ ກໍມີດງຽບໄປເລີຍ. ດັ່ງເຈົ້າຫນ້າທີ່ ເມືອງຊຳເຫນືອ ທ່ານນຶ່ງກ່າວ ໃນວັນທີ 25 ຕຸລາ ນີ້ວ່າ:

“ໂອບາດນີ້ຊາວບ້ານກໍຊີ່ນຳສເນີຂັ້ນເທິງ ຄັນບໍ່ໄດ້ເງິນ ກະເຮັດສອງເທື່ອແລ້ວ ແຕ່ວ່າບໍ່ເຫັນໄດ້ຍີນຕອບອັນໃດ ທີ່ດິນໄຮ່ດິນນາ ເຂົາແຫລະ ມັນເສີຍ ເສັຽຫາຍປີນີ້ມັນບໍ່ໄດ້ຮັບຜົລ ບາງບ່ອນກໍໄດ້ເກືອບ 70 ເປີເຊັນ ກະມີ ເສັຽຫາຍນີ້ນາ ຫັ້ນ”.

ທ່ານກ່າວຕື່ມວ່າ ສິ່ງທີ່ຊາວບ້ານເປັນຫ່ວງຫລາຍທີ່ສຸດ ໃນເວລານີ້ກໍຄື ບັນຫາຂາດແຄນເຂົ້າກິນ ເພາະຜົລປູກຂອງພວກຂະເຈົ້າ ຖືກດິນແດງ ຖົມໄປຫມົດ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ ບໍຣິສັດຈ່າຍຄ່າ ຊົດເຊີຍສິ່ງທີ່ເສັຽຫາຍ ຫຼືແຈກຢາຍເຂົ້າສານ ໃຫ້ແກ່ຂະເຈົ້າ ຊຶ່ງໃນປັດຈຸບັນ ບໍຣິສັດ ກໍເມີນເລີຍ ຊາວບ້ານກໍຈະເອົາບັນຫາ ດັ່ງກ່າວຂຶ້ນເຖິງຂັ້ນແຂວງ ເພື່ອໃຫ້ເພິ່ນລົງມາ ແກ້ໄຂ ໃຫ້ຂະເຈົ້າ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການແຂວງຫົວພັນ ເພື່ອສອບຖາມກ່ຽວກັບ ບັນຫາດັ່ງກ່າວ ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງ ປະຕິເສດທີ່ຈະໃຫ້ ສຳພາດ ມີແຕ່ກ່າວພຽງສັ້ນໆວ່າ ໄດ້ສົ່ງພະນັກງານ ລົງໄປສຳຣວດ ຜົລກະທົບແລ້ວ.

ບໍຣິສັດ CCF ເປັນບໍຣິສັດຈີນ ໄດ້ທຳການສຳຣວດຖ່ານຫີນ ໃນເຂດດັ່ງກ່າວ ມາແຕ່ປີ 2012 ຊຶ່ງໃນປັດຈຸບັນ ຢູ່ໃນຂັ້ນຕອນ ສ້າງໂຮງງານ ແລະບ່ອນຢູ່ຂອງຄົນງານ ການກໍ່ສ້າງດັ່ງກ່າວຈະສຳເຣັດ ໃນໄວໆນີ້ ແລະຈະເລີ້ມການຜລິດໃນຕົ້ນປີ 2018 ແຕ່ຍັງບໍ່ໃຫ້ ຄ່າຊົດເຊີຍຄວາມ ເສັຽຫາຍ ແກ່ຊາວບ້ານເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.