ຊາວບ້ານອອກເງິນສ້ອມແປງ ຫົນທາງ
2017.08.07
ປະຊາຊົນໃນຫລາຍແຂວງໃນລາວ ໃນທຸກມື້ນີ້ ຍັງໄດ້ເກັບເງິນ ກັນເອງ ເພື່ອໃຊ້ສ້ອມແປງ ຖນົນຫົນທາງ ທີ່ເປ່ເພ ຣະຫວ່າງ ບ້ານຕໍ່ບ້ານ ເປັນຕົ້ນ ແຂວງສວັນນະເຂດ ແຕ່ລະປີ ບາງບ້ານ ຊາວບ້ານຕ້ອງໄດ້ຈ່າຍເງິນ ຄອບຄົວລະ 2 ແສນກີບ ໃຫ້ພໍ່ບ້ານ ເພື່ອສົ່ງໃຫ້ຂັ້ນເມືອງ ມາສ້ອມແປງ ຖນົນໃຫ້. ດັ່ງເຈົ້າຫນ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ກ່າວໃນວັນທີ 3 ສິງຫາ ນີ້ວ່າ:
"ປະມານສອງແສນກີບ ບາງໝ້ອງບາງທີ່ນະເກັບເປັນເຈັດແສນກໍມີ ແລ້ວແຕ່ບ້ານນ້ອຍບ້ານໃຫຍ່ ສົມມຸດວ່າ ບ້ານໃຫຍ່ ເຂົາຈະເກັບຣາຄາ ຖືກລົງນ້ອຍນຶ່ງ ພໍເກັບມາປຶບ ແລ້ວເພີ່ນກໍມອບໃຫ້ ນາຍບ້ານ ພໍມອບໃຫ້ນາຍບ້ານປຸບ ເພິ່ນຈະບວກລົບຄູນຫານ ເອົາເລີຍນະ ມັນມີຫຼາຍ ແຂວງຢູ່ບໍ່ແມ່ນວ່າສະເພາະ ແຂວງສວັນນະເຂດ".
ທ່ານກ່າວຕື່ມວ່າ ການເກັບເງິນເພື່ອສ້ອມແປງຫົນທາງ ຣະຫວ່າງບ້ານຫາບ້ານນັ້ນ ທາງການເກັບມາດົນແລ້ວ ແລະຈະເກັບ ໃນເຂດທີ່ຖນົນ ຫົນທາງບໍ່ດີ ທາງແຄບ ຫລືເສັ້ນທາງ ທີ່ມັກເປັນຫລຸມເປັນບວກ ໃນຍາມຝົນ. ເມື່ອໄດ້ເງິນຄົບແລ້ວທາງການ ກໍຈະລົງມາແປງຖນົນ ໃຫ້ໃນ ເຂດບ້ານນັ້ນໆ ສ່ວນຊາວບ້ານ ຜູ້ໃດບໍ່ມີເງິນໃຫ້ ກໍຕ້ອງໄດ້ອອກແຮງງານ ໃນການສ້ອມແປງຖນົນ.
ແຕ່ເຖິງແມ່ນວ່າຈະມີການເກັບເງິນ ຈາກຊາວບ້ານ ໄປສ້ອມແປງຖນົນກໍຕາມ, ໃນຫລາຍປີຜ່ານມາ ຈົນເຖິງປັດຈຸບັນ ຖນົນຫົນທາງ ທີ່ຖືກ ສ້ອມແປງໃນຫຼາຍບ້ານ ກໍຍັງເປ່ເພ ຢູ່ຄືເກົ່າ ບໍ່ສົມກັບຈຳນວນເງິນ ທີ່ເກັບໄປ ເປັນຕົ້ນ ໃນແຂວງສວັນນະເຂດ ທີ່ບ້ານຫີນສີ່ວ ບ້ານນາມ ມະເກືອ ແລະບ້ານກຸດຊຸງ ເມືອງອາດສະພັງທອງ ທີ່ມີການເກັບເງິນ ມາເປັນເວລາ 5 ປີ ຄອບຄົວລະ 2 ແສນກີບ ແຕ່ເສັ້ນທາງຍັງບໍ່ດີ ຂຶ້ນເລີຍ ທ່ານກ່າວເພີ້ມວ່າ:
"ເປັນນະໂຍບາຍຂອງທາງເມືອງ ທາງຂັ້ນເທີງ ບ້ານໃດຢາກເຮັດຖນົນ ເພິ່ນຈະເກັບເງິນ ຖນົນຫົນທາງສ່ວນຫຼາຍກໍເກັບເງີນ ເກັບແຕ່ລະ ຫລັງຄາເຮືອນ ບ້ານເຮືອນໃດ ບໍ່ມີກໍຊ່ອຍໄປ ອອກແຮງງານ ຈັ່ງຊັ້ນແຫລະ. ເກັບໄດ້ 30 ລ້ານ ພັກ ເຮັດຈິງເຫຼືອ ປະມານ 15 ລ້ານ ຊ່ວງຣະຍະນີ້ຣົດໃຫຍ່ ມັນກໍໄປບໍ່ໄດ້ ຣົດມັນຄາຂີ້ຕົມນະ ອອກຈາກ ບ້ານນາມະເກີດ ໄປບ້ານຫີນສີ່ວ".
ໃນສື່ສັງຄົມອອນລາຍ ຊາວບ້ານກະສະ ເມືອງເລົ່າງາມ ແຂວງ ສາຣະວັນ ແລະ ຊາວບ້ານນາມອນ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຂະເຈົ້າກໍວ່າບ້ານຂະເຈົ້າ ກໍຖືກເກັບເງິນເຊັ່ດຽວກັນ.