ບັນຫາຄວັນທີ່ເກິດຈາກໄຟໄໝ້ ສນາມຂິ້ເຫຍື້ອ ຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 4 ມິນາ ຜ່ານມານັ້ນຍັງບໍ່ ສາມາດແກ້ໄຂໄດ້, ອາກາດເປັນມົລພິດ ໃນບໍຣິເວນດັ່ງກ່າວ ແລະໃນເຂດອ້ອມແອ້ມ ລະຍະ 10 ກິໂລແມັດ ເກີນມາຕຖານ ຖືວ່າເປັນ ອັນຕລາຍ ຕໍ່ສຸຂພາບ ຂອງປະຊາຊົນ. ດັ່ງເຈົ້າໜ້າທີ່ ຜແນກຄຸ້ມຄອງ ແລະບໍຣິຫານ ຕົວເມືອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ມິນາ ນີ້ວ່າ:
“ບໍ່ ບໍ່ ມັນບໍ່ລາມ ບໍ່ລາມແນ່ນອນ ມັນຢູ່ໃນເຂດ ມີແຕ່ວ່າ ເຮົາສິພຍາມຍາມ ດັບຄວັນຊື່ໆ ມັນບໍ່ໄດ້ໄຟລາມ ມັນໄໝ້ຢູ່ບໍ່ ບໍ່ ບໍ່ມີບັນຫາວ່າ ສິໃຫ້ລາມໄປໄໝ້ ຜູ້ນັ້ນຜູ້ນີ້ ບໍ່, ມັນຢູ່ໃນເຂດ ທີ່ພວກເຮົາກໍາຈັດ ໄດ້ແລ້ວ ໄຟມັນດັບແລ້ວ ມີແຕ່ຍັງຄວັນ ມັນຫຸ້ມຢູ່ຊື່ໆ ມັນເຣື້ອງ ມົລພິດ ນີ້ຫລາຍກ່ວາ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ໄດ້ວັດແທກອາກາດ ທີ່ເປັນມົລພິດເຖິງ 1.39 PPM. ເຫດການໄຟໄໝ້ ສນາມ ຂີ້ເຫຍື້ອຂນາດ 50 ເຮັກຕາ ໃນຄັ້ງນີ້ ຄືໄໝ້ຂິ້ເຫຍື້ອ 6 ຂຸມ ຂນາດ 200X200 ແມັດ, ເລິກ 4 ແມັດ, ໄຟໄໝ້ລຸກລາມໄປ ທັງໝົດ. ປັຈຈຸບັນ ເຈົ້າໜ້າທີ່ສາມາດ ສະກັດກັ້ນໄຟທັງໝົດໄດ້ແລ້ວ ແຕ່ຍັງມີບັນຫາ ຄວັນໄຟ ປົກຄຸມຫລາຍຢູ່.
ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະບໍຣິຫານ ຕົວເມືອງວຽງຈັນ ຫຼື ຄບຕ ກ່າວຕື່ມວ່າ ຂນະນີ້ໄດ້ກວດກາ ໃນຫຼາຍພື້ນທີ່ ໃນຣະຍະ 10 ກິໂລແມັດ ຈາກສນາມຂິ້ເຫຍື້ອ ທີ່ຖືກໄຟໄໝ້ ແລະໂຮງຮຽນປະຖົມສົມບູນ ບ້ານນາຜາສຸຂ ແລະບ້ານໃກ້ຄຽງ ໄດ້ຊົ່ວຄາວໄປກ່ອນ ແລະ ໄດ້ປະສານ ໃຫ້ຫ້ອງການ ປົກຄອງບ້ານ ແລະຫ້ອງການ ສາທາຣະນະສຸກ ເມືອງໄຊທານີ ເຝົ້າຣະວັງ ບັນຫາສຸຂພາບ ຂອງປະຊາຊົນ ຢ່າງເຂັ້ມງວດ ໂດຍສະເພາະ ເດັກນ້ອຍ, ແມ່ຍິງຖືພາ, ຜູ້ສູງອາຍຸ, ແລະຜູ້ມີພຍາດ.