ຕໍາຣວດເມົາແລ້ວຂັບ ຕໍາກັນ ຈົກປືນຂູ່

ອຸ່ນແກ້ວ ສຸກສະຫວັນ
2019.03.13
ການສັນຈອນໄປມາ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ
RFA/LX

ອຸບັດຕິເຫດ ກ່ຽວກັບເລື່ອງ ເຈົ້າໜ້າທີ່ຕຳຣວດ ດື່ມເຫຼົ້າຈົນມຶນເມົາ ຂັບຣົດໄປຕຳກັບ ຣົດຄັນອື່ນ ແລ້ວຈົກປືນອອກມາຂູ່ ຜູ້ເປັນຄູ່ ກໍຣະນີ ນັ້ນ, ໄດ້ເກີດຂຶ້ນໃນເວລາ ປະມານ 12 ໂມງ ທ່ຽງຄືນ ຂອງວັນທີ 4 ມິນາ 2019 ຢູ່ເຂດບ້ານຊ້າງຄູ່ ໃກ້ກັບ ມະຫາວິທຍາໄລ ແຫ່ງຊາດ, ເມືອງໄຊທານີ, ນະຄອນຫລວງວຽງ ຈັນ, ຣະຫວ່າງ ຣົດກະບະວີໂກ້ ໄດ້ຂັບຂີ່ມາດ້ວຍຄວາມໄວ ແລ້ວຕຳເອົາທ້າຍຣົດກະບະ ໄມຕີ້ເອັກ ທະບຽນ ກຳແພງນະຄອນ. ອຸ່ນແກ້ວ ມີບົດສຳພາດ ປະຊາຊົນ ມາສະເໜີ ທ່ານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.