ເຂື່ອນນໍ້າງື່ມ 1 ປ່ອຍນໍ້າ ຫຼາຍບ້ານ ເສັຽຫາຍ

ຈໍາປາທອງ
2018.08.14
F-Nam-Ngum ຂົງເຂດອ່າງເກັບນໍ້າ ເຂື່ອນນໍ້າງື່ມ 1
ພາບຖອນຈາກ ສະໂມສອນ ເຂື່ອນໄຟຟ້ານໍ້າງື່ມ 1 : https://tinyurl.com/ybazo5kj

ນັບແຕ່ວັນທີ 12 ສິງຫາ ມານີ້ ພື້ນທີ່ດິນທໍາການຜລິດ ທັງນາທັງໄຮ່ແລະຮົ້ວສວນ ຕລອດເຖິງສັດລ້ຽງຂອງປະຊາຊົນ ຈໍານວນຫຼວງຫຼາຍ ຖືກນໍ້າຖ້ວມເສັຍຫາຍ ຍ້ອນເຂື່ອນໄຟຟ້ານໍ້າງື່ມ 1 ປ່ອຍນໍ້າລົງມາໃສ່ ບ້ານແກ້ວອຸດົມ ແລະບ້ານນໍ້າງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ; ດັ່ງເຈົ້າໜ້າທີ່ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊເຊັຍເສຣີ ໃນມື້ວັນທີ 13 ສິງຫາ ນີ້ວ່າ:

"ຜົລກະທົບນີ້ນໍ້າຖ້ວມແດ່ ຖືກບ່ອນດິນທໍາການຜລິດນີ້ ກໍມີແຕ່ບ່ອນບ່ອນອັນເຮັດໄຮ່ເຮັດສວນນີ້ແຫລະ ບ່ອນໄຮ່ເຂົ້ານີ້ທັມດານີ້ ບ່ອນອັນ ການລ້ຽງສັດ ບ່ອນເຮັດສວນໄປຊັ້ນນະ ມີແຕ່ວ່າສະເພາະແຕ່ບ່ອນທໍາການຜລິດຖືກກະທົບ."

ທ່ານກ່າວຕໍ່ໄປວ່າ ເຂື່ອນນໍ້າງື່ມ 1 ປ່ອຍນໍ້າລົງມາຖ້ວມນາ ຖ້ວມສວນ ແລະພື້ນທີ່ລ້ຽງສັດ ຂອງປະຊາຊົນ ທີ່ຢູ່ແຄມນໍ້າງື່ມ ຊຶ່ງມື້ວານນີ້ ຄາດວ່າມີນໍ້າຖ້ວມ 2 ບ້ານ ມີຜູ້ໄດ້ຮັບຜົລກະທົບ ປະມານ 40 ປາຍຄອບຄົວ.

ທ່ານເວົ້າວ່າ ທາງການໄດ້ປະກາດແຈ້ງເຕືອນ ໃຫ້ປະຊາຊົນຮູ້ເຖິງການທີ່ຈະປ່ອຍນໍ້າ ອອກຈາກເຂື່ອນນໍ້າງື່ມ 1 ມາຕັ້ງແຕ່ຕົ້ນເດືອນສິງຫາ ຍ້ອນຝົນຕົກລິນຕິດຕໍ່ກັນຫຼາຍມື້ ເຮັດໃຫ້ ຣະດັບນໍ້າໃນໜ້າເຂື່ອນນັ້ນ ສູງຂຶ້ນນໍາເລື້ອຍໆ ຈົນຢ້ານເຂື່ອນຮັບ ປະຣິມານນໍ້າບໍ່ໄຫວ, ຢ້ານ ເຂື່ອນແຕກ.

ປັດຈຸບັນ ທາງການ ສປປລາວ ທີ່ເປັນຜູ້ປ່ອຍນໍ້າອອກຈາກເຂື່ອນລົງຖ້ວມນັ້ນ ກໍາລັງເກັບກໍາຂໍ້ມູນກ່ຽວກັບ ຄວາມເສັຍຫາຍຂອງຊາວບ້ານ. ສ່ວນວ່າຈະຊົດເຊີຍຄວາມເສັຍຫາຍ ທີ່ເກີດຈາກການປ່ອຍນໍ້າອອກຈາກເຂື່ອນລົງມາໃສ່ນັ້ນ ຍັງບໍ່ທັນມີການ ເວົ້າເຖິງເທື່ອ; ດັ່ງທີ່ທ່ານ ກ່າວວ່າ:

"ປັດຈຸບັນນີ້ ຂະເຈົ້າກໍລົງມາແລ້ວລົງມາແລ້ວ ແຕ່ວ່າຂະເຈົ້າຍັງເກັບຂໍ້ມູນ ບໍ່ລະອຽດແທ້ເທື່ອ ຍັງຈະສໍາຣວດຕົວຈິງເບິ່ງກໍຕົວນີ້ນະ ແຕ່ວ່າ ຜົລກະທົບນີ້ ຂະເຈົ້າຍັງບໍ່ເວົ້າບໍ່ວ່າຫຍັງເທື່ອຕົວນີ້."

ເຂື່ອນໄຟຟ້ານໍ້າງື່ມ 1 ໄດ້ເປີດປະຕູນໍ້າ 4 ປະຕູ ໃນເວລາ 9 ໂມງເຊົ້າຂອງມື້ວັນທີ 12 ສິງຫາ ໃນປະຣິມານສເລັ່ຍ 5 ແສນ 3 ໝື່ນ 3 ພັນແມັດກ້ອນ ຕໍ່ຊົ່ວໂມງ. ຕາມຂໍ້ມູນຂອງທາງການທີ່ກ່ຽວຂ້ອງ ກັບການປ່ອຍນໍ້າອອກຈາກເຂື່ອນຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.