ນະຄອນຫຼວງມ້າງປ້າຍ ທີ່ຜິດ ຣະບຽບ

ສຸພັດຕາ
2019.02.04
ຕົວຢ່າງປ້າຍໂຄສະນາ ທີ່ຕິດຕາມ ແຄມຖນົນຫົນທາງ
RFA/LX

ເຈົ້າໜ້າທີ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຫຼາຍພາກສ່ວນ, ມ້າງປ້າຍໂຄສະນາ ທີ່ຕິດຕາມເສັ້ນທາງແບບບໍ່ຖືກຣະບຽບ, ຄື ຕິດຕັ້ງແບບຊະຊາຍ, ເຊິ່ງສ່ວນຫຼາຍເປັນປ້າຍທີ່ຕິດຕັ້ງ ອອກມານອກເຂດສງວນທີ່ທາງການກໍານົດ, ແລະປ້າຍຕ່າງໆ ທີ່ຕິດຕາມກໍາແພງ ແຄມທາງ.

ຕາມຣະບຽບການຜູ້ທີ່ຈະຕິດປ້າຍໂຄສະນາ ຕ້ອງໄດ້ຂໍອະນຸຍາດ ຈາກຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນກ່ອນ, ແລະ ເວລາຕິດຕັ້ງຈະມີເຈົ້າໜ້າທີ່ ໂຍທາທິການແລະຂົນສົ່ງເມືອງ ເປັນຜູ້ນໍາພາຕິດຕັ້ງ, ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງທ່ານນຶ່ງ, ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມົກກະຣາ ຜ່ານມາ:

“ຕັດປ້າຍຈຳນວນທີ່ບໍ່ຖືກຣະບຽບ ຕັ້ງປ້າຍຊະຊາຍຫັ້ນນ່າ ເລື້ອງຜິດແມ່ນບໍ່ໄດ້ຂໍອະນຸຍາດ ບາງອັນກໍຕິດຕັ້ງຕາມລຳພັງໃຈ ກໍພໍ້ໂຕວ່າທີ່ຕັ້ງ ອອກມານອກເຂດສະຫງວນ, ທີ່ເຮົາກຳນົດຫັ້ນ ຕ້ອງໄດ້ຂໍອະນຸຍາດໂຍທາ ນະຄອນຫລວງວຽງຈັນ ໃຫ້ມັນຖືກຕ້ອງ ຄັກແນ່, ລະເວລາໄປ ຕິດຕັ້ງ ແມ່ນພວກເຮົານຳພາຕິດຕັ້ງເນາະ.”

ໃນຂນະດຽວກັນ, ເຈົ້າໜ້າທີ່ອີກທ່ານນຶ່ງ ກໍເວົ້າວ່າ, ການມ້າງປ້າຍໂຄສະນາ ທີ່ບໍ່ຖືກຣະບຽບອອກນັ້ນ ບໍ່ແມ່ນມີແຕ່ຢູ່ເມືອງຫາດຊາຍຟອງ, ຢູ່ເມືອງ ອື່ນໆກໍມ້າງຄືກັນ ແລະກ່ອນຈະໄປມ້າງປ້າຍທີ່ວ່ານັ້ນ, ເຈົ້າໜ້າທີ່ໄດ້ແຈ້ງ ໃຫ້ເຈົ້າຂອງປ້າຍຮູ້ເຖິງ ຣະບຽບການຕິດປ້າຍກ່ອນແລ້ວ, ການຕິດປ້າຍ ຕ້ອງໄດ້ລົງທະບຽນ ແລະ ຖ້າປ້າຍນ້ອຍ ກໍມີຄ່າທໍານຽມ 3-4 ແສນກີບ, ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ພວກເຮົາເຮັດນີ້ ອີງໃສ່ 1184 ນໍ, ພາຍໃຕ້ການຊີ້ນໍາຄນະພັກເມືອງ, ທຸກເມືອງເຂົາໄດ້ເຮັດຄືກັນໝົດ, ຕັ້ງໂດຍບໍ່ຜ່ານໃບອະນຸຍາດ ບໍ່ໄດ້ຢູ່ໃນຣະບົບຫັ້ນ, ມັນມີຄ່າທຳນຽມບໍ່ໄດ້ແພງນ່າ, ຂອງເຈົ້າປ້າຍນ້ອຍມັນຈະທໍ່ໃດ 3  ແສນ 4 ແສນປະມານນີ້ ແຫຼະ.”

ກ່ຽວກັບເຣື້ອງທີ່ວ່ານີ້ ຂ່າວທາງການລາວ ໄດ້ຣາຍງານວ່າ ເມື່ອບໍ່ດົນມານີ້, ທາງການໄດ້ມ້າງປ້າຍໂຄສະນາ ທີ່ບໍ່ຖືກຣະບຽບ ຢູ່ເສັ້ນທາງ 3 ສາຍ, ຮວມທັງຖນົນເຂດທ່າເດື່ອ ບ້ານ ດົງຄໍາຊ້າງ, ໜອງໄຮ ແລະ ບ້ານນາໄຫ ໃນເຂດເມືອງຫາດຊາຍຟອງ ພາຍຫຼັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ເຜີຍແຜ່ຣະບຽບການ ຕິດປ້າຍໂຄສະນາຕ່າງໆ, ໃຫ້ເຈົ້າຂອງປ້າຍ ແລະ ປະຊາຊົນ ທີ່ອາສັຍຢູ່ຕາມແຄມທາງນັ້ນຮູ້ກ່ອນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.