ໃນນະຄອນຫຼວງວຽງຈັນ ມີຂີ້ເຫຍື້ອຫຼາຍຂຶ້ນເຖິງ 600 ຕັນຕໍ່ມື້ ແຕ່ທາງການສາມາດ ເກັບແລະທຳລາຍຂີ້ເຫຍື້ອ ໄດ້ພຽງເຄິ່ງດຽວເທົ່ານັ້ນ, ທີ່ເຫຼືອນັ້ນກາຍເປັນຂີ້ເຫຍຶື້ອ ກອງຊະຊາຍຢູ່ໃນເຂດບ້ານ ທົ່ວນະຄອນຫຼວງວຽງຈັນ ສະນັ້ນເພື່ອກຳຈັດ ຂີ້ເຫຍື້ອໃຫ້ດີຂຶ້ນ ທາງຫ້ອງການ ນະຄອນຫລວງ ວຽງຈັນ ຈຶ່ງອະນຸຍາດ ໃຫ້ທະນາຄານຂີ້ເຫຍື້ອ ຣີໄຊໂກ ແລະຄນະວິທຍາສາດ ແລະສິ່ງແວດລ້ອມ ມະຫາວິທຍາໄລ ແຫ່ງຊາດລາວ ຮ່ວມກັນຈັດໂຄງການ ຫລຸດຜ່ອນບັນຫາຂີ້ເຫຍື້ອລົ້ນ ນະຄອນຫລວງວຽງຈັນ. ໂດຍໄດ້ເປີດໃຫ້ ປະຊາຊົນເອົາຂີ້ເຫຍື້ອ ໄປຂາຍໃຫ້ກັບທະນາຄານ ຈາກນັ້ນທະນາຄານ ກໍ່ຈະເອົາຂ້ີເຫຍື້ອເລົ່ານັ້ນ ສົ່ງໃຫ້ນັກສຶກສາ ຄນະວິທຍາສາດ ແລະສິ່ງແວດລ້ອມນໍາໄປ ແປຮູບເປັນເຄື່ອງໃຊ້ ສົ່ງຂາຍ, ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ທະນາຄານ ກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າ:
"ຂີ້ເຫຍື້ອທີ່ລະບຸໄວ້ຢູ່ໃນນັ້ນນໍ ໂລຫະ ເຫລັກ ຂວດນົມ ເຮົາກິນແລ້ວເຮົາສາມາດທ້ອນໄວ້ ເພື່ອຂາຍໄດ້ ສາມາດມາແລກເອົາ ເປັນເງິນໄດ້ ໃຊ້ຈູງໃຈ ຜັກດັນໃຫ້ກັບບຸກຄົນທົ່ວໄປ ເອົາໃຈໃສ່ໃນການແຍກຂີ້ເຫຍຶ້ອ ໃຫ້ມັນຖືກວິທີ ມັນຈະສ້າງຣາຍຮັບໃຫ້ກັບ ເຈົ້າເອງແດ່ ກິຈກັມນີ້ ຄນະວິທຍາສາດ ສິ່ງແວດລ້ອມ ຈັດຂຶ້ນເພື່ອລົນນະລົງ."
ເຈົ້າໜ້າທີ່ອະທິບາຍວ່າ ໂຄງການດັ່ງກ່າວ ຈັດຂຶ້ນຢ່າງເປັນທາງການ ເມື່ອຕົ້ນເດືອນມິນາ ຜ່ານມາແລະຈະຈັດຕໍ່ໄປເລື້ອຍໆ ເປັນລະຍະຍາວ ຊຶ່ງຂີ້ເຫຍື້ອສ່ວນໃຫຍ່ ທີ່ບໍ່ສາມາດທຳລາຍໄດ້ໝົດ ກໍ່ແມ່ນພວກຂອງແຂງ ໂລຫະ ແລະຢາງປະເພດຕ່າງໆ ທາງທະນາຄານ ກໍ່ຈະຮັບຊື້ມາ.
ຢ່າງໃດກໍ່ຕາມ ກິຈກັມດັ່ງກ່າວ ໄດ້ຮັບຄວາມສົນໃຈຫລາຍ ໃນເວລານີ້ ແຕ່ຄາດວ່າ ຈະຊ່ວຍຫລຸດຂີ້ເຫຍື້ອໄດ້ພຽງ 30% ເນື່ອງຈາກ ງົບປະມານ ໃນການຮັບຊື້ ກໍ່ຍັງຈຳກັດ ແລະໃນ 1 ສັປດາກໍຮັບໄດ້ແຕ່ມື້ດຽວ ອີກທັງຂີ້ເຫຍື້ອປະເພດອາຫານ ແລະເສດຜັກ ຊຶ່ງມີຫຼາຍເຖິງ 70% ຂອງຂີ້ເຫຍື້ອທັງໝົດ ທາງທະນາຄານ ບໍ່ໄດ້ຮັບ:
"ຊ່ວຍໄດ້ຫລາຍປານໃດກໍ່ຊ່ວຍໄດ້ແຕ່ 30% ເວົ້າສະເພາະແຕ່ຖົງຢາງ ຂວດນົມ ຂວດຢາງ ເຫລັກ ໂລຫະ ຕ່າງໆເຮົາສາມາດຊ່ວຍໄດ້ ສ່ວນໃດສ່ວນນຶ່ງ ເທົ່ານັ້ນນໍ ແຕ່ອີກສ່ວນນຶ່ງ ເຮົາຊິຊ່ວຍບໍ່ໄດ້ ກໍ່ເປັນພວກເສດອາຫານ ເສັດຜັກ ຊື້ໄປເຮັດຫຍັງ ບໍ່ໄດ້ເດ້."
ຜ່ານມາຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ມີຫລາຍເຖິງ 600 ຕັນຕໍ່ມື້ ແຕ່ພາກສ່ວນກ່ຽວຂ້ອງ ວຽກງານດັ່ງກ່າວ ທຳລາຍໄດ້ພຽງ 300 ຫາ 500 ຕັນຕໍ່ມື້ເທົ່ານັ້ນ.