ສາກົນຮຽກຮ້ອງໃຫ້ປົກປ້ອງ ຊ້າງ

ໄຊຍາ
2018.04.24
F-Elephants ຍານາງ Belinda Stewart-Cox ເຈົ້າໜ້າທີ່ຝ່າຍອະນຸຮັກ ອົງການຄອບຄົວຊ້າງ ປະເທດອັງກິດ
RFA

ເຈົ້າໜ້າທີ່ອົງການຄອບຄົວຊ້າງ ຫລື Elephants Family ທີ່ປະເທດອັງກິດ ຮຽກຮ້ອງໃຫ້ຣັຖບານລາວ ໃຫ້ຄວາມສຳຄັນ ຕໍ່ປະຊາກອນ ຊ້າງ ທີ່ມີຈຳນວນຫລຸດລົງ ແລະຕ້ານການ ຊື້-ຂາຍ ຊ້າງ ແລະຜລິຕພັນ ທີ່ປະດິດຈາກຊ້າງ ເນື່ອງຈາກ ສປປລາວ ເປັນສະມາຊິກ ອານຸ ສັນຍາໄຊເຕັສ. ດັ່ງຍານາງ Belinda Stewart-Cox ເຈົ້າໜ້າທີ່ຝ່າຍອະນຸຮັກ ອົງການຄອບຄົວຊ້າງ ປະເທດອັງກິດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣິ ໃນວັນທີ 24 ເມສາ ນີ້ວ່າ:

"ຢາກໃຫ້ທາງການລາວຮູ້ວ່າ ມັນເປັນບັນຫາໜັກ ເມື່ອກ່ອນ ລາວ ເປັນປະເທດລ້ານຊ້າງ ແຕ່ປັດຈຸບັນ ເຫລືອຊ້າງປ່າບໍ່ຫລາຍ ນີ້ຄື ຄວາມຈິງ ຊ້າງຫລາຍໂຕຖືກຄ້າຂາຍໄປຈີນ ຂ້ອຍຄິດວ່າ ມັນເປັນບັນຫາ ປັດຈຸບັນ ພວກເຮົາຮູ້ສຶກວ່າ ປະເທດລາວ ບໍ່ໄດ້ຊ່ອຍ ສະກັດກັ້ນ. ມັນບໍ່ງ່າຍທີ່ຈະແກ້ໄຂບັນຫາ ນີ້ຢູ່ລາວ ຍ້ອນມີຜູ້ ມີອຳນາດຢູ່ເບື້ອງຫລັງ."

ນາງກ່າວຕື່ມວ່າບັນດາ ປະເທດສະມະຊິກໄຊເຕັສ ກວ່າ 170 ປະເທດຄວນເກັບກຳຂໍ້ມູນຊ້າງປ່າ ແລະຊ້າງບ້ານເພື່ອປ້ອງກັນພັຍຄຸກຄາມ ທີ່ຈະເກີດຂຶ້ນກັບຊ້າງເອເຊັຍ ໃນອະນາຄົດ.

ກົມກວດກາປ່າໄມ້ ກະຊວງກະສິກັມແລະປ່າໄມ້ ລະບຸວ່າເມື່ອປີ 2016 ຈຳນວນຊ້າງປ່າລາວມີຢູ່ 400 ໂຕ ແລະຊ້າງບ້ານມີຢູ່ 450 ໂຕ ປັຈຈຸບັນທາງການລາວ ຍັງຕ້ອງການງົບປະມານ ຈາກສາກົນ ລົງມາຊ່ວຍເຫລືອ ຂຍາຍພັນຊ້າງປ່າ ເພື່ອສະກັດກັ້ນ ບໍ່ໃຫ້ສູນພັນ.

ເມື່ອປີ 2017 ບໍຣິສັດພັທນາການທ່ອງທ່ຽວ ເຊໂນລາວ ຂອງຈີນ ເຂົ້າມາເປີດສູນອະນຸຮັກ ຊ້າງ ແລະ ຂຍາຍພັນຊ້າງ ຢູ່ແຂວງໄຊຍະບູຣີ ເພື່ອເປັນການອະນຸຮັກປົກປ້ອງຊ້າງ ແລະ ຂຍາຍພັນຊ້າງ ໃນລາວ.

ໃນຂນະດຽວກັນ ອົງການຮັກສາສັດປ່າສາກົນ ເຫັນວ່າ ຈີນ ເຂົ້າມາເປີດສູນດັ່ງກ່າວ ເພື່ອເປົ້າໝາຍທາງທຸຣະກິດ ແລະການຄ້າ ບໍ່ແມ່ນ ການອະນຸຮັກ ຂຍາຍພັນຊ້າງຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.