ໂຄງການຜລິດໄຟຟ້າຈາກ ແສງອາທິດ

ຣັຖບານລາວ ຈະຮ່ວມທຶນສ້າງ ແຫຼ່ງຜລິດໄຟຟ້າ ຈາກ ແສງອາທິດ ລອຍນ້ຳ ຢູ່ອ່າງນ້ຳເທີນສອງ ກັບບໍຣິສັດໄຟຟ້າ ຝຣັ່ງເສດ.

ຊາວບ້ານ ຢູ່ເມືອງນາກາຍ ທີ່ ຫາຢູ່ຫາກິນ ໃກ້ເຂດ ອ່າງເກັບນໍ້າເຂື່ອນນໍ້າເທີນ 2 ແຂວງຄໍາມ່ວນ ນັກຂ່າວພົລເມືອງ

ບໍຣິສັດໄຟຟ້າຝຣັ່ງເສດ ຫຼື EDF ຜູ້ຖືຫຸ້ນໃນໂຄງການເຂື່ອນໄຟຟ້ານ້ຳເທີນສອງ ແລະຣັຖບານລາວ ຈະຮ່ວມທຶນໃນການສ້າງແຫຼ່ງ ຜລິດໄຟຟ້າ ຈາກ ແສງອາທິດລອຍນ້ຳຢູ່ອ່າງ ນ້ຳເທີນສອງ ເພື່ອຜລິດໄຟຟ້າ ຂາຍໃຫ້ປະເທດໄທຍ ໃນປັດຈຸບັນ ຢູ່ຣະຫວ່າງການ ສຶກສາ ຄວາມເປັນໄດ້. ດັ່ງເຈົ້າໜ້າທີ່ໄຟຟ້າ ນ້ຳເທີນສອງ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:

“ໝາຍຄວາມວ່າສຶກສາຄວາມເປັນໄປໄດ້ກ່ອນ ຍັງບໍ່ໄດ້ເຖິງວ່າສ້າງແລ້ວ ກໍໃຊ້ເວລາປະມານ 1 ປີ ຫາ 2 ປີ ໃນການສຶກສາຄວາມ ເປັນໄປໄດ້ ເພາະວ່າມັນສ້າງບໍ່ຄ່ອຍຍາກ ມັນປະກອບນຳໃຊ້ປະມານ 2024 ໜ້າ ຈະສ້າງເສັດແລ້ວ ຖ້າປີໜ້າສຶກສາຄົບຖ້ວນແລ້ວ ກໍສ້າງເລີຍ.”

ທ່ານກ່າວຕື່ມວ່າ ໂຄງການດັ່ງກ່າວ ຣັຖບານລາວ ໃຫ້ການສນັບສນູນເຕັມທີ ໃນການສຳຣວດແລະສຶກສາ ຄວາມເປັນໄປໄດ້ ເມື່ອສຳເຣັດແລ້ວ ກໍໃຫ້ລົງມືສ້າງໃນທັນທີທັນໃດ ຄາດວ່າ ຈະເຣີ່ມລົງມື ພາຍໃນປີ 2021 ນີ້ ແລະ ຈະສາມາດເປີດຜລິດໄຟຟ້າ ຢ່າງເປັນທາງການໄດ້ໃນປີ 2024.

ໂຄງການພະລັງງານໄຟຟ້າ ຈາກແສງອາທິດລອຍນ້ຳແຫ່ງນີ້ ຈະບໍ່ສົ່ງຜົລກະທົບ ຕໍ່ຣະບົບນິເວດ, ສິ່ງແວດລ້ອມ ແລະ ປະຊາຊົນ ແຕ່ຢ່າງໃດ ເນື່ອງຈາກ ຈະສ້າງຢູຸ່ໃນອ່າງເກັບນ້ຳ ສະນັ້ນ ປະຊາຊົນໃນພື້ນທີ່ ຍັງສາມາດອອກໄປຫາປາໄດ້ຕາມປົກກະຕິ ແຕ່ຕ້ອງ ຢູ່ໃນຂອບເຂດ ທີ່ບໍຣິສັດກຳນົດໄວ້.

ທ່ານ Jean-Philippe Buisson ຮອງປະທານ ບໍຣິສັດໄຟຟ້າຝຣັ່ງເສດ ປະຈຳພາກພື້ນເອເຊັຽ ກ່າວໃນພິທີເຊັນສັນຍາກັບຣັຖບານ ລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ກໍຣະກະດາ ຜ່ານມາວ່າ ໂຄງການພະລັງງານໄຟຟ້າ ຈາກແສງອາທິດລອຍນ້ຳ ທີ່ອ່າງ ນ້ຳເທີນສອງ ຈະຕອບສນອງພະລັງງານໄຟຟ້າທີ່ສະອາດ, ປອດພັຍ, ຍືນຍົງ ແລະ ມີຣາຄາສົມເຫດສົມຜົລ ໂດຍມີຜົລກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ.

ກ່ຽວກັບໂຄງການດັ່ງກ່າວ ຊາວບ້ານ ຜູ້ນຶ່ງຢຸູ່ເມືອງນາກາຍ ແຂວງຄຳມ່ວນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຮັບຮູ້ຂ່າວຈາກ ສື່ສັງຄົມອອນລາຍ ວ່າ ຣັຖບານລາວ ຈະສ້າງແຫຼ່ງຜລິດໄຟຟ້າຈາກແສງອາທິດລອຍນ້ຳ ຢູ່ອ່າງນ້ຳເທີນສອງ ແຕ່ບໍ່ຮູ້ວ່າຈະສ້າງ ໃນປີໃດ ແລະ ຈະສົ່ງຜົລກະທົບ ຕໍ່ຊາວບ້ານຫຼືບໍ່ ເນື່ອງຈາກວ່າ ຍັງບໍ່ມີພາກສ່ວນໃດ ລົງມາໃຫ້ຂໍ້ມູນ ກັບຊາວບ້ານເທື່ອ:

“ໄດ້ຍິນຂ່າວຢູ່ ແຕ່ວ່າປີໃດບໍ່ຮູ້ ເພິ່ນຊີ່ເຮັດກະດາຍ ກະລອງເບິ່ງ ຄັນຖ້າເພິ່ນຊີ່ມາເຮັດແທ້ ເພິ່ນຊີ່ເວົ້າແນວໃດກັບປະຊາຊົນເຮົານີ້ ຄືຊີ່ບໍ່ມີຜົລກະທົບດອກ ນ້ຳສູ່ມື້ນີ້ມັນຢາກ ແຫ້ງແລ້ງນ່າ ສ່ວນນຶ່ງມາຈາກຝົນບໍ່ຕົກແດ່ແຫຼະ ຕົກຢູ່ແຕ່ມັນຕົກຄ່ອຍນ່າ ນ້ຳມັນບໍ່ໄດ້ ຕົກແຮງ ບໍ່ໄດ້ຕົກຫຼາຍວ່າຊັ້ນສາ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ການຫາປາ ໃນອ່າງນ້ຳເທີນສອງ ໃນ ປັດຈຸບັນນີ້ ຊາວບ້ານກໍອອກໄປຫາ ຕາມປົກກະຕິ ແຕ່ຕ້ອງຢູ່ ໃນຂອບເຂດ ທີ່ບໍຣິສັດກຳນົດໄວ້ເທົ່ານັ້ນ ຊຶ່ງໃນປັດຈຸບັນ ການຫາປາໃນອ່າງນ້ຳເທີນສອງ ຂ້ອນຂ້າງຍາກຂຶ້ນຍ້ອນ ປະຣິມານ ນ້ຳໃນອ່າງມີໜ້ອຍ.

ຊາວບ້ານອີກຄົນນຶ່ງ ຢູ່ເມືອງນາກາຍເວົ້າວ່າ ໂຄງການດັ່ງກ່າວເປັນໂຄງການໃຫຍ່ທີ່ສຸດໃນລາວ ແຕ່ຊາວບ້ານສ່ວນໃຫຍ່ ກໍບໍ່ຮູ້ ກ່ຽວກັບໂຄງການນີ້ ແລະ ບໍ່ມີພາກສ່ວນໃດລົງມາ ໃຫ້ຂໍ້ມູນຣາຍລະອຽດຫຍັງ ຮວມທັງຜົລກະທົບຕ່າງໆ ທີ່ອາດຈະເກີດຂຶ້ນ ແຕ່ແນວໃດກໍຕາມ ຖ້າຫາກໂຄງການນີ້ ບໍ່ສົ່ງຜົລກະທົບ ຕໍ່ຊາວບ້ານນາກາຍ ກໍເຫັນດີ ໃຫ້ຣັຖບານພັທນາ:

“ບໍຣິສັດນ້ຳເທີນສອງ ພວກ EDF ຄັນແມ່ນພວກນີ້ເຂົ້າມາ ພະລັງມັນໃຫຍ່ແທ້ໄດ໋ອ້າຍ ມັນຊີ່ບໍ່ກະທົບປານໃດດອກເນາະ ຊາວບ້ານ ເນາະ ຂະເຈົ້າຕ້ອງໄດ້ເອົາຂໍ້ມູນ ຈາກຊາວບ້ານເຮົາຫັ້ນນ່າ ແຕ່ວ່າ ຍັງບໍ່ໄດ້ມີແມ່ນຫຍັງເດ້.”

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງນາກາຍ ແຂວງຄຳມ່ວນ ກ່າວວ່າຊາວບ້ານບໍ່ສົນໃຈດອກ ທີ່ຣັຖບານລາວ ຈະລົງທຶນພັທນາຫຍັງໃນອ່າງ ນ້ຳເທີນສອງ ເພາະສ້າງມາແລ້ວ ບໍ່ໄດ້ເຮັດໃຫ້ຄຸນນະພາບຊີວິດ ຂອງຊາວບ້ານດີຂຶ້ນກວ່າເກົ່າ ໃນຂນະທີ່ຈຳນວນຊາວບ້ານບໍ່ໜ້ອຍ ຍັງທຸກຍາກລຳບາກຢູ່ ຍ້ອນຖືກຈຳກັດພື້ນທີ່ ໃນການຫາຢູ່ຫາກິນ ທັງພື້ນທີ່ອ່າງເກັບນ້ຳ ແລະ ພື້ນທີ່ປ່າໄມ້ ກໍຖືກຫ້າມໝົດ.

“ເພາະວ່າໂຕພື້ນທີ່ ເຂົາໃຫ້ພື້ນທີ່ມັນໜ້ອຍຫັ້ນນ່າ ລຸກລ້ຳເຂົ້າໃນເຂດວົງສງວນເຂົາ, ເຂົາກະຈັບບໍ່ໃຫ້ຫາ ປະຊາຊົນເຂົາເຈົ້າກິນຢູ່ ບໍ່ໄດ້ຫັ້ນນ່າ ຂະເຈົ້າລະເວົ້າ ຕາມປ່່າມັນກະມີ ເຂດສງວນຄືເກົ່າ ລ້າສັດລ້າຫຍັງ ກະລຳບາກແລ້ວ ໄດ້ອາສັຍກິນແຕ່ປາ ເຂົາອະນຸຮັກໝົດ ເຂົາບໍ່ໃຫ້ຫາ ພົບແລ້ວເຂົາຈັບ.”

ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກ່ຽວກັບເຣື່ອງ ທີ່ຣັຖບານ ແລະ ຜູ້ຖືຫຸ້ນ ຈະຮ່ວມກັນລົງທຶນສ້າງແຫຼ່ງຜລິດ ພະລັງງານຈາກ ແສງອາທິດລອຍນ້ຳຂນາດໃຫຍ່ທີ່ສຸດ ໃນລາວ ນີ້ເປັນໂຄງການ ທີ່ ນອນຢູ່ໃນ ຍຸທສາດຂອງແຜນພະລັງງານ ຂອງປະເທດລາວ ຢູ່ແລ້ວ ຮອງຈາກພະລັງງານໄຟຟ້ານ້ຳຕົກ.

ປັດຈຸບັນ ການລົງທຶນສ້າງເຂື່ອນໄຟຟ້າໃນລາວ ມີຈຳນວນຫຼາຍ ສະນັ້ນ ແຜນພະລັງງານຂອງປະເທດລາວ ໃນໄລຍະ 10 ປີ ຂ້າງໜ້າ ອາດຈະແມ່ນການລົງທຶນ ຮ່ວມກັບເອກກະຊົນ ເພື່ອພັທນາ ໂຄງການໄຟຟ້າແສງອາທິດ ແລະ ພະລັງລົມຫຼາຍຂຶ້ນ ແຕ່ບໍ່ໄດ້ ໝາຍຄວາມວ່າຈະບໍ່ສ້າງເຂື່ອນໄຟຟ້າ ຕື່ມອີກ.

“ມັນກະລວມໆກັນອ້າຍ ຕາມແຜນຂອງຣັຖບານເພິ່ນຫັ້ນແຫຼະ 1 ກະແມ່ນພະລັງງານທີ່ສະອາດ 2 ກະໂຊລ້າ ຫຼື ວ່າເປັນ WIN POWER ເບາະ, ເພາະວ່າ ເຮົາເປີດໂອກາດໃຫ້ ຮ່ວມທຶນຕ່າງໆ ຊ່ວງນີ້ເພິ່ນກະຊີ່ມີການໂຄສະນາ ເນາະ.”

ໂຄງການພະລັງງານໄຟຟ້າ ຈາກແສງອາທິດ ລອຍນ້ຳຢູ່ອ່າງນ້ຳເທີນສອງ ມີກຳລັງການຜລິດ 240 ເມກາວັດ ກວມເອົາເນື້ອທີ່ 3.2 ກິໂລແມັດ ຫຼື ປະມານ 1% ຂອງພື້ນທີ່ອ່າງເກັບນ້ຳ ຈະສາມາດເພີ່ມກຳລັງການຜລິດໄຟຟ້າ ໃຫ້ກັບເຂື່ອນນ້ຳເທີນສອງໄດ້ເຖິງ 60% ມີອາຍຸສັມປະທານ 25 ປີ.

ເຖິງຢ່າງໃດກໍຕາມ ບໍຣິສັດໄຟຟ້າຝຣັ່ງເສດ ແລະ ຣັຖບານລາວບໍ່ໄດ້ເປີດເຜີຍຂໍ້ມູນ ສັດສ່ວນຜູ້ຖືຫຸ້ນ ແລະ ມູນຄ່າການລົງທຶນແຕ່ໄດ້ ຣະບຸວ່າໄຟຟ້າ ທີ່ຜລິດໄດ້ນັ້ນຈະຂາຍໃຫ້ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫຼື EGAT.

ປັດຈຸບັນ ເຂື່ອນໄຟຟ້ານ້ຳເທີນສອງ ມີກຳລັງການຜລິດ 1,070 ເມກາວັດ ໂດຍບໍຣິສັດໄຟຟ້າຝຣ່ັງເສດ ຖືຫຸ້ນ 40%, ບໍຣິສັດ ເອັກໂກກຣຸບ ຂອງໄທຍ ຖືຫຸ້ນ 35% ແລະ ຣັຖວິສາຫະກິດໄຟຟ້າລາວ 25% ໄດ້ເລີ່ມເປີດການຜລິດໄຟຟ້າ ຢ່າງເປັນທາງການ ໃນປີ 2010 ໂດຍໄຟຟ້າທີ່ຜລິດໄດ້ 95% ສົ່ງຂາຍໃຫ້ໄທຍ ສ່ວນເຫຼືອ 5% ຂາຍໃຫ້ ຣັຖວິສາຫະກິດໄຟຟ້າລາວ ເພື່ອໃຊ້ພາຍໃນ ປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org