ສປປລາວ ຈະ ສ້າງສູນ ເຕືອນ ພັຍພິບັດ ຢູ່ ນະຄອນ ຫຼວງ ວຽງຈັນ ໃນປີ 2015 ຕາມຄວາມ ຕ້ອງການ ຂອງ ອາຊຽນ ທີ່ ຢາກໃຫ້ ມີ ຣະບົບ ເຕືອນ ພັຍພິບັດ ເພື່ອ ຫລຸດຜ່ອນ ຄວາມ ເສັຽຫາຍ ທີ່ ອາຈ ເກີດຂຶ້ນ ໂດຍພັຍ ທັມມະຊາດ. ອີງຕາມ ເຈົ້າໜ້າທີ່ ກົມ ອຸຕຸນິຍົມ ໄດ້ກ່າວ:
"ຄັນມີແຜນ ສ້າງສູນ ເຕືອນພັຍ ຢູ່ ກົມ ອຸຕຸນິຍົມ ຊິເລີ້ມ ປີໜ້າ ພວກເຮົາ ມີສູນ ເຕືອນພັຍ ມັນກໍຈະມີ ຜົນດີ ຫລາຍ ກ່ຽວກັບ ພັຍ ທັມຊາດ ຕ່າງໆ ຫັ້ນນະ ຈະຫລຸດຜ່ອນ ຜົນເສັຍຫາຍ ຈາກ ພັຍ ທັມຊາດ".
ເຈົ້າໜ້າທີ່ ວ່າ ແຜນການ ສ້າງ ສູນເຕືອນ ພັຍພິບັດ ດັ່ງກ່າວ ນີ້ ໄດ້ນໍາມາ ເວົ້າກັນ ຢູ່ ກອງປະຊຸມ ປະຈໍາປີ ຂອງ ອານຸ ກັມມະການ ອາຊຽນ ດ້ານ ອຸຕຸນິຍົມ ແລະ ທໍຣະນີ ສາຕ ຟີຊິກ ຄັ້ງທີ່ 36 ຊຶ່ງ ຈັດຂຶ້ນ ຣະຫ່ວາງ ວັນທີ່ 1 ຫາ 3 ກັນຍາ ຊຶ່ງ ຫລາຍ ປະເທດ ສະມາຊິກ ອາຊຽນ ກໍເຫັນດີ ຢາກໃຫ້ສ້າງ ຢູ່ລາວ ຄືກັນກັບ ປະເທດ ອື່ນໆ.
ຣາຍງານ ຄວາມສ່ຽງ ຕໍ່ພັຍ ທັມຊາດ ຂອງ ທະນາຄານ ໂລກ ຣະບຸວ່າ ລາວ ເປັນ ປະເທດ ທີ່ ມີຄວາມສ່ຽງ ຕໍ່ພັຍ ທັມຊາດ ໃນ ຣະດັບ ສູງ ເນື່ອງຈາກ ຢູ່ໃນເຂດ ມໍຣະສຸມ ແລະ ພາຍຸ ເຂດຮ້ອນ ທີ່ ພັດມາຈາກ ທະເລ ຈີນ ໃຕ້. ອີກຢ່າງນຶ່ງ ລາວ ກໍຢູ່ໃນ ຄວາມສ່ຽງ ຕໍ່ແຜ່ນ ດິນ ໄຫວ ທີ່ເກີດຂຶ້ນ ໃນ ພາກເໜືອ ແລະ ປະເທດ ເພື່ອນບ້ານ ແລະ ມີຄວາມສ່ຽງ ຕໍ່ ແຜ່ນດິນ ເຈື່ອນ ຊຶ່ງ ມີເກີດຂຶ້ນ ໃນແຕ່ ລະປີ.