ຕຣຽມ ປຶກສາຫາລື ສ້າງເຂື່ອນພູງອຍ

ເຂື່ອນພູງອຍ ເປັນອີກນຶ່ງໂຄງການເຂື່ອນ ໃນແມ່ນ້ຳຂອງ ທີ່ຈະສ້າງຢູ່ພາກໃຕ້ຂອງລາວ ຊຶ່ງກໍນຳຄວາມວິຕົກກັງວົນ ມາໃຫ້ພາກປະຊາສັງຄົມ ໂດຍສະເພາະໃນປະເທດໄທຍ ທີ່ອາດໄດ້ຜົລກະທົບ ຂ້າມພົມແດນ ໃນຂະນະທີ່ຜູ້ພັທນາໂຄງການ ເຂື່ອນດັ່ງກ່າວ ກໍໄດ້ເຣີ່ມກະຕຣຽມ ເພື່ອເຂົ້າສູ່ຂະບວນການ ປຶກສາຫາລື ລ່ວງໜ້າ ຕໍ່ຄະນະກັມມາທິການ ແມ່ນ້ຳຂອງສາກົນ ແລະຕຣຽມພ້ອມເພື່ອໃຫ້ ປະເທດຕ່າງໆ ທີ່ມີຄວາມກ່ຽວພັນ ກັບແມ່ນ້ຳຂອງພິຈາຣະນາເຫັນດີ.

ແຜນທີ່ ສະແດງໃຫ້ເຫັນເຖິງ ທີ່ຕັ້ງໂຄງການກໍ່ສ້າງເຂື່ອນ ພູງອຍ ແຂວງຈຳປາສັກ ສປປ ລາວ ຊຶ່ຈະເຂົ້າສູ່ຂະບວນການ ປຶກສາຫາລື ລ່ວງໜ້າ ໃນທ້າຍປີ 2022 ນີ້. RFA

ທາງການລາວສເນີໂຄງການເຂື່ອນພູງອຍ ແຂວງຈຳປາສັກເຂົ້າສູ່ ຂະບວນການປຶກສາຫາລື ລ່ວງໜ້າ ຫລື Procedures for Notification, Prior Consultation and Agreement (PNPCA) ຕໍ່ຄະນະກັມມາທິການແມ່ນໍ້າຂອງສາກົນ ຫລື MRC ໂດຍທາງການລາວ ຄາດວ່າຈະເຣີ່ມດຳເນີນການປະມານທ້າຍປີ 2022 ນີ້ ແຕ່ຍັງບໍ່ໄດ້ກຳນົດວ່າມື້ໃດ ເດືອນໃດ.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 26 ເມສາ ນີ້ວ່າ:

ແມ່ນແຫລະ! ໜ້າຈະໃກ້ໆ ນີ້ເພາະວ່າຂະເຈົ້າ ກາຊິເຣີ່ມ ແຕ່ວ່າປັດຈຸບັນຂະເຈົ້າຍັງບໍ່ທັນເຫັນວ່າ ຊິຣີ່ມມື້ໃດ ກາຄືຄິດວ່າໜ້າຈະປະມານທ້າຍໆ ປີນີ້ແຫລະ, ດຽວນີ້ຫັ້ນນໍ້າຂອງຊະນະຄາມ ຂະເຈົ້າກາເຣີ່ມຂະບວນການເອກະສານຕ່າງໆ ແລ້ວ.

ທ່ານກ່າວອີກວ່າປັດຈຸບັນທາງການລາວ ກຳລັງເລັ່ງດຳເນີນການ ໃນເຣື່ອງຂອງເຕັກນິກ ແລະຂໍ້ກັງວົນເຣື່ອງຜົລກະທົບຂ້າມພົມແດນ ຂອງໂຄງການເຂື່ອນຊະນະຄາມໃຫ້ສຳເຣັດ ຄາດວ່າປະມານກາງປີນີ້ ຈະສຳເຣັດຂະບວນການທັງໝົດ ແລະທ້າຍປີ 2022 ນີ້ ກໍຈະຕຣຽມສເນີໂຄງການເຂື່ອນພູງອຍ ແຂວງຈຳປາສັກທັນທີ.

ຂະນະທີ່ທາງການໄທຍຣະບຸວ່າ ສຳລັບການດຳເນີນການຕາມຂະບວນການ ປຶກສາຫາລືລ່ວງໜ້າ ເພື່ອແຈ້ງຂໍ້ມູນຕໍ່ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື Mekong River Commission (MRC) ຫາກຂໍ້ມູນຄົບຖ້ວນ ຕາມວັດຖຸປະສົງ ກໍສາມາດພິຈາຣະນາ ເຣີ່ມຂະບວນການປຶກສາຫາລື ລ່ວງໜ້າໄດ້ ແຕ່ກໍຕ້ອງຜ່ານການເຫັນດີ ຈາກ 4 ປະເທດລຸ່ມແມ່ນໍ້າຂອງ ຄືລາວ, ໄທຍ, ວຽດນາມ ແລະ ກັມພູຊາ ທີ່ຈະຕ້ອງພິຈາຣະນາ ຄວາມເໝາະສົມ ຂໍ້ມູນໂຄງການອີກຫລາຍຂັ້ນຕອນ.

ສຳລັບປະເທດໄທຍ ຍັງຕ້ອງເຮັດວຽກຢ່າງໜັກ ແລະຮອບດ້ານເພື່ອຄຳນຶງເຖິງຜົລກະທົບ ທີ່ຈະເກີດຂຶ້ນກັບປະເທດໄທຍ ທີ່ຈະປົກປ້ອງ ແລະຮັກສາຜົລປໂຍດ ຂອງປະເທດຢ່າງສູງສຸດ ດ້ວຍການນໍາຂໍ້ມູນຄວາມຄືບໜ້າຕ່າງໆ ທີ່ເກີດຂຶ້ນມາເປີດເຜີຍໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງຕໍ່ເນື່ອງ ແລະ ກົງໄປກົງມາ.

ດັ່ງທ່ານ ສຸຣະສີ ກິດຕິມົນທົນ ເລຂາທິການສຳນັກງານ ຊັພຍາກອນນໍ້າແຫ່ງຊາດ ແຫ່ງປະເທດໄທຍ ກ່າວຕໍ່ວິທຍຸເອເຊຽເສຣີ ໃນມື້ວັນທີ 26 ເມສານີ້ວ່າ:

ຈະສເນີ, ແຕ່ມັນກາຂຶ້ນຢູ່ກັບໃນການພິຈາຣະນາ ຂອງແຕ່ລະປະເທດ ມີຄວາມເຫັນແບບໃດ ທາງໄທຍນີ້ເຮົາຕ້ອງພິຈາຣະນາ ເອກະສານອີກຫລາຍຢ່າງ ເຮົາກາຕ້ອງເຂົ້າປະຊຸມ ຂອງຄະນະ PNPCA ຂອງໄທຍອີກ ຖືວ່າຍັງບໍ່ທັນເຣີ່ມຫຍັງ.

ພາຍຫລັງທີ່ທາງການລາວ ຕຣຽມຈະສເນີໂຄງການເຂື່ອນພູງອຍ ແຂວງຈຳປາສັກ ເຂົ້າສູ່ຂະບວນປຶກສາຫາລືລ່ວງໜ້າ ຫລື PNPCA ຕໍ່ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື MRC ພາຍໃນທ້າຍປີ 2022 ນີ້ ກໍເຮັດໃຫ້ພາກປະຊາສັງຄົມ ແລະກຸ່ມອະນຸຮັກແມ່ນໍ້າຂອງ ໃນປະເທດໄທຍຕັ້ງຂໍ້ສັງເກດວ່າ ໂຄງການເຂື່ອນພູງອຍ ບໍ່ໄດ້ເປັນໂຄງການທີ່ຈະສ້າງເສຖກິຈ ຕໍ່ພູມີພາກ ພຽງແຕ່ສ້າງຂຶ້ນມາເພື່ອຫາຜົລປໂຍດ ໃຫ້ກັບກຸ່ມນາຍທຶນ ແລະພວກພ້ອງຂອງໂຕເອງເທົ່ານັ້ນ. ແຕ່ການສ້າງເຂື່ອນຂນາດໃຫຍ່ກັ້ນແມ່ນໍ້າຂອງ ຊຶ່ງເປັນແມ່ນໍ້າສາກົນທີ່ໄຫລຜ່ານຫລາຍປະເທດ ເປັນການທຳລາຍວິຖີຊີວິດ, ທຳລາຍອາຊີບ ແລະ ລະບົບນິເວດ ຂອງແມ່ນໍ້າຂອງ ໂດຍຄົນທີ່ຈະໄດ້ຮັບຜົນກະທົບ ໜັກທີ່ສຸດກໍຄືຊາວບ້ານໃນພື້ນທີ່.

ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 26 ເມສານີ້ວ່າ:

ເຂົາ (ທາງການລາວ) ກໍພະຍາຍາມຈະດັນທຸລັງຢູ່ເລື້ອຍໆ ກຸ່ມທຶນເນາະ ພະຍາຍາມທີ່ຈະສະແຫວງຫາຜົລປໂຍດ ບ່ອນນີ້ຜ່ານມາຜູ້ເສັຍກາຄືຊາວບ້ານຫັ້ນແຫລະ ຄົນທີ່ຢູ່ໃນພື້ນທີ່ກໍສູນເສຍ ແລ້ວກາບໍ່ຍອມຮັບຟັງໃນເຣື່ອງຂອງການສຶກສາ ແລ້ວກໍບໍ່ໃຫ້ປະຊາຊົນໄດ້ມີສ່ວນຮ່ວມເນາະ.

ໄລຍະຜ່ານມາທຸກປະເທດ ທີ່ມີແມ່ນໍ້າຂອງໄຫລຜ່ານກໍຈະເຫັນເຖິງ ຜົລກະທົບທີ່ເກີດຢ່າງຈະແຈ້ງແລ້ວວ່າ ການສ້າງເຂື່ອນຂນາດໃຫຍ່ໃນແມ່ນໍ້າຂອງນັ້ນ ມັນເກີດຜົລກະທົບຫລາຍຢ່າງຕໍ່ລະບົບນິເວດ ແລະສັງຄົມຢ່າງໜັກໜ່ວງ ແລະນັບມື້ຈະຮຸນແຮງຂຶ້ນເປັນຕົ້ນການຂຶ້ນ-ລົງ ຂອງລະດັບນໍ້າທີ່ບໍ່ປົກກະຕິ, ສັດນໍ້າ-ສັດປ່າ ຫຸລດໜ້ອຍລົງ ແລະອາດຈະສູນພັນໃນອະນາຄົດ ແລະການປ່ຽນແປງຂອງວິຖີການດຳຣົງຊີວິດຂອງຊາວບ້ານ ເຊັ່ນກາຫາປາ, ການປູກພືດຕາມແຄມແມ່ນໍ້າຂອງ ແລະອື່ນໆ. ສະນັ້ນຈຶ່ງຂໍຮຽກຮ້ອງທາງການໄທຍ ສະແດງເຖິງຈຸດຢືນເພື່ອຄັດຄ້ານ ໂຄງການເຂື່ອນພູງອຍ ຮວມເຖິງໂຄງການອື່ນໆ ທີ່ຈະສ້າງໃນແມ່ນໍ້າຂອງ ໂດຍໃຫ້ຄຳນຶງເຖິງຜົລກະທົບ ທີ່ຈະເກີດຂຶ້ນກັບປະເທດໄທຍ ແລະຊາວບ້ານທີ່ອາສັຍໃນລຸ່ມແມ່ນໍ້າຂອງ.

ດັ່ງທ່ານ ຫານນະຣົງ ເຍົາວະເລີດ ປະທານມູນນິທິ ການຈັດການນໍ້າແບບບູຣະນາການ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ເມສານີ້ວ່າ:

ທີ່ຜ່ານມາ ມັນເກີດຜົລກະທົບໃນກໍຣະນີ ຂອງການສ້າງເຂື່ອນໃນແມ່ນໍ້າຂອງ ບໍ່ວ່າຈະເປັນອາຊີບປະມົງ ຫລືອາຊີບອື່ນໆ. ປະເທດໄທຍຄວນສະແດງຈຸດຢືນ ຖ້າຈະພັທນາເຂື່ອນໃນແມ່ນໍ້າຂອງ ສິ່ງເລົ່ານີ້ບໍ່ຄວນເກີດຂຶ້ນອີກ ເຊັ່ນການປ່ອຍນໍ້າ ເຮັດໃຫ້ນໍ້າແຫ້ງ ການມີມາຕການທີ່ຈະດູແລ ເຣື່ອງຜົລກະທົບສິ່ງແວດລ້ອມ ແລະການຫລຸດຜ່ອນຜົລກະທົບ ຂ້າມພົມແດນ.

ທາງດ້ານເຈົ້າໜ້າທີ່ ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວກ່າວວ່າ ໂຄງການເຂື່ອນພູງອຍ ຈະຕັ້ງຫ່າງຈາກແຫລ່ງມໍຣະດົກໂລກ ວັດພູຈຳປາສັກປະມານ 30 ກິໂລແມັດ. ຊຶ່ງກໍຍັງມີຄວາມສ່ຽງສູງ ທີ່ຈະເກີດຜົລກະທົບຕໍ່ຂອບເຂດ ຂອງມໍຣະດົກໂລກໂດຍສະເພາະ ເມື່ອເວລາມີການຕັນເຂື່ອນ ຈະເຮັດໃຫ້ຊຸມຊົນປະມານ 3 ບ້ານທີ່ຕັ້ງຢູ່ ຕີນພູພະພິນ ຊຶ່ງເປັນຂອບເຂດມໍຣະດົກໂລກ ແຫ່ງທີ 2 ຂອງປະເທດ ເກີດນໍ້າຖ້ວມ ຫລືເກີດສະພາບການປ່ຽນແປງ ຕໍ່ແຫລ່ງມໍຣະດົກໂລກ. ສະນັ້ນຖ້າຫາກທາງການລາວ ແລະບໍຣິສັດຜູ້ພັທນາໂຄງການເຂື່ອນພູງອຍ ຈະສ້າງເຂື່ອນຂຶ້ນມາແທ້ ກໍຕ້ອງໄດ້ເຮັດການປະເມີນຜົລກະທົບ ຕໍ່ແຫລ່ງມໍຣະດົກໂລກ ຫລື Heritage Impact Assessment ( HIA ) ເຊັ່ນດຽວກັບໂຄງການເຂື່ອນຫລວງພຣະບາງ ຖ້າຫາກບໍ່ມີການປະເມີນ ກໍຈະກາຍເປັນບັນຫາ ຕໍ່ສະຖານະແຫລ່ງມໍຣະດົກໂລກ.

ດັ່ງເຈົ້າໜ້າທີ່ ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ເມສານີ້ວ່າ:

ທີ່ຈິງແລ້ວ ຢູ່ຈຳປາສັກມັນນອກເຂດເນາະຈັ່ ງວ່າ 30 ກິໂລແມັດພຸ້ນແຫລະ ແຕ່ວ່າມັນຊິມີຜົລກະທົບ ເມື່ອເວລາຕັນເຂື່ອນ ແລ້ວມັນສິມີຜົລກະທົບຢູ່ໃນເຂດພູພະພີນພີ້ແຫລະ ຄັນວ່າຕັນເຂື່ອນໂຕນີ້ຫັ້ນນ່າ ຫລີກລ້ຽງບັນຫາຜົລກະທົບ ບັນຫາຂໍ້ຂັດແຍ່ງຫັ້ນແຫລະ.

ສຳລັບໂຄງການເຂື່ອນພູງອຍ ຈະກວມເອົາເນື້ອທີ່ທັງໝົດປະມານ 200 ປາຍເຮັກຕ້າຣ໌ ໃນນັ້ນມີທັງເຮືອນຊານ, ດິນນາ, ດິນສວນ ແລະ ປ່າໄມ້ໂດຍຈະສົ່ງຜົລກະທົບຈຳນວນ 7 ເມືອງ 88 ບ້ານ ປະກອບມີຜົລກະທົບ 100% ບ້ານຂອນແກ່ນ ເມືອງຈຳປາສັກ 142 ຄອບຄົວ, ປະຊາກອນປະມານ 800 ປາຍຄົນ ຈະສູນເສັຍທີ່ດິນ ທຳການກະເສດ ແລະຖືກໂຍກຍ້າຍອອກຈາກພື້ນທີ່.

ສ່ວນບ້ານອື່ນໆ ຈະໄດ້ຮັບຜົລກະທົບບາງສ່ວນ ເປັນຕົ້ນສູນເສັຍທີ່ດິນທຳການກະເສດ ແລະຜົລກະທົບຈາກການກໍ່ສ້າງເຂື່ອນໄຟຟ້າ ໂດຍແບ່ງອອກເປັນ 2 ກຸ່ມປະກອບມີ.

  • ກຸ່ມທີ 1 ບ້ານໜ້າເຂື່ອນ, ມີ 5 ເມືອງ 57 ບ້ານ ຄືເມືອງປະທຸມພອນ 1 ບ້ານ, ເມືອງບາຈຽງຈະເຣີນສຸກ 1 ບ້ານ, ນະຄອນປາກເຊ 10 ບ້ານ, ເມືອງຊະນະສົມບູນ 17 ບ້ານ ແລະ ເມືອງໂພນທອງ 28 ບ້ານ.
  • ກຸ່ມທີ 2 ບ້ານລຸ່ມເຂື່ອນມີ 2 ເມືອງ 31 ບ້ານ ຄືເມືອງປະທຸມພອນ 15 ບ້ານ ແລະ ເມືອງຈຳປາສັກ 16 ບ້ານ.

ໂຄງການເຂື່ອນພູງອຍ ມີກຳລັງຕິດຕັ້ງຂນາດ 728 ເມກາວັຕໂດຍ ບໍຣິສັດ Charoen Energy and Water Asia ( CEWA) ປະເທດໄທຍ ເປັນຜູ້ພັທນາໂຄງການ ຮ່ວມກັບຣັຖບານລາວ ຊຶ່ງຈະໃຫ້ບໍຣິສັດ Doosan Heavy Industries & Construction ແລະ ບໍຣິສັດ Korea Western Power ປະເທດເກົາຫລີີໃຕ້ ເປັນຜູ້ຮັບເໝົາກໍ່ສ້າງ.

ໂຄງການເຂື່ອນພູງອຍ ຈະມີມູນຄ່າການກໍ່ສ້າງປະມານ 2,400 ລ້ານໂດລາຣ໌ສະຫະຣັຖ ຄາດວ່າຈະເຣີ່ມກໍ່ສ້າງໃນປີ 2022 ແຕ່ດ້ວຍສະພາບການ ຣະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ໂຄງການເກີດຄວາມຊັກຊ້າໄປຫລາຍ ແລະຍັງບໍ່ທັນໄດ້ເຣີ່ມເຂົ້າສູ່ຂະບວນການ ປຶກສາຫາລືລ່ວງໜ້າເທື່ອ ແຕ່ຄາດວ່າການຜລິດໄຟຟ້າ ຈາກໂຄງການດັ່ງກ່າວຈະຂາຍໃຫ້ໄທຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org