ປະຊາຊົນຂໍຮ້ອງໃຫ້ຣັຖ ພັທນາ ຢ່າງທົ່ວເຖິງ

ໄຊຍາ
2018.12.26
f-raod ໂຕຢ່າງຂອງເສັ້ນທາງ ຈາກເມືອງ ຫາເມືອງ ໃນຍາມຝົນ
RFA/PN

ປະຊາຊົນໃນເຂດຊົນນະບົດ ກ່າວວ່າ ການພັທນາໂຄງຮ່າງພື້ນຖານ ໂດຍສະເພາະຖນົນຫົນທາງ ເຂດຊົນນະບົດ ຍັງບໍ່ໄດ້ຮັບການພັທນາ ທັ້ງໆທີ່ວ່າໃນແຕ່ລະປີ ປະຊາຊົນໄດ້ເສັຍພາສີໃຫ້ຣັຖ ເຊັ່ນ; ຄ່າທາງ, ພາສີທີ່ິດິນ, ພາສີຜົລຜລິດກະສີກັມ ຮວມທັງພາສີຣາຍໄດ້ແຕ່ລະປີ ເມື່ອທຽບໃສ່ການເສັຍພາສີ ກັບການພັທນາໂຄງຮ່າງ ຍັງບໍ່ສົມດຸນກັນ, ດັ່ງທ່ານໄດ້ກ່າວວ່າ:

"ອິຫຍັງກໍໄດ້ເສັຽພາສີໃຫ້ຣັຖໝົດ ແຕ່ວ່າເຣື່ອງການສັນຈອນທາງອິຫຍັງໃຫ້ສຳລັບປະຊາຊົນ ເຂົ້າອອກຍາກນີ້ໃຫ້ປະຊາຊົນຂັດຂ້ອງຫຼາຍ."

ຕໍ່ກໍຣະນີດັ່ງກ່າວເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງ ກ່າວຍອມຮັບວ່າໃນການພັທນາພື້ນຖານໂຄງຮ່າງມີຂໍ້ຫຍຸ້ງຍາກ ເນື່ອງຈາກທາງພາກຣັຖ ຂາດງົບປະມານ.

"ເວົ້າເຣື່ອງເງິນມັນຕ້ອງລວມສູນກາງນ່າ ບັດນີ້ບັດມາການພັທນາພື້ນຖານໂຄງຮ່າງນີ້ແຫຼະຍັງຕໍ່າແທ້ໆ ກໍແມ່ນແນວນັ້ນແຫຼະກໍແມ່ນຄວາມຈິງ ແຫລະແຕ່ວ່າໂຄງການເຮົາໄດ້ຢູ່ເນາະແຕ່ວ່າການສນອງທຶນຕົວຈິງມັນບໍ່ໄດ້ ທາງພາກຣັຖເຮົາກໍສຸດທີ່ພັກດັນ ແລ້ວແຕ່ວ່າການສນອງທຶນ ຂະເຈົ້າກໍບໍ່ໄດ້ເນາະ."

ກະຊວງໂຍທາທິການ ແລະຂົນສົ່ງ ຣາຍງານໃນກອງປະຊູມສະພາແຫ່ງຊາດ ເມື່ອຕົ້ນເດືອນພຶສຈິກາ ຜ່ານມາວ່າປັດຈຸບັນທາງການລາວ ຕ້ອງການງົບປະມານຫລາຍກ່ວາ 1,200 ຕື້ກີບ ເພື່ອມາສ້ອມແປງ ຮວມເຖິງຟື້ນຟູເສັ້ນທາງ ທີ່ເປ່ເພ ແລະ ຍົກຣະດັບ ເສັ້ນທາງ.

ໃນປີ 2018 ຜ່ານມາ ທາງການໄດ້ສ້ອມແປງທາງຫລວງແຫ່ງຊາດ ທັງໝົດ 25 ໂຄງການ ມູນຄ່າ 596 ຕື້ກີບ ແລະ 41 ສັນຍາ ກຳລັງ ປະຕິບັດ ສ່ວນອີກສອງສັນຍາ ແມ່ນສ້ອມແປງເສັ້ນທາງ ເລກທີ 11 ຢູ່ແຂວງຄຳມ່ວນ ແລະ ເສັ້ນທາງເລກທີ 9A ຢູ່ແຂວງສວັນນະເຂດ ຍັງບໍ່ໄດ້ກໍ່ສ້າງ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.