ນໍ້າຖ້ວມພາກໃຕ້ຂອງລາວ ເສັຽຫາຍ

ອະວາຣີ
2019.09.20
F-Att-flood ສະພາບນໍ້າຖ້ວມ ເມືອງໄຊເສດຖາ ແຂວງອັດຕະປື
ຮູບພາບຈາກ : ນັກຂ່າວພົລເມືອງ

ປີ 2019 ນີ້ ຫລາຍແຂວງຂອງລາວ ໄດ້ຮັບຄວາມເສັຍຫາຍ ຢ່າງໜັກຈາກພັຍນ້ຳຖ້ວມ. ກອງປະຊຸມຄນະຣັຖບານ ເມື່ອຕົ້ນອາທິດນີ້ ສລຸບຜົນເສັຍຫາຍຈາກນ້ຳຖ້ວມປີນີ້ວ່າ ປະຊາຊົນລາວທັງໝົດ 5 ແສນ 8 ໝື່ນຄົນ ໃນ 13 ແຂວງ ສ່ວນຫຼາຍໃນພາກໃຕ້ ຂອງລາວ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ.

ສູນຊ່ວຍເຫລືອດ້ານມະນຸດສະທັມອາຊຽນ ທີ່ມີສຳນັກງານຢູ່ ປະເທດອິນໂດນີເຊັຍ ຣາຍງານວ່າ ປະຊາຊົນລາວເຖິງ 1 ສ່ວນ 3 ໃນຈຳນວນທັງໝົດ 1 ລ້ານ 6 ແສນຄົນ ໃນຫົກແຂວງນັບແຕ່ ແຂວງຄຳມ່ວນລົງໄປຈົນເຖິງ ແຂວງຈຳປາສັກ ໄດ້ຮັບຜົນກະທົບ ຈາກພັຍນ້ຳຖ້ວມ ແລະ ເສັຍຫາຍໜັກ.

ສູນຊ່ວຍເຫລືອອາຊຽນ ຍັງຣາຍງານເມື່ອວັນທີ 10 ກັນຍາ 2019 ນີ້ວ່າ ຜົນເສັຍຫາຍຍ້ອນນ້ຳຖ້ວມ ເທື່ອນີ້ຢູ່ລາວ ອາດຈະສູງເຖິງ 753 ລ້ານດອນລາ ສະຫະຣັດ ຫລາຍກວ່າສອງເທົ່າ ຂອງຜົນເສັຍຫາຍ ເມື່ອປີ 2018 ທີ່ຜ່ານມາ. ຢູ່ ແຂວງສາຣະວັນ ເຈົ້າໜ້າທີ່ຜແນກ ໂຍທາທິການ ແລະຂົນສົ່ງແຂວງ ກ່າວກ່ຽວກັບຜົນເສັຍຫາຍ ພາຍໃນແຂວງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 18 ກັນຍາ ນີ້ວ່າ:

“ຕາມການສຳຣວດຄວາມເສັຍຫາຍທັງໝົດ ລວມທັງທາງຫລວງທ້ອງຖິ່ນ ທາງຊົນນະບົດເທສບານ ປະມານ 500 ປາຍຕື້.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ຖນົນເລກທີ່ 15A ຊຶ່ງເປັນຖນົນຫລວງແຫ່ງຊາດ ໃນແຂວງສາຣະວັນ ກໍໄດ້ຮັບຄວາມເສັຍຫາຍເປ່ເພ ຫລາຍຈຸດ ແລະຂົວສາມແຫ່ງ ກໍຫັກ ຊຶ່ງທັງຂົວ ແລະ ຫົນທາງ ຕ້ອງການງົບປະມານ ເພື່ອສ້ອມແປງ ເຖິງ 60 ຕື້ກີບ.

ນອກຈາກຖນົນ ຫົນທາງ ໂຮງຮຽນຢູ່ແຂວງສາຣະວັນ ກໍເສັຍຫາຍໜັກເຊັ່ນກັນ ຄືໂຮງຮຽນທັງໝົດ 159 ແຫ່ງ ຖືກນ້ຳຖ້ວມ; ໂຕະຕັ່ງ ປື້ມ ແລະກະດານ ເປ່ເພເສັຍຫາຍ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ເມືອງສາຣະວັນ:

“ເສັຍຫາຍແທ້ໆລະແມ່ນ 20 ແຫ່ງ; ນຶ່ງລະແມ່ນປະເພດອຸບປະກອນການຮຽນ ເປັນຕົ້ນປື້ມແບບຮຽນ ປື້ມຕຳຣາຮຽນອີຫຍັງຕ່າງໆນີ້ແຫລະ; ສອງມາ ໂຕະ ຕັ່ງ; ສາມມາ ແມ່ນອາຄານ; ສີ່ເຄື່ອງປະເພດໄອທີ.”

ຢູ່ແຂວງອັດຕະປື ຫ້າເມືອງ, 86 ບ້ານ ຫລື 13,000 ຄອບຄົວ ແລະທົ່ງໄຮ່ທົ່ງນາ ຂອງເຂົາເຈົ້າ ກໍຖືກນ້ຳຖ້ວມໝົດ, ດັ່ງເຈົ້າໜ້າທີ່ແຂວງ ອັດຕະປື ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວກັບວິທຍຸເອເຊັຍເສຣີວ່າ:

“ນ້ຳຖ້ວມໝົດ ເປັນໄຮ່ເປັນນາ ອີຫຍັງກໍຕາຍໝົດເລີຍ ເນື້ອທີ່ການຜລິດໝົດເດ໋.”

ຢູ່ແຂວງສວັນນະເຂດ ສະເພາະເມືອງຈຳພອນ ມີໂຮງຮຽນເສັຍຫາຍຍ້ອນນ້ຳຖ້ວມ ເຖິງ 36 ແຫ່ງ. ເຈົ້າໜ້າທີ່ການສຶກສາກ່6າວວ່າ ນ້ຳໄຫລມາຢ່າງວ່ອງໄວ ເກັບເຄື່ອງອຸປກອນ ການຮຽນການສອນບໍ່ທັນ ໂຮງຮຽນຖືກນ້ຳຖ້ວມ ເຖິງໜ້າເອີກ ແລະບາງບ່ອນ ພຽງຄໍ, ປື້ມສໍໂຕະຕັ່ງໄຫລໄປນຳນ້ຳເລີຍ:

“ຈົມນ້ຳ ເອົານຳບໍທັນ ເປັນອຸປກອນການຮຽນ ປື້ມຕຳຣາ ກະດານດຳ ຕ້ອງຫາໃໝ່ຈຶ່ງຮຽນໄດ້ ເວລາຖືກນ້ຳແຊ່ ມັນກໍໂພງ ມັນໃຊ້ການ ບໍ່ໄດ້.”

ຢູ່ແຂວງຄຳມ່ວນ ໂຮງຮຽນປະຖົມແລະມັທຍົມລວມ 34 ແຫ່ງ ຖືກນ້ຳຖ້ວມ. ໃນປີທີ່ຜ່ານມາ ເຈົ້າໜ້າທີ່ ຄຣູແລະນັກຮຽນ ສາມາດຂົນປື້ມ ກະດານ ແລະ ອຸປກອນການຮຽນອື່ນໆ ໄປຢູ່ທີ່ສູງບ່ອນປອດໄພໄດ້ ແຕ່ປີນີ້ ບໍ່ທັນ ເສັຍຫາຍໝົດ, ດັ່ງເຈົ້າໜ້າທີ່ ເມືອງເຊບັ້ງໄຟ ໄດ້ຊີ້ແຈງ ກັບວິທຍຸເອເຊັຍເສຣີ ຂອງພວກເຮົາ ໃນວັນທີ່ 16 ກັນຍາ ນີ້ວ່າ:

“ມີມັທຍົມ ປະຖົມ ອະນຸບານບາງແຫ່ງ ມັນຖ້ວມໄປ ມັນຖ້ວມຮອດກະດານດຳ ໃນຫ້ອງຮຽນ ກໍເຮັດໃຫ້ກະດານດຳ ນັ່ນແຫລະ ມັນເປັນໄມ້ ອັດຈັ່ງຊິໜາ ມັນຖືກນ້ຳ ຄືທ່ານຮູ້ແຫລະ ມັນຊິເປື່ອຍ ມັນຊິໂພງ ສະແດງວ່າ ມັນຊິໄຊ້ຂຽນໃຊ້ ຫຍັງກໍບໍໄດ້ອີກ ຄັນບໍ່ເອົາແຜ່ນໃໝ່ ໄປໃຫ້ເຂົາເຈົ້າ.”

ຢູ່ແຂວງຈຳປາສັກ ໃນສະເພາະສອງເມືອງຄືນະຄອນປາກເຊ ແລະ ເມືອງປະທຸມພອນ ມີໂຮງຮຽນເສັຍຫາຍ ຍ້ອນນ້ຳຖ້ວມ 69 ແຫ່ງ. ເຈົ້າໜ້າທີ່ນະຄອນຫລວງປາກທ່ານນຶ່ງ ໃຫ້ຣາຍລະອຽດຕື່ມວ່າ:

“ເສັຍຫາຍໆ ອຸປກອນ ມີປື້ມແບບຮຽນ ຄູ່ມືມີຫຍັງ ໂອ່ ຫລາຍໆເຕີບຫັ່ນແລ້ວ ເພາະວ່າມີໂຮງຮຽນນຶ່ງໝົດ ປື້ມສໍ ແລະ ກໍຝາໂຮງຮຽນ ເພໝົດ ຍັງໄລ່ມູນຄ່າຢູ່ ມາແຕ່ໂຮງຮຽນປະມານ ແປດລ້ານປາຍກີບ.”

ເຊັ່ນດຽວກັນ ເຈົ້າໜ້າທີ່ ເມືອງປະທຸມພອນ ກໍຈົ່ມວ່າ:

“ຄວາມເສັຍຫາຍ ທັງໝົດ ມີແຕ່ປື້ມ ໂຕະ ກະດານ 48 ໂຮງຮຽນນະເສັຍຫາຍນະ.”

ປັດຈຸບັນ ນ້ຳກໍຫລຸດລົງແລ້ວ ເຈົ້າໜ້າທີ່ກໍກຳລັງສຳຣວດກວດກາ ປະເມີນຜົນເສັຍຫາຍ ແລະສ້ອມແປງສິ່ງທີ່ເສັຍຫາຍ; ຕົວຢ່າງ ເຈົ້າໜ້າທີ່ໄຟຟ້າ ແຂວງສາຣະວັນ ກໍກຳລັງສ້ອມແປງ ເສົາໄຟ ແລະສາຍໄຟຟ້າ ທີ່ເປ່ເພ:

“ດຽວນີ້ເຮົາກະຟື້ນຟູສ້ອມແປງ ບຳຣຸງຮັກສາຄືນ ມີແຕ່ສາມໂຕເມືອງ ຫັ່ນດອກ ທີ່ມັນມີບັນຫານ້ຳຖ້ວມໜັກ ເມືອງສາຣະວັນ ເມືອງວາປີ ແລະ ເມືອງຄົງເຊໂດນ ບໍ່ແມ່ນວ່າດັບໝົດເມືອງ ແມ່ນຫຍັງເດ່ ເຮົາໄດ້ຕັດບາງຈຸດ ບາງບ້ານອອກ ຈຸດຖ້ວມໝໍ້ແປງ ທີ່ມັນມີບັນຫາ ເຮົາກໍຕັດໄຟໄວ້.”

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ຈົນເຖິງປັດຈຸບັນ ເຈົ້າໜ້າທີ່ກໍໄດ້ສ້ອມແປງຣະບົບໄຟຟ້າ ໄດ້ຫລາຍເຕີບແລ້ວ:

“ມາຮອດມື້ນີ້ ເມືອງວາປີ ສົ່ງໄຟໄດ້ 100 ເປີເຊັນ ແລ້ວ ເມືອງສາຣະວັນຍັງແຕ່ເມືອງຄົງເຊໂດນສາຍຂາດ ຢູ່ແຖວແກ່ງບວດນາທຶນ ທີ່ມັນພື້ນທີ່ຕ່ຳ ກະຄິດວ່າອີກສອງມື້ຂ້າງໜ້າໄດ້ 100 ເປີເຊັນເນາະມື້ນີ້ະແກ້ປະມານສອງຈຸດ ດຶງສາຍໄຟຂ້າມເຊ ຄືນ.”

ໃນສ່ວນຂອງຣັຖບານ ອີງຕາມບົດຣາຍງານຂອງສູນຊ່ວຍເຫລືອມະນຸດສະທັມ ອາຊຽນ ຣັຖບານລາວ ໄດ້ຈັດງົບປະມານ 134,000 ດອນລ່າ ສະຫະຣັດ ເພື່ອຊ່ວຍເຫລືອຜູ້ປະສົບໄພ ນ້ຳຖ້ວມໃນປີ 2019 ນີ້.

ແຕ່ໃນສະພາບຄວາມເປັນຈິງ ການຊ່ວຍເຫລືອຍັງບໍ່ທົ່ວເຖິງ ແລະ ຍັງບໍ່ພຽງພໍ ຕົວຢ່າງຢູ່ແຂວງອັດຕະປື, ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າຫ້ອງວ່າການ ແຂວງອັດຕະປື ກ່າວວ່າ ແຂວງອັດຕະປື ຍັງຕ້ອງການເຂົ້າປາອາຫານແຫ້ງ ຫລາຍເຖິງ 150 ໂຕນ ເພື່ອແຈກຢາຍໃຫ້ ປະຊາຊົນ ຜູ້ໄດ້ຮັບຜົນກະທົບ.

ເຈົ້າໜ້າທີ່ເມືອງສນາມໄຊ ແຂວງອັດຕະປື ກໍກ່າວວ່າຍັງຕ້ອງການ ການຊ່ວຍເຫລືອຫລາຍຢູ່:

“ມັນກໍມີຕ້ອງການປະເພດອາຫານ ເບື້ອງຕົ້ນຫັ່ນແຫລະ ມີປະປອງ ເຄື່ອງໃຊ້ໃນຄົວເຮືອນ ຈຳນວນນຶ່ງ ເຂົ້າສານຫລັກໆ ເປັນເຂົ້າຫັ່ນແຫລະ ພວກນ້ຳຖ້ວມຊຸດນີ້ ກະກວມເອົາ 38 ບ້ານ.”

ຜູ້ປະສົບໄພຄົນນຶ່ງຢູ່ແຂວງສາຣະວັນ ກໍຈົ່ມວ່າ ພວກເຮົາໄດ້ຮັບການຊ່ວຍເຫລືອ ແດ່ແລ້ວ ແຕ່ບໍພຽງພໍ; ປະຊາຊົນຫລາຍບ້ານ ຍັງບໍທັນໄດ້ຮັບ ການຊ່ວຍເຫລືອເລີຍ ສາເຫດອາດຈະແມ່ນ ຍ້ອນຖນົນຫົນທາງຖືກຕັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.