ນໍ້າຖ້ວມ 16 ບ້ານ ແຄມນ້ຳຮຸ່ງ ມ.ໄຊຍະບູຣີ

ອຸ່ນແກ້ວ ສຸກສະຫວັນ
2021.06.14
ນໍ້າຖ້ວມ 16 ບ້ານ ແຄມນ້ຳຮຸ່ງ ມ.ໄຊຍະບູຣີ 16 ບ້ານ ໄດ້ພາກັນຂົນເຄື່ອງຂອງ ອົພຍົບໜີນ້ຳຖ້ວມ ແບບກະທັນຫັນ ຍ້ອນວ່າ ນ້ຳຮຸ່ງ ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນ ຂອງປະຊົນ ຢູ່ ເຂດເທສບານ ແຂວງໄຊຍະບູຣີ
ນັກຂ່າວພົລເມືອງ

ປະຊາຊົນ 16 ບ້ານ ໄດ້ພາກັນຂົນເຄື່ອງຂອງ ອົພຍົບໜີນ້ຳຖ້ວມ ແບບກະທັນຫັນ ຍ້ອນວ່າ ນ້ຳຮຸ່ງ ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນ ຂອງປະຊົນ ຢູ່ເຂດເທສບານ ແຂວງໄຊຍະບູຣີ ໃນເວລາປະມານ 3 ໂມງເຊົ້າ ຂອງວັນທີ 14 ມິຖຸນາ.

ຣະບົບໄຟຟ້າຢູ່ໃນເຂດເທສບານ ແຂວງໄຊຍະບູຣີ ຖືກຕັດຂາດ-ບໍ່ສາມາດ ໃຊ້ການໄດ້ ແລະ ຣະບົບນ້ຳປະປາກໍ ບໍ່ສາມາດໃຊ້ການ ໄດ້ເຊັ່ນດຽວກັນ.

ນ້ຳຖ້ວມຄັ້ງນີ້ ເປັນຜົນມາຈາກ ພະຍຸ ໂຄກູມະ ທີ່ພັດຜ່ານແຂວງໄຊຍະບູຣີ ນັບແຕ່ວັນທີ 12-14 ມິຖຸນາ ເຮັດໃຫ້ມີຝົນຕົກໜັກຈົນ ນ້ຳຢູ່ແມ່ນ້ຳຮຸ່ງລົ້ນຝັ່ງໄຫຼເຂົ້າຖ້ວມ ແລະ ປະກອບ ນ້ຳປ່າໄຫຼເຂົ້າມາສົມທົບ.

ປະຊາຊົນ ຜູ້ທີ່ປສົບນ້ຳຖ້ວມ ຢູ່ແຂວງໄຊຍະບູຣີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ໃນຕອນແລງຂອງວັນດຽວກັນ ນ້ຳເຣີ່ມບົກລົງແລ້ວ ແລະ ປະຊາຊົນກຳລັງທຳຄວາມສະອາດບ້ານເຮືອນ.
ປະຊາຊົນ ອີກທ່ານນຶ່ງ ກໍໃຫ້ສໍາພາດຕໍ່ ເອເຊັຽເສຣີ ວ່າ:

ນັກຂ່າວ: ຂໍຖາມແດ່ສະພາບນ້ຳຖ້ວມໄຊຍະ ເປັນຈັ່ງໃດ?

ປະຊາຊົນ: ຖ້ວມໜັກສົມຄວນ.

ນັກຂ່າວ: ມັນໜັກຂນາດໃດ?

ປະຊາຊົນ: ດຽວນີ້ຫັ້ນລົງມາແລ້ວ ແຫ້ງໝົດແລ້ວ ແມ່ນລະ.

ນັກຂ່າວ: ໄຟຟ້ານ້ຳປະປາເຮົາໃຊ້ໄດ້ບໍ່?

ປະຊາຊົນ: ນ້ຳປະປາຫວະ ບໍ່ໆ ຕອນນີ້ຍັງບໍ່ມາ.

ນັກຂ່າວ: ເຮົາຢູ່ຈັ່ງໃດລະ?

ປະຊາຊົນ: ເອີ; ກະບາງຄົນກະຍັງຂຸ້ນກັນຢູ່ ມ້ຽນເຄື່ອງ ມ້ຽນຂອງ ມ້ຽນຫ້ອງ ມ້ຽນເຮືອນ ມັນມີຂີ້ຕອກ-ຂີ້ຕົມ ແມ່ນຫຍັງຫັ້ນ.

ນັກຂ່າວ: ແຕ່ວ່າ ນ້ຳມັນລົງຕອນຈັກໂມງນິ?

ປະຊາຊົນ: ປະມານ 3-4 ໂມງແລງ ນີ້ແຫຼະ ແມ່ນດຽວນີ້ ແຫ້ງໝົດແລ້ວ. ມີແຕ່ຄອງໃຫຍ່ນັ້ນ ຍັງມີນ້ຳຫຼາຍຢູ່.

ນັກຂ່າວ: ຖ້ວມຫຼາຍບ້ານປານໃດ ຢູ່ເຂດເທສບານເມືອງນີ້?

ປະຊາຊົນ: ກະເກືອບໝົດຫັ້ນລະ.

ນັກຂ່າວ: ໝົດໂຕເທສບານເມືອງໄຊຍະ ຫັ້ນເລີຍເນາະ?

ປະຊາຊົນ: ມັນມີບ້ານທີ່ວ່າຢູ່ສູງກະບໍ່ຖ້ວມ ມັນມີຢູ່ເຂດບ້ານໃຫຍ່ບໍ່ ບ້ານແຈ້ງບໍ່ ບ້ານໂນນບໍ່ ບ້ານນາຕໍໃຫຍ່ບໍ່ ບ່ອນຫຼຸບລະມັນ ກະຖ້ວມ.

ນັກຂ່າວ: ມີຫຼາຍບ້ານປານໃດນິ?

ປະຊາຊົນ: ກະຫຼາຍບ້ານຢູ່ ບ້ານດອນ ບ້ານບຸ່ງ ບ້ານຖິ່ນ ລະກະພວກ ນາໄຮ່ນັ້ນ. ກະມັນເປັນບ່ອນຫຼຸບບ່ອນໂນນເນາະ ບາງບ້ານ ກະຖ້ວມຢູ່ 6-7 ຫຼັງ ແຕ່ກະບໍ່ຖ້ວມໝົດແທ້ ໝົດວ່າ ຫັ້ນ. ປີນີ້ຖືວ່າໜັກສົມຄວນໄດ໋. ບ່ອນທີ່ບໍ່ເຄີຍຖ້ວມກະຖ້ວມໜັກເດ້.

ນັກຂ່າວ: ຢູ່ໂຕເທສບານແຂວງຫັ້ນເນາະ?

ປະຊາຊົນ: ແມ່ນລະ ຢູ່ໂຕແຂວງຫັ້ນເລີຍ ຖ້ວມຫຼາຍຫັ້ນນະ. ມັນມາໝ້ອງ 2-3 ໂມງ ກາງຄືນຫັ້ນນ່າ.

ນັກຂ່າວ: ມັນມາຈັ່ງໃດລະ ມັນສຽງແຮງບໍ່?

ປະຊາຊົນ: ກະຝົນຕົກແຮງ ມັນກະຍື່ງມານະ ຍື່ງຂຶ້ນ ຍື່ງຂຶ້ນ ມານະ.

ນັກຂ່າວ: ລະເຈົ້າໜ້າທີ່ທາງການ ໄດ້ຊ່ວຍເຫຼືອຈັ່ງໃດລະ?

ປະຊາຊົນ: ເພິ່ນຊ່ວຍເຫຼືອ ເພິ່ນຮູ້ວ່ານ້ຳຖ້ວມ ເພິ່ນກະເອົາທະຫານລົງມາຊ່ວຍ. ຊ່ວຍປະຊາຊົນ ທີ່ວ່າ ທັນພໍສົມຄວນຢູ່, ແຕ່ວ່າ ສ່ວນຫຼາຍ ທີ່ວ່ານ້ຳມັນມາໄວເກີນ. ບາງບ່ອນບາງບ້ານກະເອົາເຄື່ອງ ເອົາຫຍັງບໍ່ທັນໄດ້ຖິ້ມໝົດ ເປັນພວກຕູ້ເຢັນ ພວກຈັກຊັກຜ້າບໍ່ ພວກເຄື່ອງໃຊ້ຫຍັງຕ່າງໆນ່າ. ບໍ່ວ່າແຕ່ເຄື່ອງໃຊ້ໄຟຟ້າ ເຄື່ອງນຸ່ງບໍ່ ເຄື່ອງນອນບໍ່ ເປັນເຂົ້າ ເປັນຫຍັງ ກະບໍ່ໄດ້ເອົາຫຍັງເລີຍແຫຼະ ໄດ້ເອົາຖິ້ມໝົດ ສ່ວນຫຼາຍ ນ້ຳມັນໄວເກີນເຮົາເອົາທັນ.

ນັກຂ່າວ: ມັນຍື່ງຂຶ້ນລະເຮົາເອົາບໍ່ທັນ ລະຕອນນີ້ເຮົາເຮັດຫຍັງແດ່ ພາກັນເຮັດຫຍັງແດ່ຕອນນີ້ ນ້ຳລົງລະ?

ປະຊາຊົນ: ເອີ; ເຂົາເຈົ້າກະມ້ຽນເປັນຂີ້ຕົມ ເປັນຫຍັງຫັ້ນແຫຼະ.

ປະຊາຊົນອີກທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ.

ນັກຂ່າວ: ຢູ່ເມືອງໄຊຍະບູຣີ ຖ້ວມຫຼາຍບໍ່?

ປະຊາຊົນ: ຫຼາຍວ່າ ປະມານ 3 ແມັດ ພຸ້ນແຫຼະ ປະມານ 3 ແມັດ ນີ້ແຫຼະຖ້ວມ ຢູ່ເມືອງໄຊຍະບູຣີ.

ນັກຂ່າວ: ອັນນີ້ ມັນເປັນນ້ຳປ່າຫວະ ຫຼື ນ້ຳຢູ່ແມ່ນ້ຳ.

ປະຊາຊົນ: ນ້ຳປ່າຫັ້ນ ມັນມາກ່ອນ ລະມັນຖ້ວມ. ລະບາດນີ້ ລະນ້ຳຮຸ່ງຫັ້ນມາ ບາດນີ້. ມັນເຂື່ອນນະ ເຂົາເຈົ້າເຮັດເຂື່ອນນະ ລະມັນກະທົບ ກັນ ມັນຂຶ້ນເລີຍນະ. ມັນໜັກ ປີນີ້ຖືວ່າໜັກ.

ນັກຂ່າວ: ຢູ່ໂຕເມືອງເລີຍແມ່ນເບາະ?

ປະຊາຊົນ: ແມ່ນລະ ຢູ່ໂຕເມືອງເລີຍ ຖ້ວມໜັກກະຊິແມ່ນແຖວບ້ານຖິ່ນໄປ.

ນັກຂ່າວ: ມີຈັກບ້ານທີ່ວ່າຖືກຖ້ວມ.

ປະຊາຊົນ: ບໍ່ຊ່າງຊິວ່າ ມັນມີຫຼາຍບ້ານເດ້ ອັນສະເພາະຖ້ວມ ກະຊິຢູ່ຫຼາຍບ້ານຢູ່ນ່າ ມັນຕໍ່າແດ່ເດີ. ຄັນຖ້ວມແບບນີ້ມັນ 10 ປາຍປີ ມາແລ້ວ ແຕ່ວ່າປີນີ້ມັນໜັກໂອ້ ເອົາຫຍັງຈົນບໍ່ທັນ ນ້ຳປ່າຫັ້ນມາໄວໂພດ.

ນັກຂ່າວ: ມັນຝົນຕົກກ່ອນໜ້ານີ້ຈັກມື້?

ປະຊາຊົນ: ມື້ເຄິ່ງ ມັນຕົກແຮງໂພດນ່າເຈົ້າ ໝົດມື້ເລີຍນະ.

ນັກຂ່າວ: ດຽວນີ້ ເຮົາຢູ່ຈັ່ງໃດຊັ້ນນະ.

ປະຊາຊົນ: ໄຟເຂົາເຈົ້າຕັດອອກໝົດເລີຍ.

ນັກຂ່າວ: ໝາຍຄວາມວ່າ ໃຊ້ໄຟຟ້າບໍ່ໄດ້ເນາະ ອັນນີ້ ເຮົາກະຢູ່ເຮືອນເຮົາຕີ້?

ປະຊາຊົນ: ແມ່ນລະ ກະຢູ່ເຮືອນເຮົາ ມັນແຫ້ງແລ້ວນ້ຳນະ. ແຕ່ວ່າ ຍັງລົງໄປບໍ່ໄດ້ເທື່ອ.

ນັກຂ່າວ: ນ້ຳມັນແຫ້ງຕອນຈັກໂມງຫັ້ນນະ?

ປະຊາຊົນ: ປະມານ 5-6 ໂມງແລງ ນີ້ແຫຼະ.

ນັກຂ່າວ: ນ້ຳຂຶ້ນຖ້ວມຫັ້ນຈັກໂມງ?

ປະຊາຊົນ: ນ້ຳຂຶ້ນຖ້ວມແທ້ໆ ປະມານ 3-4 ໂມງເຊົ້າ.

ນ້ຳຖ້ວມຄັ້ງນີ້ເຮັດໃຫ້ຣະບົບໄຟຟ້າ ຢູ່ເຂດບ້ານທີ່ຖືກອຸທົກກະໄພ ໄດ້ຮັບຜົນກະທົບ ແລະມີບາງສ່ວນໄດ້ຮັບຄວາມເສັຽຫາຍໃນຂນະທີ່ ຣັຖວິສາຫະກິດໄຟຟ້າລາວ ສາຂາແຂວງ ໄຊຍະບູລີ ໄດ້ສົມທົບກັບ ສູນບໍຣິການໄຟຟ້າເມືອງ ງົດກະແສໄຟຟ້າຢູ່ເຂດທີ່ມີຄວາມ ສ່ຽງຊົ່ວຄາວ, ຍ້າຍໝໍ້ນັບໄຟທີ່ຢູ່ຕາມເຮືອນ ຂອງປະຊາຊົນ ແລະ ເສົາໄຟຟ້າທີ່ຢູ່ບ່ອນຕໍ່າ ຂຶ້ນຢູ່ທີ່ສູງ, ຊ່ວຍເຫຼືອຂົນຍ້າຍເຄື່ອງໃຊ້ ທີ່ຈຳເປັນໄປຈຸດທີ່ປອດພັຍ, ພ້ອມດຽວກັນນັ້ນ ກໍ່ດຳເນີນການສນອງພະລັງງານໄຟຟ້າ ໃຫ້ກັບຈຸດພັກເຊົາຊົ່ວຄາວ ຈຳນວນ 2 ຈຸດຄື: ໂຮງຮຽນການເມືອງ ການປົກຄອງແຂວງ ແລະ ຜແນກກະສິກັມ ແລະ ປ່າໄມ້ ແຂວງ.

ເຖິງຢ່າງໃດກໍຕາມ, ຍັງບໍ່ຣາຍງານຄວາມເສັຽຫາຍ ແລະ ບໍ່ມີຣາຍງານຜູ້ເສັຽຊີວິດ. ໃນເຫດນ້ຳຖ້ວມຄັ້ງນີ້ ມີຜູ້ສັງເກດການໃຫ້ທັສນະ ວ່າເປັນຍ້ອນເທສບານແຂວງໄຊຍະບູຣີ ຢູ່ເຂດພື້ນທີ່ຕ່ຳ ແລະ ມີການຕັດໄມ້ຫຼາຍ ຢູ່ແຂວງໄຊຍະບູຮີ ເຮັດໃຫ້ບໍ່ມີປ່າໄມ້ດູດເອົາໄວ້ ໃນເວລາຝົນຕົກມາ ນໍ້າກໍໄຫຼລົງມາພື້ນທີ່ ຕອນລຸ່ມໄດ້ໄວວາ ຈົນເຮັດໃຫ້ເກີດນ້ຳຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.