ການເຈາະອຸມົງ ມ.ກະລຶມ ຊາວບ້ານ ກັງວົນ
2018.11.05
ປະຊາຊົນເມືອງກະລຶມ ແຂວງເຊກອງ ກັງວົນຍ້ອນຢ້ານວ່າ ການເຈາະອຸມົງລອດພູ ກວ້າງ 4 ແມັດ ຍາວ 20 ກິໂລແມັຕ ໃນໂຄງການ ສ້າງເຂື່ອນໄຟຟ້ານໍ້າອີມູນ ຂອງ ບໍຣິສັດຈະເລີນເຊກອງ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຮວມທັງປ່າໄມ້ ແລະສັດປ່າ ຈະຫລຸດໜ້ອຍລົງ; ດັ່ງປະຊາຊົນເມືອງກະລຶມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພຶສຈິກາ ນີ້ວ່າ:
"ມັນກໍຍັງຜົລກະທົບ ກັບປະຊາຊົນ ກັບສິ່ງແວດລ້ອມຢູ່ແລ້ວ ເຈົ້າ ໂດຍສະເພາະກັບພືດຜັກ ສັດແຖວໆນັ້ນ ປູປານາຫັ້ນເນາະ ເພາະວ່າ ຂນາດ ພວກເຮົາ ເປັນປະຊາຊົນນີ້ ກໍບໍ່ໜ້າສິອັນນີ້ ຂນະນີ້ຊັພຍາກອນແຫ່ງຊາດ ໃນແຜ່ນດິນກໍຫລູດໜ້ອຍ ຖອຍລົງ ແລ້ວເນາະ."
ທ່ານເວົ້າວ່າເຖິງຈະບໍ່ມີບ້ານເຮືອນ ປະຊາຊົນຢູ່ໃກ້ກັບ ເຂື່ອນນໍ້າອີມູນ ແຕ່ກໍຈະຕ້ອງມີ ຜົລກະທົບ ຕໍ່ສິ່ງແວດລ້ອມຢ່າງແນ່ນອນ. ປ່າໄມ້ ແລະສັດປ່າ ຫລາຍຊນິດ ກໍຈະໄດ້ຮັບຜົລກະທົບ ໄປຕາມໆກັນ ຂນະທີ່ເຈົ້າຂອງໂຄງການ ກໍ່ສ້າງເຂື່ອນນີ້ ບໍ່ໄດ້ເປີດເຜີຍ ຜົລການສຶກສາ ຜົລກະທົບຕໍ່ສິ່ງແວດລ້ອມ ແຕ່ຢ່າງໃດ.
ເຈົ້າໜ້າທີ່ຜແນກພລັງງານແລະບໍ່ແຮ່ ແຂວງເຊກອງ ກ່າວໃນມື້ດຽວກັນນັ້ນວ່າ ເຂື່ອນໄຟຟ້ານໍ້າອີມູນ ຕັ້ງຢູ່ກາງພູ ເມືອງກະລຶມບໍ່ມີບ້ານ ປະຊາຊົນ ບໍ່ມີຫ້ວຍ. ດັ່ງນັ້ນຈຶ່ງຈໍາເປັນ ຕ້ອງເຈາະອຸໂມງ ລອດພູ ເພື່ອປ່ອຍນໍ້າອອກ ໃນຣະດູຝົນ.
ບໍຣິສັດເອກຊົນຂອງຈີນ ຈະເປັນຜູ້ຮັບເໝົາເຈາະອຸໂມງ ແລະອາດຈະເລີ່ມເຈາະ ໃນທ້າຍເດືອນ ພຶສຈິກາ ນີ້ ດັ່ງທີ່ທ່ານກ່າວວ່າ:
"ເອົາພະນັກງານເຂົ້າໄປ ທາງເຂົ້າກໍຮຽບຮ້ອຍ ປູຢາງເຂົ້າໄປ ຖືວ່າແລ້ວໝົດແລ້ວນ່າ ທຸກຢ່າງ ເຫລືອແຕ່ເອົາພະນັກງານເຂົ້າ ເທົ່ານັ້ນ ບາດນີ້ຕ້ອງເອົາເຄື່ອງ ເອົາຣົດຈັກເຈາະພູ ຄັນເງື່ອນໄຂ ພ້ອມທຸກຢ່າງ ລະແມ່ນໂອເຄ ເຂົ້າພົບເຊັນສັນຍາ ກັນເລີຍ ໃນກາງເດືອນ 11 ນີ້ນະ ເພິ່ນສິໃຫ້ລົງ ເອີ໊ ແມ່ນຈີນເຮັດ ຄືສິເງື່ອນໄຂຕົວດຽວ ນີ້ແຫລະ ຖືວ່າເຂື່ອນຕົວນີ້ ເກົາຫລີ ຈັບ 70 ເປີເຊັນ ຕົວນີ້ເພິ່ນ ໃຫ້ແລ້ວ ປີ 2022."
ມາເຖິງປັດຈຸບັນ ເຂື່ອນໄຟຟ້າແຫ່ງນີ້ ໄດ້ກໍ່ສ້າງຕົວເຂື່ອນ ໂຮງຈັກຜລິດໄຟຟ້າ ແລະຫ້ອງການສໍາເຣັດໄປແລ້ວ ຍັງເຫລືອແຕ່ການເຈາະ ອຸໂມງ ຊຶ່ງຄາດວ່າຈະເຈາະໃຫ້ ແລ້ວ ພາຍໃນ 2 ປີ.
ໂຄງການເຂື່ອນໄຟຟ້ານໍ້າອີມູນ ຈະມີກໍາລັງການຜລິດ 130 ແມັກກາວັດ ໄດ້ເລີ່ມກໍ່ສ້າງມາ ແຕ່ປີ 2016 ເປັນໂຄງການຮ່ວມລົງທຶນ ຣະຫວ່າງບໍຣິສັດເກົາຫລີໃຕ້ ຖືຫຸ້ນ 70 ເປີເຊັນ ແລະ ບໍຣິສັດ ຈະເລີນເຊກອງ ຖືຫຸ້ນ 30 ເປີເຊັນ ແຕ່ຍັງບໍ່ເປີດເຜີຍມູນຄ່າ ການກໍ່ສ້າງ.