ສວນປູກອ້ອຍຂອງໄທ ໃຊ້ປຸ໋ຍ ອັນຕະລາຍ
ບໍຣິສັດ ຜລິດນໍ້າຕານ ຂອງໄທ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ຍັງໃຊ້ ສານເຄມີ ຂ້າຫຍ້າ ໃນສວນອ້ອຍ ຫລາຍຢູ່.
-
ຈໍາປາທອງ
2019-01-09 -
-
-
Your browser doesn’t support HTML5 audio
ບໍຣິສັດຜລິດນໍ້າຕານ ຂອງໄທ ທີ່ມີສວນປູກອ້ອຍຫລາຍແຫ່ງ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ຍັງໃຊ້ສານເຄມີຂ້າຫຍ້າ ຫລາຍຢູ່ ໃນຂນະທີ່ການຄວບຄຸມການນໍາໃຊ້ ສານເຄມີ ນັ້ນຫຍຸ້ງຍາກຫລາຍ ຍ້ອນວ່າທາງບໍຣິສັດ ໄດ້ນໍາສານເຄມີມາແຈກ ໃຫ້ຊາວສວນອ້ອຍໃຊ້ ໂດຍກົງ; ດັ່ງເຈົ້າໜ້າທີ່ ຢູ່ເມືອງໄຊບູລີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມົກກະຣາ ນີ້ວ່າ:
"ຕົວນີ້ກໍມີຄືກັນນໍ ເຣຶ່ອງການນໍາໃຊ້ຢູ່ນໍ ເພາະວ່າມັນກໍປາສຈາກ ບໍ່ໄດ້ນະ ຄືຂະເຈົ້ານໍາໃຊ້ນໍ ເພາະວ່າມັນສິຄຸມຍາກ ເພາະວ່າເພິ່ນກໍໄດ້ ນໍາໃຊ້ຢູ່ ຫລັງຈາກທີ່ວ່າປູກແລ້ວ ເພິ່ນກໍສີດຄຸມໃນຊ່ວງທໍາອິດ."
ປັດຈຸບັນ ສວນອ້ອຍຂອງບໍຣິສັດນໍ້າຕານຂອງໄທ ຢູ່ເມືອງໄຊບູລີ ມີເນື້ອທີ່ສໍາປະທານ 10 ພັນປາຍເຮັກຕາ. ທີ່ຜ່ານມາເຈົ້າໜ້າທີ່ເມືອງນີ້ ໄດ້ໄປບອກໃຫ້ທາງບໍຣິສັດ ເຊົາໃຊ້ສານເຄມີ ໃນສວນອ້ອຍ ເພື່ອບໍ່ໃຫ້ມີຜົລກະທົບ ຕໍ່ປະຊາຊົນ ໃນພື້ນທີ່ ແລະ ສິ່ງແວດລ້ອມ ແລະ ທາງບໍຣິສັດ ກໍປະຕິບັດຕາມ. ແຕ່ຕໍ່ມາບໍ່ດົນ ໄດ້ກັບມາໃຊ້ສານເຄມີນັ້ນຢູ່ຄືເກົ່າ. ຊາວສວນອ້ອຍຜູ້ນຶ່ງ ຢູ່ເມືອງໄຊບູລີ ເວົ້າກັບວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ ສ່ວນຫຼາຍທາງບໍຣິສັດ ຈະໃຫ້ສີດສານເຄມີ ເພື່ອຂ້າຫຍ້າ ກ່ອນຈະ ປູກອ້ອຍ:
"ຄັນຫຍ້າຫລາຍເພີ່ນກໍວ່າ ເອົາຄົນງານມາເສັຍ ກໍເວົ້າເຣຶ່ອງເສຖກິດ ມັນກໍເສັຍໜັກ ບາດນີ້ແລ້ວເພີ່ນຕ້ອງໄດ້ສິດ ເພີ່ນສິດຫລາຍກໍເວົ້າ ຫລາຍກີບເດ້ ທາງບໍຣິສັດເພິ່ນວ່າ ມາປູກໃນເດືອນສິບເດືອນສິບເອັດຕໍ່ໄປ ແຕ່ວ່າມີສິດ ຢູ່ກໍສ່ວນໃດສ່ວນນຶ່ງ."
ທີ່ຜ່ານໆມາ ຢູ່ ສປປລາວ ມີການໃຊ້ສານເຄມີ ໃນສວນປູກພືດຕ່າງໆ ຢ່າງຫຼວງຫຼາຍ ເປັນຕົ້ນໃນສວນກ້ວຍ, ສວນອ້ອຍ ທີ່ສົ່ງຜົລກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະສິ່ງແວດລ້ອມ.
ເມື່ອບໍ່ດົນມານີ້ ສວນກ້ວຍຈີນຢູ່ເມືອງສັງທອງ ນະຄອນຫລວງວຍງຈັນ ກໍປ່ອຍສານພິດເຄມີ ທີ່ໃຊ້ລ້າງກ້ວຍ ລົງຫ້ວຍນໍ້າຕອນ, ເຮັດໃຫ້ປາ ຕາຍຫລາຍກວ່າ 300 ກິໂລ.
ແລະເມື່ອປີ 2017 ກໍພົບວ່າດິນຫລາຍກວ່າ 700 ເຮັກຕາ ຢູ່ເມືອງຍອດອູ ແລະເມືອງບຸນເໜືອ ແຂວງຜົ້ງສາລີ ເຊື່ອມຄຸນນະພາບ ຍ້ອນຈີນ ໃຊ້ສານເຄມີໃນສວນກ້ວຍຫລາຍ.