ໂຮງງານຊັນເປເປີຍັງສ້າງ ບັນຫາ
2018.12.28

ປັດຈຸບັນໂຮງານຜລິດເຈັ້ຽ ຂອງບໍຣິສັດ ຊັນເປເປີ ລາວ ໂຮນດິ້ງ ຈໍາກັດ ຢູ່ບ້ານມັນຈິເມືອງເຊໂປນ ແຂວງສວັນນະເຂດ ຍັງປ່ອຍນໍ້າເສັຽ ທີ່ບໍ່ໄດ້ຜ່ານການບໍາບັດໄຫລລົງ ຫ້ວຍອາລ້ອງ ຢູ່ຄືເກົ່າ ເຮັດໃຫ້ນໍ້າໃນຫ້ວຍດັ່ງກ່າວແຮງເໜົ່າ ແລະມີກິ່ນເໝັນຫຼາຍກວ່າເກົ່າ ເຖິງແມ່ນວ່າ ທາງໂຮງງານ ເຄີຍປະກາດວ່າ ຈະແກ້ໄຂໃຫ້ສໍາເຣັດ ໃນເດືອນທັນວາ ປີນີ້ ກໍຕາມ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນວັນທີ່ 25 ທັນວາ ນີ້ວ່າ:
“ປ່ອຍນໍ້າເສັຍຫັ້ນລະ ຕະຫຼອດ 24 ຊົ່ວໂມງ ນໍ້າຄືເກົ່າຫັ້ນລະ ອັນອອກສີເຫລືອງໆ ບ່ອນບໍາບັດມັນໜ້ອຍຫັ້ນນະ.”
ທ່ານກ່າວຕື່ມວ່າປັັດຈຸບັນ ປະຊາຊົນທີ່ຂ້າມຫ້ວຍດັ່ງກ່າວ ຕ້ອງຣະມັດຣະວັງຫຼາຍຂຶ້ນ ເພາະຢ້ານນໍ້າເປຶ້ອນ ຖືກຮ່າງກາຍ ຫຼືພາກສ່ວນອື່ນໆ ຂອງຮ່າງກາຍ ຊຶ່ງຈະເຮັດໃຫ້ເກີດພຍາດຜິວໜັງໄດ້ ຍ້ອນທີ່ຜ່ານມາ ເຄີຍມີປະຊາຊົນບາງຄົນ ທີ່ສຳຜັດນໍ້າຫ້ວຍ ທີ່ເປື້ອນເປິະນັ້ນ ເຄີຍເຂົ້າ ໂຮງໝໍມາແລ້ວ ແລະປະຊາຊົນຫຼາຍຄົນ ຢ້ານວ່າ ຫາກໂຮງງານຍັງສືບຕໍ່ ປ່ອຍນໍ້າເສັຍລົງຫ້ວຍ ຢ້ານເກີດຜົນກະທົບໜັກໜ່ວງຂຶ້ນກວ່າເກົ່າ.
ນອກຈາກນັ້ນ ໃນແຕ່ລະມື້ ກໍຍັງມີກິ່ນເໝັນຈາກໂຮງງານດັ່ງກ່າວ ມາກະທົບໃສ່ປະຊາຊົນ 4 ບ້ານ ຊຶ່ງແຕ່ລະເທື່ອ ກິ່ນເໝັ້ນນັ້ນຈະເໝັນຢູ່ ປະມານ 20 ນາທີ ເຮັດໃຫ້ຫຼາຍຄອບຄົວ ບໍ່ມາດກິນເຂົ້າໄດ້ເລີຍ ຢ່າງໃດກໍຕາມ ບັນຫາ ດັ່ງກ່າວເປັນບັນຫາ ທີ່ແກ້ໄຂໄດ້ຍາກ ເພາະທາງ ໂຮງງານ ຍັງຂາດຄວາມເອົາໃຈໃສ່ ໃນການແກ້ໄຂ.
ກ່ຽວກັບເຣື້ອງດັ່ງກ່າວນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ປົກຄອງເມືອງເຊໂປນ ເພື່ອຖາມກ່ຽວກັບ ແນວທາງແກ້ໄຂບັນຫານີ້ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດ ໃຫ້ສັມພາດທາງໂທຣະສັບ.
ໃນເດືອນກັນຍາ ປີນີ້ ທ່ານ ແສງອາລຸນ ຜູ້ອໍານວຍການບໍຣິສັດ ຊັນເປເປີ ລາວໂຮນດິ້ງ ຈໍາກັດ ກ່າວວ່າທາງໂຮງງານ ກໍາລັງເລັ່ງແກ້ໄຂ ບັນຫາ ມົລພິດທາງນໍ້າ ແລະທາງອາກາດ ໂດຍຈະໃຫ້ສໍາເຣັດໃນເດືອນທັນວານີ້, ແຕ່ປັັດຈຸບັນ ມາຮອດທ້າຍເດືອນ ແລ້ວ ຍັງມີຜົນກະທົບ ເກີດຂຶ້ນຫຼາຍຢູ່, ກ່ອນໜ້ານັ້ນເຈົ້າໜ້າທີ່ວິຊາການຂອງໂຮງງານ ເຄີຍຊີ້ແຈງສາເຫດທີ່ ມີກິ່ນເໝັນອອກນອກໂຮງງານວ່າ ເປັນຍ້ອນໄຟຟ້າ ພາຍໃນໂຮງງານ ບໍ່ພຽງພໍ ເຮັດໃຫ້ຣະບົບຄວບຄຸມກິ່ນ ບໍ່ເຮັດວຽກເຕັມປະສິດທິພາບ.
ໂຮງງານ ຊັນເປເປີ ຂອງຈີນ ເຣີ້ມເຮັດການຜລິດໃນຂັ້ນທົດລອງ ຕັ້ງແຕ່ວັນທີ່ 21 ເດືອນພຶສພາ 2018 ຈົນເຖິງວັນທີ 20 ເດືອນສິງຫາ 2018, ແຕ່ເຮັດການຜລິດມາຮອດຕົ້ນເດືອນ ມິຖຸນາ ກໍເຣີ້ມສົ່ງກິ່ນເໝັນແຮງເປັນຕົ້ນມາ.