ຊາວບ້ານມັນຈິຍອມຮັບ ຄ່າຊົດເຊີຍ

ໄຊຍາ
2018.11.12
F-Sun-Paper ທາງດ້ານໜ້າ ຂອງໂຮງງານຜລິດເຈັ້ຽ ຊັນເປເປີ ເມືອງເຊໂປນ ແຂວງສວັນນະເຂດ
Screen captured : ໂທຣະພາບເຊໂປນ

ປະຊາຊົນ ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ 12 ຄອບຄົວ ຍອມຮັບຄ່າຊົດເຊີຍ ທີ່ິດິນ ຮວມກັນທັງໝົດ 40 ເຮັກຕ້າ ຈາກ ໂຮງງານຜລິດເຈັ້ຍ ຊັນເປເປີ້ ລາວໂຮນດິ້ງ ຈຳກັດ ຂອງນາຍທຶນຈີນ ເພື່ອກຽມຂຍາຍໂຮງງານ ໃນອະນາຄົດ. ດັ່ງ ປະຊາຊົນ ຜູ້ຍອມຮັບ ຄ່າຊົດເຊີຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ພຶສຈິກາ ນີ້ວ່າ:

"ຊາວບ້ານເຫັນດິີ ຈັ່ງເຂົ້າໃຫ້ເມືອງໄປກວດກາໃຫ້ຫັ້ນ 8 ພັນ ແມັດກາເຣ ຫັ້ນນ່າດິນສວນຫັ້ນເພິ່ນໃຫ້ 10 ພັນ ໃຫ້ເມືອງໄປກວດກາ ອີກ ຫັ້ນນະຈັ່ງຊົດເຊີຍ."

ທ່ານກ່າວຕື່ມວ່າ ຍັງບໍ່ທັນກຳນົດຄັກແນ່ວ່າ ທາງໂຮງງານ ຊັນເປເປີ້ ຈະຈ່າຍເງິນໃຫ້ປະຊາຊົນ ເຈົ້າຂອງດິນເມື່ອໃດ ກັນແທ້. ສາເຫດທີ່ ປະຊາຊົນຕັດສິນໃຈ ຍອມຮັບຄ່າຊົດເຊິຍ ຍ້ອນຢ້ານວ່າຖືກຜົລກະທົບ ຈາກໂຮງງານໃນໄລຍະຍາວ.

ຢ່າງໃດກໍ່ຕາມປັດຈຸບັນ ມີຣາຍງານວ່າໂຮງງານ ຜລິດເຈັ້ຽຊັນເປເປີ້ ທີໄດ້ປ່ອຍນໍ້າເສັຽ ລົງຫ້ວຍອາລ້ອງ ສົ່ງຜົລໃຫ້ນໍ້າຫ້ວຍ ມີຄວາມຮ້ອນ ສູງ ແລະສົ່ງກິ່ນເໝັນແຮງກວ່າເກົ່າ ເຖິງແມ່ນວ່າຈະມີ ເຈົ້າໜ້າທີ່ຂັ້ນເມືອງ ໄປຕິດຕາມແກ້ໄຂບັນຫາ ກໍ່ຕາມ.

ນອກຈາກນີ້ ຍັງມີຂ່າວຕື່ມວ່າປີໜ້າ ທາງໂຮງງານຜລິດເຈັ້ຽຊັນເປເປີ້ ຍັງຕ້ອງການດິນ ຂຍາຍໂຮງງານ ເພີ່ມອີກ 30 ເຮັກຕ້າ ໃນນັ້ນເປັນ ດິນຂອງປະຊາຊົນ 8 ຄອບຄົວ. ກ່ອນໜ້ານີ້ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງເຊໂປນ ຢືນຢັນວ່າ ໂຮງງານຜລິດເຈັ້ຍ ຊັນເປເປີ້ ໄດ້ຕົກລົງຈ່າຍ ຄ່າຊົດເຊີຍ ສັມປະທານທີ່ດິນ ໃຫ້ປະຊາຊົນ ແຕ່ຍັງບໍ່ຮູ້ວ່າ ໃນຣາຄາແມັດກາເຣ ລະເທົ່າໃດ ເພາະວ່າຍັງຈະມີການຫາລືກັນ ເພີ່ມຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.