ໂຮງງານຜລິດເຈັ້ຽ ຊັນ-ເປເປີ້ ຍັງສົ່ງ ມົລພິດ

ສຸພັດຕາ
2018.07.31
F-Sun-Paper ທາງດ້ານໜ້າ ຂອງໂຮງງານຜລິດເຈັ້ຽ ຊັນເປເປີ ເມືອງເຊໂປນ ແຂວງສວັນນະເຂດ
Screen captured : ໂທຣະພາບເຊໂປນ

ມາຮອດປັດຈຸບັນ ປະຊາຊົນຫຼາຍຮ້ອຍຄອບຄົວ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຍັງໄດ້ຮັບຜົນກະທົບ ຈາກໂຮງງານຜລິດເຈັ້ຽ ຊັນ-ເປເປີ ໂຮນດິງລາວ ຈຳກັດ ເລື້ອຍໆຢູ່ ແລະຍັງບໍ່ມີແນວໂນ້ມວ່າ ກິ່ນເໝັນນັ້ນຈະຫຼຸດລົງ ໂດຍສະເພາະ ປະຊາຊົນ ຢູ່ ບ້ານມັນຈິ ໄດ້ຜົນກະທົບຫຼາຍກວ່າໝູ່ ເພາະຢູ່ໃກ້ກັບໂຮງງານດັ່ງກ່າວ ແລະ ຫລ້າສຸດມີຣາຍງານວ່າ ປະຊາຊົນຈຳນວນນຶ່ງ ເປັນຕຸ່ມຄັນຄາຍ ຕາມຕົນໂຕ ຍ້ອນໄປສັມຜັດກັບນໍ້າໃນຫ້ວຍ ທີ່ທາງໂຮງງານປ່ອຍນໍ້າເສັຽລົງ ແລະງົວຄວາຍ ທີ່ກິນນໍ້າຈາກຫ້ວຍນີ້ ກໍມີຄວາມສ່ຽງຫຼາຍ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 31 ກໍຣະກະດາ ນີ້ວ່າ:

“ບໍ່ໄດ້ຫຼຸດລົງໄດ໋ ເລື່ອງກິ່ນເໝັນຫັ້ນ ລະດັບເກົ່າຫັ້ນແຫຼະ ນຶ່ງຜົນກະທົບເວລາຮັບກິ່ນ ກິນເຂົ້າບໍ່ໄດ້ ຜ່ານຫ້ວຍຫັ້ນມີຄັນຄາຍ ຫ້ວຍໂຕນັ້ນ ມັນຜ່ານໄປບ່ອນສະຖານທີ່ ລ້ຽງງົວລ້້ຽງຄວາຍ ບາງເທື່ອງົວຄວາຍຕ້ອງກິນ.”

ທ່ານກ່າວວ່າ ທຸກມື້ນີ້ນໍ້າໃນຫ້ວຍໃກ້ຄຽງໂຮງງານດັ່ງກ່າວ ຍັງມີຣະດັບຄວາມຮ້ອນປະມານ 40 ອົງສາ ແລະຍັງມີກິ່ນເໝັນແຮງຢູ່ ເຮັດໃຫ້ ປາໃນຫ້ວຍຕາຍໝົດແລ້ວ ແລະເຖິງແມ່ນວ່າຝົນຈະຕົກຫຼາຍ ແຕ່ນໍ້າຫ້ວຍກໍຍັງຮ້ອນຢູ່ ເພາະນໍ້າເສັຽຂອງໂຮງງານ ຍັງຖືກປ່ອຍລົງຫ້ວຍ ຢູ່ເລື້ອຍໆ ສ່ວນປະຊາຊົນ ທີ່ຖືກນໍ້າແລ້ວເປັນຕຸ່ມຄັນນັ້ນ ໄດ້ປິ່ນປົວຢູ່ເຮືອນຕາມປົກກະຕິ.

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ທ່ານນີ້ກ່່າວຕື່ມວ່າ ປະຊາຊົນບ້ານມັນຈິ ແລະບ້ານໃກ້ຄຽງອີກ 7 ບ້ານ ໄດ້ຮ້ອງຮຽນໃຫ້ທາງການ ເລັ່ງແກ້ໄຂ ບັນຫານີ້ ຢ່າງຮີບດ່ວນ ເພາະຢ້ານນໍ້າໃນຫ້ວຍ ຈະເພີ້ມຣະດັບຂຶ້ນ ຈົນໄຫຼເຂົ້າບ່ອນຢູ່ອາສັຍ ຂອງປະຊາຊົນ ຊຶ່ງຈະເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບຫຼາຍຂຶ້ນ ແລະໃນແຕ່ລະມື້ ກໍເຫັນເຈົ້າໜ້າທີ່ທາງການ ເຂົ້າໄປກວດໂຮງງານດັ່ງກ່າວຢູ່ ແຕ່ບໍ່ໄດ້ຊີ້ແຈງ ໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ຮັບຮູ້ເຖິງຣາຍຣະອຽດແຕ່ຢ່າງໃດ.

ທ່ານ ສົມບັດ ອິນທະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຊໂປນ ກ່າວຜ່ານສື່ທ້ອງຖິ່ນວ່າ ຫວ່າງອາທິດ ທີ່ຜ່ານມາ ພາກສ່ວນກ່ຽວຂ້ອງ ນັບຕັ້ງແຕ່ຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງ ໄດ້ເຮັດບົດບັນທຶກ ກັບບໍຣິສັດດັ່ງກ່າວ ໃຫ້ປັບປຸງ ແກ້ໄຂສະພາບນໍ້າເສັຽ ແລະກິ່ນເໝັນ ແລະບໍ່ໃຫ້ປ່ອຍນໍ້າເສັຽລົງສູ່ຫ້ວຍອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.