ການກໍ່ສ້າງຊົລປະທານ ຫ້ວຍ ນໍ້າໃກ້

ໄຊຍາ
2018.05.21
F-irrigation ໂຄງການກໍ່ສ້າງ ຊົລປະທານ ຫ້ວຍອາໃກ້ ເລີ່ມເກັບນໍ້າ ເພື່ອຕຽມສນອງ ໃຫ້ແກ່ການຜລິດ
Screen captured : http://kpl.gov.la/detail.aspx?id=33636

ປະຊາຊົນກວ່າ 400 ຫລັງຄາເຮືອນ ຢູ່ເມືອງພີນ ແຂວງສວັນນະເຂດ ໄດ້ຮັບຜົນກະທົບ ຈາກການກໍ່ສ້າງຣະບົບຊົລປະທານ ຫ້ວຍອາໃກ້ ໃນນັ້ນຍັງມີປະຊາຊົນຫຼາຍກວ່າ 300 ຫລັງຄາເຮືອນ ທີ່ຍັງບໍ່ໄດ້ຄ່າຊົດເຊີຍ ແລະພື້ນທີ່ທຳກິນ ໂດຍສະເພາະ ບ້ານທີ່ຢູ່ຫລັງ ຊົລປະທານ ເປັນຕົ້ນບ້ານໂນນຍາງ, ບ້ານນາຄະລັງ, ບ້ານນາກະຫານ ແລະບ້ານພີມ; ດັ່ງປະຊາຊົນ ບ້ານໂນນຍາງ ເມືອງພີນ ແຂວງສວັນນະເຂດ ກ່າວວ່າ:

"ຫລາຍເຕີບຄັນເວົ້າຜົລກະທົບ ພາໄຮ່ພານານີ້ ກໍ່ເບິດແລ້ວໄຮ່ນາ ຜູ້ບາງຄົນກໍ່ນາເສັຍ ກໍ່ໃຫ້ເບິດເລີຍ 3-4 ບ້ານກໍ່ຕົກຢູ່ປະມານ 3-4 ຮ້ອຍ ຫຼັງຄາເຮືອນ ບ້ານມາປອກ ມາຮົວ ເພິ່ນຊົດເຊີຍມີເຮືອນມີຫຍັງ ເພິ່ນກໍ່ຍົກຍ້າຍເຮືອນມີດິນ ໃຫ້ເພິ່ນແລ້ວລະກໍ່ມີ ນາ ເພິ່ນກໍ່ຊົດເຊີຍເນາະ ແຕ່ວ່າຫລັງເຂື່ອນໃຕ້ລົງມາ ພວກຖືກຄອງນໍ້າຄອງຫຍັງ ບໍ່ທັນໄດ້ ມີແຕ່ໜ້າເຂື່ອນລະໄດ້."

ການຈັດສັນບ້ານ ແລະ ບ່ອນທຳມາຫາກິນ ເລິ້ມຈາກບ້ານທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມຫລາຍກ່ອນ ເປັນຕົ້ນແມ່ນບ້ານມະປອກ ແລະ ບ້ານມະຮົວ ຮວມມີຫລາຍກ່ວາ 106 ຄອບຄົວ; ດັ່ງເຈົ້າໜ້າທີ່ ຂແນງຊົລປະທານ ແຂວງສວັນະເຂດ ກ່າວວ່າ:

"ມີ 106 ຫລັງຄາ 2 ບ້ານຖ້ວມກໍ່ມີແຕ່ 10 ປາຍເຮັກຕາ ດຽວນີ້ທາງຣັຖເພິ່ນ ຈະເຮັດໃຫ້ເຂົາມີບ່ອນທຳມາຫາກິນ ຜູ້ລະ 1,5 ຜູ້ລະ 0,5 ເຮັກຕ້າ ຂອງເຂດນໍ້າເຂື່ອນນີ້ແຫຼະ ດຽວນີ້ບຸກເບີກກໍ່ໄດ້ 75 ເຮັກຄ້າແລ້ວໃນ 114 ເຮັກຕ້າ ຖືວ່າໄດ້ຄູ່ເຮືອນ ຜູ້ໜ້ອຍຜູ້ຫຼາຍ ຜູ້ທຸກຍາກບໍ໋ ແຮງງານເພິ່ນກໍ່ເຮັດໃຫ້ແຕ່ 0,5 ຈະບໍ່ເທົ່າກັນ ບ້ານເພິ່ນກໍ່ປັບຈັດສັນໃຫ້ ເຮັດທາງໃຫ້ ຍ້າຍເຮືອນໃຫ້ ແຕ່ງເຮືອນໃຫ້ແລ້ວ ກໍ່ດຶງໄຟຟ້າ ເຂົ້າ."

ທ່ານກ່າວຕື່ມວ່າ ຂນະນີ້ ຍັງປະເມີນຄ່າຊົດເຊີຍທັງໝົດ ບໍ່ທັນໄດ້ເທື່ອ ເນື່ອງຈາກຍັງເຫຼືອອີກ 4 ບ້ານ ທີ່ຍັງບໍ່ທັນໄດ້ຍົກຍ້າຍ. ໂຄງການ ດັ່ງກ່າວ ກວມເອົາບ້ານອາໃກ້, ບ້ານໂນນຍາງ, ບ້ານນາກະຫານ, ບ້ານນາຄະລັງ, ບ້ານກະຄວງ ແລະບ້ານພີມ.

ສ່ວນການກໍ່ສ້າງອ່າງເກັບນໍ້າ ຫ້ວຍອາໃກ້ ເລີ້ມກໍ່ສ້າງມາຕັ້ງແຕ່ປີ 2013 ປັດຈຸບັນ ດຳເນີນການກໍ່ສ້າງໄປແລ້ວ 56% ຄາດວ່າຈະສ້າງໃຫ້ ແລ້ວທ້າຍປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.