ມ.ຊົນບູຣີນ້ຳຖ້ວມນາເຂົ້າ ເສັຽຫາຍ
2017.10.19

ນາເຂົ້າຂອງປະຊາຊົນ 31 ບ້ານ ປະມານ 2 ພັນປາຍ ຄອບຄົວ ທີ່ເມືອງຊົນບູຣີ ໄດ້ຮັບຄວາມເສັຽຫາຍ 3 ພັນປາຍເຮັກຕາ ໃນຈຳນວນ ເນື້ອທີ່ ປູກເຂົ້າທັງຫມົດ 15 ພັນປາຍເຮັກຕາຍ້ອນນ້ຳຖ້ວມ ສອງຄັ້ງໃນປີນີ້ ແລະອີກ 200 ເຮັກຕາ ຖືກສັດຕູພືດ ທຳລາຍເສັຽຫາຍ ຕື່ມ. ດັ່ງເຈົ້າຫນ້າທີ່ ກະສິກັມ ແລະປ່າໄມ້ ທີ່ເມືອງຊົນບູລີ ທ່ານນຶ່ງ ກ່າວໃນມື້ວັນທີ 19 ຕຸລາ ນີ້ວ່າ:
"ເນື້ອທີ່ເສັຽຫາຍຍ້ອນນ້ຳຖ້ວມນີ້ 1999 ເຮັກຕາພຸ້ນໃດ ສັດຕະພືດທຳລາຍວ່າງນີ້ ຊ່ວງນີ້ມີແຕ່ 204 ເຮັກຕາ ຊ່ວງເຂົ້າຕັ້ງທ້ອງ ສ່ວນມາກ ແມ່ນ ພຍາດບົວຢາກ ທະລາຍກວ່າຫມູ່ ແລ້ວກໍພຍາດ ແມງທະຫວີ່ ຫັ້ນນ່າ ສະພາບເກັບກ່ຽວ ໃນເມືອງຊົນບູລີ ປັດຈຸບັນ 4441 ເຮັກຕາ ເທົ່າກັບ 35.27%".
ທ່ານກ່າວຕື່ມວ່າ ຣະດູຝົນໄນປີນີ້ ບໍ່ພຽງແຕ່ສ້າງຄວາມເສັຽຫາຍ ໃຫ້ແກ່ກະສິກັມ ເທົ່ານັ້ນ ຍັງສ້າງຄວາມເສັຽຫາຍ ໃຫ້ແກ່ຖນົນຫົນທາງ ໃນຫຼາຍບ້ານນຳອີກເປັນຕົ້ນ ບ້ານໂນນສະຫວ່າງ ບ້ານ ກອງປະທຸມວັນ ບ້ານໂຄກຫົວຊ້າງ ແລະບ້ານໜອງບົວຫຼວງ ໄດ້ຮັບຄວາມເສັຽ ຫາຍຫຼາຍຍ້ອນນ້ຳຖ້ວມຂັງ ເປັນເວລາດົນນານ ຮ່ວມທັງສັດລ້ຽງ ຂອງປະຊາຊົນ ປະເພດງົວຄວາຍ ແລະ ເປັດໄກ່ ກໍໄດ້ຮັບຄວາມ ເສັຽຫາຍເຊັ່ນກັນ.
ປັດຈຸບັນ ກໍເປັນຣະດູການເກັບກ່ຽວ ນາບ່ອນທີ່ນ້ຳບໍ່ຖ້ວມ ປະຊາຊົນ ກໍພາກັນເກັບກ່ຽວ ໄປແລ້ວ 4 ພັນປາຍເຮັກຕາ ຫລືປະມານ 35% ຂອງເນື້ອທີ່ທັງຫມົດ ຊາວນາຫລາຍຄົນ ກໍເອົາໃຈໃສ່ ໃນການ ເກັບກ່ຽວ ເຂົ້າໃຫ້ຫມົດ ຍ້ອນຢ້ານຄວາມ ເສັຽຫາຍ ທີ່ຈະເກີດຂຶ້ນ ຈາກ ບັນຫາອື່ນໆອີກ. ເຂົ້າທີ່ປູກຢູ່ ເມືອງຊົນບູລີ ສ່ວນໃຫຍ່ ເປັນເຂົ້າຫນຽວ ປະມານ 90% ສ່ວນເຫລືອ 10% ເປັນ ເຂົ້າຈ້າວ.