ມ.ຈໍາພອນ ນໍ້າຖ້ວມໄຮ່ນາ ຫຼາຍພັນ ເຮັກຕາ

ລະດັບນໍ້າເຊຈໍາພອນ ຂຶ້ນສູງໃນຂີດ ອັນຕະລາຍ ທີ່ຈະເຂົ້າຖ້ວມ ບ້ານເຮືອນ
ລະດັບນໍ້າເຊຈໍາພອນ ຂຶ້ນສູງໃນຂີດ ອັນຕະລາຍ ທີ່ຈະເຂົ້າຖ້ວມ ບ້ານເຮືອນ (Screen captured : ບອກຂ່າວ ວັນນີ້ https://www.facebook.com/bokkhaovanni/photos/pcb.1886401551424149/1886401448090826/?type=3&theater)

0:00 / 0:00

ປະຊາຊົນທີ່ອາສັຍຢູ່ໃກ້ ບໍຣິເວນ ນໍ້າເຊຈໍາພອນ ເມືອງຈໍາພອນ ແຂວງສວັນນະເຂດ ກໍາລັງປະສົບພັຍນໍ້າຖ້ວມ ຫລາຍກວ່າ 4 ພັນເຮັກຕາ, ເບື້ອງຕົ້ນເຈົ້າໜ້າທີ່ຜແນກກະສິກັມແລະປ່າໄມ້ ກໍາລັງລົງເກັບກໍາຂໍ້ມູນ ແລະໃຫ້ການຊ່ອຍເຫຼືອ ດັ່ງທ່ານກ່າວວ່າ:

“ປະມານ 3ຫາ4 ພັນເຮັກຕ່າ ແຕ່ເສັຍຫາຍຍັງບໍ່ທັນໄດ້ ວ່າມັນກໍຢູ່ນໍາຣະຍະການຖ້ວມ ສິຖ້ວມຈັກມື້ ແຕ່ວ່າຖ້ວມນີ້ ຖ້ວມແນ່ນອນຢູ່ແລ້ວ ແຕ່ວ່າເສັຍຫາຍບໍ່ທັນວ່າປີກາຍ ນໍ້າເຊ 8 ແມັດ 20 ເນາະ ແຕ່ວ່າປີນີ້ ນໍ້າເຊ 7.9 ນີ້ຢາກໃກ້ຄຽງກັນ ກໍສິຣາຍງານ ໃຫ້ບໍ່ໄດ້ເພາະວ່າເບິ່ງ ມື້ແລງກ່ອນ ຂ້ອຍຍັງສິໄປຮ່ວມ ກັບຄນະກັມມະການຂັ້ນເມືອງເພິ່ນ.”

ທ່ານກ່າວຕຶ່ມວ່າ ນໍ້າຖ້ວມພື້ນທີ່ ດັ່ງກ່າວມາແລ້ວ ສາມມື້ ແຕ່ຈະບໍ່ແມ່ນນໍ້າຖ້ວມ ຣະຍະຍາວສ່ວນຫຼາຍເປັນ ນໍ້າຖ້ວມບໍຣິເວັນເນື້ອທີ່ໄຮ່ນາ ສ່ວນບ້ານເຮືອນຂອງປະຊາຊຊົນ ນັ້ນອາດຈະຖືກນໍ້າຖ້ວມປະມານ 4-5 ບ້ານແຕ່ຢູ່ໃນຣະດັບຕໍ່າ ຄາດວ່າ ຈະຍັງບໍ່ມີ ບັນຫາຫຍຸ່ງຍາກ ພໍປານໃດ ແລະຄົງບໍ່ມີຜູ້ໃດ ໄດ້ຮັບຜົນກະທົບຫລາຍ.

ທ່ານວ່າ ສໍາລັບ ແຜນການຮັບມື ໃນຂັ້ນຕໍ່ໄປນັ້ນ ທາງເຈົ້າໜ້າທີ່ ຈະລົງສໍາຣວດຄວາມເສັຍຫາຍ ແລະປະຊາຊົນ ທີ່ຖືກນໍ້າຖ້ວມ ນັ້ນມີຈັກ ຄອບຄົວ ຮ່ວມທັງ ເນື້ອທີ່ເສັຍຫາຍ ຂອງປະຊາຊົນ ວ່າມີຫລາຍເທົ່າໃດ ຕໍ່ຈາກນັ້ນກໍຈະມີ ການປະຊຸມປືກສາ ຫາຣືກັນວ່າ ທາງກອງທຶນ ພັທນາເມືອງ ກອງທຶນພັຍພິບັດ ຈະໃຫ້ການຊ່ວຍເຫລືອແບບໃດ ພ້ອມກັນນັ້ນ ກໍຈະນໍາສເນີແຂວງ ໃຫ້ຊ່ວຍເຫລືອດ້ານ ເຄື່ອງມືອຸປກອນ ດໍາຣົງຊີວິດ ຫາກນໍ້າຖ້ວມ ຮ້າຍແຮງກ່ວານີ້ ແຕ່ກໍຕ້ອງລໍຖ້າ ຕິດຕາມ ສະພາບອາກາດ ຕຶ່ມອີກປະມານ 2-3 ມື້ຈຶ່ງຈະສາມາດ ສລຸບຜົນ ເສັຍຫາຍໄດ້.

ຢ່າງໃດກໍຕາມ ໃນປີ 2017 ຜ່ານມານໍ້າເຊຈໍາພອນໄດ້ຖືກພັຍນໍ້າຖ້ວມສູງ 8.20 ແມັດ ສົ່ງຜົນກະທົບຕໍ່ປະຊາຊົນ ເມືອງຈໍາພອນ ທັງໝົດ 62 ບ້ານໃນເນື້ອທີ່ 5 ພັນກວ່າເຮັກຕາ.