ມ.ສິງ ໂຮງງານຢາງຂອງຈີນ ຍັງສົ່ງ ກິ່ນ

ໄມຊູລີ
2017.10.25
F-Rubber-factory ພາຍໃນ ໂຮງງານໜີບຢາງພາລາ ຂອງຈີນ ທີ່ສົ່ງກິ່ນເໝັນ ແລະ ປ່ອຍນໍ້າເສັຽລົງໃສ່ ຫ້ວຍນໍ້າຢວນ ຢູ່ບ້ານມອມ ເມືອງສິງ ແຂວງຫຼວງນໍ້າທາ
RFA/VD

ໂຮງງານອັດແຜ່ນຢາງພາລາຂອງຈີນ ຫຼາຍໂຮງງານ ຢູ່ເມືອງສິງແຂວງຫຼວງນໍ້າທາ ສົ່ງກີ່ນເໝັນ ແລະປ່ອຍນໍ້າເສັຍລົງໃສ່ນໍ້າຫ້ວຍ ໂດຍບໍ່ມີ ການບຳບັດ ເຮັດໃຫ້ປະຊາຊົນ ທີ່ຢູ່ເຂດໃກ້ຄຽງ ໄດ້ຮັບຄວາມເດືອດຮ້ອນ ຍ້ອນນໍ້າຫ້ວຍໃຊ້ການບໍ່ໄດ້. ດັ່ງປະຊາຊົນ ບ້ານມອມ ເມືອງສິງ ທ່ານນຶ່ງກ່າວວ່າ:

“ມັນເໝັນອີ່ຫລີໃດ໋ ເຮົາຢູ່ໃກ້ເວລາກິນເຂົ້າ ເວລານອນບາງເທື່ອນອນບໍ່ຫລັບ ນໍ້າທີ່ເຂົາເຈົ້າປ່ອຍ ລົງກະປ່ອຍລົງໄປໃສ່ຫ້ວຍ ດຽວນີ້ນໍ້າກະໃຊ້ ບໍ່ໄດ້ແລ້ວ ທາງຂັ້ນເທິງ ເພິ່ນກະລົງມາກວດ ແຕ່ກະບໍເຫັນເພິ່ນປັບປຸງຫຍັງ ເປັນໄປໄດ້ກະຢາກໃຫ້ ຍ້າຍໄປໄກໆບ້ານຫັ້ນແຫລະ ມັນຈິ່ງຊິ ບໍ່ເໝັນປານໃດ”.

ເມືອງສິງ ເປັນເມືອງນຶ່ງ ຂອງແຂວງຫຼວງນ້ຳທາ ທີ່ມີການປູກຢາງພາລາຫຼາຍ ທັງຂອງບໍຣິສັດຈີນ ແລະ ຂອງປະຊາຊົນ ແລະນັກລົງທຶນຈີນ ມາຕັ້ງໂຮງງານແປຮູບ ເກັບຊື້ນໍ້າຢາງພາລາ ສົ່ງໄປຂາບຢູ່ຈີນ.ໂຮງງານປຸງແຕ່ງ ຢາງພາລາ ເປັນແຜ່ນມີຢູ່ 5 ແຫ່ງຄືຢູ່ ບ້ານມອມ, ບ້ານ ພະບາດນ້ອຍ, ບ້ານພະບາດໃຫ່ຍ, ບ້ານຕາປ້າວ ແລະບ້ານນາຄຳ.

ກ່ຽວກັບບັນຫາ ເຣື້ອງຜົລກະທົບ ຈາກໂຮງງານ ຢາງພະລາຂອງຈີນ ທີ່ສົ່ງກີ່ນເໝັນ ແລະປ່ອຍນໍ້າເສັຍລົງນໍ້າຫ້ວຍ ໂດຍບໍ່ມີການບຳບັດນັ້ນ ວິທຍຸເອເຊັຽເສລີ ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງສິງ ຊຶ່ງ ເຈົ້າໜ້າທີ່ທ່ານນຶ່ງ ທີ່ບໍ່ ປະສົງອອກຊື່ ແລະສຽງ ເວົ້າວ່າ:

“ເລື່ອງການລົງກວດກາແຕ່ລະໂຮງງານ ແຕ່ລະເທື່ອ ແມ່ນມີຫລາຍພາກສ່ວນ ໄດ້ເນັ້ນໃສ່ ເລື່ອງສິ່ງແວດລ້ອມ ເປັນອັນດັບຕົ້ນ ສຳຄັນ ກະແມ່ນ ອ່າງບໍາບັດນໍ້າເສັຽ ໃຫ້ມັນໄດ້ມາດຕະຖານ ແຕ່ວ່າເວົ້າກະເວົ້າຢູ່ ຫັ໊ນແຫລະ ບາດເວລາປະຕິບັດພັດ ບໍ່ໄດ້ຕາມບົດບັນທືກ ທີ່ ມີໄວ້. ຂັ້ນເທິງເພິ່ນບໍ່ວ່າຫຍັງ ເຮົາຜູ້ເປັນ ນັກວິຊາການ ກະບໍ່ຊ່າງຊິວ່າ”.

ນອກຈາກນີ້ ທາງວິທຍຸເອເຊັຽເສລີ ກໍໄດ້ຕິດຕໍ່ ໄປຍັງໂຮງງານຢາງພາລາ ບ້ານພະບາດນ້ອຍ ເພື່ອຢາກຮູ້ຣາຍລະອຽດ ກ່ຽວກັບຂໍ້ມູນຕ່າງໆ ແຕ່ບໍ່ມີຜູ້ຮັບສາຍ.

ແຂວງຫຼວງນໍ້າທາ ເລີ່ມມີການລົງທຶນປູກຢາງພາລາມາແຕ່ປີ 1999 ແລະເລີ່ມຕັ້ງໂຮງງານມາໄດ້ 6 ປີບາງໂຮງງານ ທີ່ຫາກໍ່ເລີ່ມຕັ້ງ ນັບແຕ່ ມື້ເຣີີ້ມເກັບນໍ້າຢາງພະລາ ກໍ່ເລີ່ມສົ່ງກິ່ນເໝັນ ເຮັດໃຫ້ປະຊາຊົນ ຜູ້ຢູ່ໃກ້ ມີອາການປວດຫົວ ປວດຮາກ ແລະ ສໍາຄັນໄປປກວ່ານັ້ນ ກໍຄືຫ້ວຍ ນໍ້າຢວນ ເປັນຫ້ວຍນໍ້າ ທີ່ປະຊາຊົນຫລາຍບ້ານ ໃຊ້ອາບ ໃຊ້ຊັກເຄື່ອງ ແລະ ໃຊ້ທຸກຢ່າງ ໃນຊີວິດປະຈຳວັນ ຖ້າຍັງບໍ່ມີການແກ້ໄຂ ຈະສົ່ງ ຜົນກະທົບຕໍ່ສຸພາບຂອງປະຊາຊົນ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.