ຊາວບ້ານຢູ່ລຸ່ມເຂື່ອນ ນໍ້າເທີນ 2 ວິຕົກ
2018.09.06

ປະຊາຊົນທີ່ຢູ່ໃຕ້ເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄໍາມ່ວນ ກັງວົນຢ້ານນໍ້າຖ້ວມບ້ານເຮືອນ ຂອງພວກເຂົາເຈົ້າຕື່ມອີກ ພາຍຫລັງທີ່ ເຮືອນ ແລະທີ່ດິນທໍາກິນ ຂອງພວກເຂົາເຈົ້າ ຖືກເຂື່ອນນໍ້າເທີນ 2 ປ່ອຍນໍ້າຢ່າງຫລວງຫລາຍ ລົງມາຖ້ວມໜັກແລ້ວ ເທື່ອນຶ່ງ. ດັ່ງຊາວບ້ານ ບ້ານນາກາຍໃຕ້ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ກັນຍາ ນີ້ວ່າ:
"ທຸກຄົນກໍຢ້ານແຫລະ ເພາະວ່າເຄີຍຖ້ວມ ທີ່ເຄີຍຖ້ວມເຂົາກໍຢ້ານແຫລະ ເພາະວ່າຢ່າງເຊັ່ນແບບບ້ານຂອງແມ່ຂອງພໍ່ນະ ລາວກໍຣະແວງຢູ່ ຕລອດແຫລະ ເພາະວ່າ ມື້ຕອນທີ່ມັນຖ້ວມ ເຂົາກໍໄປໃສບໍ່ໄດ້ເລີຍ ຕອນນັ້ນຝົນຕົກແຮງໆ ເຂົາປ່ອຍນໍ້າມາແລ້ວ ມັນກໍເຮັດໃຫ້ນໍ້າຂຶ້ນ ແລ້ວມັນກໍຖ້ວມແບບບ້ານ ຂອງທຸກຄົນຫັ້ນໜ່າ ຖ້ວມແບບໄຮ່ນາ ເຂື່ອນ 2 ຝົນຕົກແຮງງໆ ເຂົາປ່ອຍນໍ້າມາແລ້ວມັນກໍຖ້ວມ."
ນາງເວົ້າຕື່ມວ່າ ປັດຈຸບັນ ປະຊາຊົນ ທີ່ອາສັຍຢູ່ໃຕ້ເຂື່ອນ ຕ່າງກໍ່ກັງວົນ ຢ້ານນໍ້າຈະຖ້ວມເປັນເທື່ອທີ່ສອງ ກ່ອນໜ້ານັ້ນເດືອນສິງຫາ ນໍ້າຖ້ວມມາແລ້ວເທື່ອນຶ່ງ. ຫ້ອງການປົກຄອງບ້ານ ຕ້ອງໄດ້ເຝົ້າຣະວັງຢູ່ທຸກມື້, ຫາກມື້ໃດເກີດຝົນຕົກແຮງ ກໍຕ້ອງພາກັນ ຍ້າຍເຄື່ອງຂອງ ຂຶ້ນໄປໄວ້ທີ່ສູງ ດັ່ງທີ່ນາງກ່າວວ່າ:
"ຣະແວງຢູ່ຕລອດ ທຸກຄົນກໍສິຢ້ານ ເພາະວ່າຕ້ອງຣະວັງ ຢ່າງເຊັ້ນຝົນຕົກກໍຕ້ອງແບບໄປຢູ່ທີ່ອື່ນ ແບບບ່ອນສູງໆ ແບບພູເຂົາອີ່ຫຍັງແບບນີ້ ຫັ້ນນະ ທີ່ມັນໄກຈາກນໍ້າ ຖ້າແບບຝົນຕົກໜັກໆກໍແບບເຂົາປ່ອຍ ຕິດເຂົາຢູ່ສູງມັນແບບຖົງບໍ່ຖ້ວມ ມັນບໍ່ໄດ້ຖ້ວມ ຫັ້ນນະ."
ເຂື່ອນໄຟຟ້ານໍ້າເທີນ 2 ຊຶ່ງເປັນເຂື່ອນຂນາດໃຫຍ່ ໄດ້ປ່ອຍນໍ້າລົງມາ ພ້ອມທັງຝົນຕົກຢ່າງຕໍ່ເນື່ອງ ເມື່ອເດືອນສິງຫາ ທີ່ຜ່ານມາ ເຮັດໃຫ້ຕາຝັ່ງບາງບ່ອນໃນເຂດ 6 ບ້ານ ເປັນຕົ້ນບ້ານດອນຈະເລີນ, ບ້ານສົບຄໍາ, ບ້ານໜອງຮວມ ແລະ ບ້ານໂພນສະອອນ ເຈື່ອນ, ນໍ້າຍັງຖ້ວມບ້ານເຮືອນ ແລະ ພື້ນທີ່ກະສິກັມຫລາຍບ້ານ ຢູ່ເຂດນາກາຍເໜືອ ແລະ ນາກາຍໃຕ້ ຊຶ່ງຕັ້ງຢູ່ໃຕ້ເຂື່ອນນໍ້າເທີນ 2.