ຊາວບ້ານຫ້ວຍເລົ່າກໍາລັງ ລໍາບາກ
2018.12.21
ປະຊາຊົນບ້ານຫ້ວຍເລົ່າ ເມືອງນາແກ ແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນນໍ້າທາ 1 ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານ ຈັດສັນ ມາໄດ້ປີປາຍແລ້ວນັ້ນ ມີຄວາມຫຍຸ້ງຍາກໜັກຂຶ້ນ ຍ້ອນຍັງບໍ່ມີການພັທນາ ເປັນຕົ້ນເຣື່ອງນໍ້າປະປາ, ຫົນທາງ ຈາກບ້ານຈັດສັນ ໄປຫາບ່ອນ ປູກຝັງ ແລະສຸຂສາລາ ກໍຍັງບໍ່ມີ, ດັ່ງປະຊາຊົນທ່ານນຶ່ງ ທີ່ຖືກໃຫ້ໂຍກຍ້າຍ ມາຢູ່ບ້ານຈັດສັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ທັນວາ ນີ້ວ່າ:
"ທຸກກວ່າເກົ່າ ທຸກສິບເທົ່າ ນໍ້າໃຊ້ຢູ່ໃນສນາມນີ້ກໍບໍ່ມີ ໄປຕັກນໍ້າຢູ່ນໍ້າຫ້ວຍ ໄປປະມານສິບຊາວນາທີນັ້ນແຫລະຈຶ່ງຮອດຍອດຫ້ວຍມາກິນ ນໍ້າປະປາທີ່ເຂົາເຮັດກໍບໍ່ມີ ບໍ່ອອກ."
ທ່ານເວົ້າວ່າ ໃນຣະຍະທໍາອິດ ທີ່ຖືກໃຫ້ຍ້າຍ ມາຢູ່ບ້ານຈັດສັນ ນໍ້າປະປາກໍຍັງໃຊ້ໄດ້ຢູ່ ແຕ່ຫລັງຈາກນັ້ນບໍ່ດົນ ກໍບໍ່ມີໃຊ້ ຍ້ອນວ່າທໍ່ນໍ້າແຕກ ແລະບໍ່ມີການສ້ອມແປງ, ດັ່ງນັ້ນຊາວບ້ານຈຶ່ງຕ້ອງໄດ້ ໄປຕັກນໍ້າຫ້ວຍມາໃຊ້ ແຕ່ພໍຮອດຍາມແລ້ງມາ ນໍ້າໃນຫ້ວຍນັ້ນກໍບົກລົງ ເຮັດໃຫ້ບໍ່ມີ ນໍ້າພຽງພໍ ປະຊາຊົນຫຍຸ້ງຍາກ. ນັບຕັ້ງແຕ່ ໄດ້ຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ປະຊາຊົນໄດ້ຮັບຄວາມລໍາບາກຫຼາຍ, ທາງເຂົ້າ ຂອງ ໂຄງການເຂື່ອນ ກໍບໍ່ມາດູແລບໍ່ຊ່ອຍເຫຼືອ ຕາມທີ່ໄດ້ໃຫ້ສັນຍາເອົາໄວ້. ເຣື່ອງທີ່ດິນປູກຝັງກໍມີໜ້ອຍ, ການເດີນທາງໄປມາ ກໍລໍາບາກຫຼາຍ ເປັນຕົ້ນ ໃນລະດູຝົນ ທີ່ຫົນທາງຖືກຕັດຂາດ ດັ່ງທີ່ທ່ານກ່າວວ່າ:
"ດຽວນີ້ຍັງບໍ່ສົມບູນເທື່ອ ເສັ້ນທາງທໍາການຜລິດນີ້ຍັງບໍ່ມີ ມີແຕ່ທາງບົກແລະຍັງບໍ່ມີທໍ່ເຂົ້າໃສ່ ເວລາຝົນຕົກນໍ້າໄຫຼມາກໍຂາດໝົດເສັ້ນທາງ."
ທ່ານກ່າວຕື່ມວ່າ ຢາກໃຫ້ທາງໂຄງການ ເຂື່ອນໄຟຟ້ານໍ້າທາ 1 ທີ່ເຮັດໃຫ້ເກີດ ຜົລກະທົບນັ້ນ ມາຊ່ອຍແປງຫົນທາງ ໃຫ້ປະຊາຊົນໄປມາ ໄດ້ສະດວກ ແລະສ້ອມແປງ ທໍ່ນໍ້າປະປາ ເພື່ອໃຫ້ມີນໍ້າໃຊ້ພຽງພໍ.
ເຂື່ອນໄຟຟ້ານໍ້າທາ 1 ທີ່ຕັ້ງຢູ່ຣະຫວ່າງ ແຂວງບໍ່ແກ້ວ ແລະແຂວງຫລວງນໍ້າທາ ເຮັດໃຫ້ປະຊາຊົນ 10 ບ້ານ ຢູ່ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ແລະປະຊາຊົນ 27 ບ້ານ ຢູ່ເມືອງນາແລ ແຂວງຫລວງນໍ້າທາ ໄດ້ຮັບຜົລກະທົບ ແລະ ໄດ້ຖືກໃຫ້ໂຍກຍ້າຍ ອອກຈາກ ບ້ານເດີມ ໄປຢູ່ບ້ານຈັດສັນ.
ມາເຖິງປັດຈຸບັນ ການໂຍກຍ້າຍປະຊາຊົນ 37 ບ້ານທີ່ວ່ານັ້ນກໍຍັງບໍ່ທັນແລ້ວໝົດ ຍ້ອນມີຄວາມຫຍຸ້ງຍາກ ໃນການໂຍກຍ້າຍ ໃນຂນະທີ່ ເຂື່ອນໄຟຟ້ານັ້ນ ໄດ້ເລີ້ມທົດລອງຜລິດກະແສໄຟຟ້າ ມາຕັ້ງແຕ່ຕົ້ນປີ 2018.