ເຫດຜົນໃດ ທີ່ ສປປ ລາວ ຖືກຍົກໃຫ້ເປັນປະເທດ ທີ່ຍັງໜ້າທ່ອງທ່ຽວ

ສໍານັກຂ່າວ ຊີເອັ໋ນເອັ໋ນ (CNN) ຈັດອັນດັບ ໃຫ້ປະເທດລາວ ເປັນນຶ່ງໃນ 23 ປະເທດ ທີ່ໜ້າທ່ອງທ່ຽວ ໃນປີ 2023 ນີ້ ຂະນະທີ່ຊາວລາວ ກໍເຫັນວ່າ ເປັນເຣື່ອງທີ່ໜ້າຍິນດີ ແຕ່ຄວນມີການປັບປຸງ ການບໍຣິການ ໃຫ້ໄດ້ມາຕຖານ ແລະບໍ່ເອົາປຽບນັກທ່ອງທ່ຽວ.

ນະຄອນຫຼວງພຣະບາງ, ເດືອນພຶສພາ ປີ 2022. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ໃນໄລຍະບໍ່ດົນມານີ້ ສໍານັກຂ່າວ ຊີເອັ໋ນເອັ໋ນ (CNN) ຂອງສະຫະຣັຖ ອາເມຣິກາ ໄດ້ຈັດອັນດັບ ແນະນໍາຈຸດໝາຍປາຍທາງ ການທ່ອງທ່ຽວ ໃຫ້ປະເທດລາວ ເປັນນຶ່ງໃນ 23 ປະເທດ ທີ່ໜ້າທ່ອງທ່ຽວ ປະຈຳປີ 2023 ນີ້ ຍ້ອນມີທີ່ຕັ້ງ ໃກ້ກັບບັນດາປະເທດ ທີ່ຂຶ້ນຊື່ດ້ານການທ່ອງທ່ຽວ ເຊັ່ນ ໄທຍ, ວຽດນາມ, ກັມພູຊາ, ພະມ້າ ແລະ ຈີນ ປະກອບກັບ ການເປີດ ເສັ້ນທາງຣົຖໄຟລາວ-ຈີນ ເຮັດໃຫ້ນັກທ່ອງທ່ຽວ ສາມາດເດີນທາງໄປຍັງແຫລ່ງທ່ອງທ່ຽວຕ່າງໆ ໄດ້ສະດວກຂຶ້ນ. 

ກ່ຽວກັບເຣື່ອງນີ້, ຊາວລາວເຫັນວ່າ ເປັນເຣື່ອງທີ່ໜ້າຍິນດີ ທີ່ສໍານັກຂ່າວດັ່ງກ່າວ ຈັດໃຫ້ປະເທດລາວເປັນນຶ່ງໃນ 23 ປະເທດ ທີ່ໜ້າທ່ອງທ່ຽວ ໃນປີ 2023, ຂະນະດຽວກັນ ກໍຄວນມີການປັບປຸງບາງຈຸດ ໃຫ້ໄດ້ມາຕຖານ ເພື່ອໃຫ້ການທ່ອງທ່ຽວລາວ ມີພາບພົດທີ່ດີຂຶ້ນກ່ວານີ້.

ດັ່ງ ຊາວລາວ ທີ່ມີປະສົບປະການ ເດີນທາງທ່ອງທ່ຽວ ໃນຫລາຍແຂວງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ມົກກຣາ 2023 ນີ້ວ່າ:

ໂດຍ ກໍຮູ້ສືກດີໃຈເນາະ ກໍຮູ້ສືກດີໃຈ ແລ້ວກໍຢາກໃຫ້ມີການປັບປຸງກໍແມ່ນ ຄ່າຄອງຊີພ ຄ່າອາຫານຫັ້ນແຫລະ ບາງບ່ອນກໍຍັງມີຄ່າອາຫານກໍແພງ ແລ້ວກໍເຮັດໃຫ້ນັກທ່ອງທ່ຽວ ບາງບ່ອນ ຂະຈົ້າບໍ່ພໍໃຈ ເຣື່ອງຄ່າອາຫານເນາະ. 

ຕໍ່ບາງບັນຫາທີ່ເກີດຂຶ້ນ ກັບການທ່ອງທ່ຽວໃນປະເທດລາວ  ບໍ່ວ່າຈະເປັນບັນຫາການຂຶ້ນລາຄາ ທີ່ພັກ ແລະ ຄ່າອາຫານ ທີ່ບໍ່ເຫມາະສົມນັ້ນ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພະຍາຍາມແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນພາຍໃນສະຖານທີ່ ທ່ອງທ່ຽວ ໃນໄລຍະທີ່ຜ່ານມາ ຈົນເຖິງປັດຈຸບັນ ດ້ວຍຫລາຍວິທີ ເປັນຕົ້ນວ່າ ການສຶກສາອົບຮົມ ຜູ້ປະກອບການ ຫລື ປັບໃໝໄປແລ້ວບາງສ່ວນ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການທ່ອງທ່ຽວ ຢູ່ນະຄອນຫລວງພຣະບາງ ຜູ້ບໍ່ປະສົງອອກຊື່ ແລະຕໍາແຫນ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂຕຢ່າງທີໄລຍະຜ່ານມາ ເພິ່ນກໍໄດ້ມີການປັບໃໝ ມີການໃສ່ໂທດ ສ່ວນຫລາຍຈະເປັນອາຫານ ການກິນນີ້ແຫລະ ສໍາລັບທີ່ພັກນີ້ກໍບໍ່ປານໃດ ການສຶກສາອົບຮົມ ຫລືວ່າ ກ່າວເຕືອນ ແມ່ນແຫລະ ບໍ່ໃຫ້ເພິ່ນເຮັດຊ້ໍາ ກໍມີບາງຢ່າງ ກໍມີນັກທ່ອງທ່ຽວແຈ້ງມາ ຖ້າມີແຈ້ງມາ ທາງເຈົ້າໜ້າທີ່ ພວກເຮົາລົງໄປເອົາເກັບກໍາເອົາຂໍ້ມູນວ່າ ມີມູນຄວາມຈິງບໍ່ ຫລືວ່າແນວໃດຫັ້ນ ຖ້າວ່າມີຄວາມຜິດຮ້າຍແຮງ ກໍຈະມອບ ໃຫ້ເຈົ້າໜ້າທີ່ເອີ້ນໄປວ່າ ຈະ ມີການປັບໃໝ.”

ນັບແຕ່ທາງການລາວ ປະກາດເປີດປະເທດ ຢ່າງເປັນທາງການ ໃນໄລຍະເດືອນພຶສພາ 2022 ທີ່ຜ່ານມາ ຈົນຮອດປັຈຸບັນ ມີນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເດີນທາງທ່ອງທ່ຽວ ຢູ່ຕາມສຖານທີ່ທ່ອງທ່ຽວແຫ່ງຕ່າງໆ ຂອງປະເທດລາວ ເປັນຈຳນວນຫລາຍ ແຕ່ເຖິງຢ່າງໃດກໍຕາມ ເຮືອນພັກ ແລະ ຮ້ານອາຫານ ຫລາຍແຫ່ງ ພັດຍັງບໍ່ສາມາດເປີດບໍຣິການ ໃຫ້ນັກທ່ອງທ່ຽວ ໄດ້ພໍເທົ່າໃດ ພາຍຫລັງປິດກິຈການໄປເປັນເວລາດົນ ໃນໄລຍະທີ່ມີການແຜ່ຣະບາດ ຂອງໂຄວິດ-19.

ດັ່ງ ໄກດ໌ນໍາທ່ຽວ ທີ່ມີປະສົບການ ນໍາທ່ຽວມາເປັນໄລຍະເວລາ 15 ປີ ປາຍ ຢູ່ນະຄອນຫລວງພຣະບາງ ທ່ານນຶ່ງກ່າວວ່າ:

ປາຍປີທີ່ແລ້ວກັບຕົ້ນປີນີ້ ບໍ່ຈັກມື້ມານີ້ ຄືວ່ານັກທ່ອງທ່ຽວມັນຫລາຍ ກັງວົນກໍຄື ທາງພວກເຮົານີ້ກໍຄື ຈະຮອງຮັບນັກທ່ອງທ່ຽວບໍ່ໄຫວ ປະມານວ່ານັກທ່ອງທ່ຽວມັນເພີ່ມຂຶ້ນ, ໂຮງແຮມ, ຮ້ານອາຫານແມ່ນຫຍັງ ການບໍຣິການເຮົານີ້ ຍັງບໍ່ທັນພຽບພ້ອມ ທີ່ຈະຮອງຮັບນັກທ່ອງທ່ຽວ ຂນາດຫລາຍຫັ້ນນ່າ. ໂຮງແຮມ, ຮ້ານອາຫານແມ່ນຫຍັງ ມັນເລີຍວ່າ ການບໍຣິການຍັງບໍ່ທັນທີ່ແບບວ່າ ຕອບສນອງ ລູກຄ້າໄດ້ພຽງພໍ.”

ຂະນະດຽວກັນ ການໃຫ້ບໍຣິການ ຂອງເຮືອນພັກ ແລະ ຮ້ານອາຫານຫລາຍແຫ່ງ ພາຍໃນແຫລ່ງທ່ອງທ່ຽວ ພັດຍັງບໍ່ທັນມາຕຖານ ຍ້ອນພະນັກງານ ຜູ້ປຕິບັດວຽກ ສ່ວນຫລາຍ ແມ່ນຍັງບໍ່ທັນມີປະສົບປະການພໍເທົ່າໃດ, ສະນັ້ນ ຖ້າຫາກເປັນໄປໄດ້ ກໍຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຝຶກອົບຮົມ ໃຫ້ແກ່ຜູ້ເຮັດວຽກ ໃນຂແນງການດັ່ງກ່າວນີ້ ເພີ່ມຕື່ມ.

ດັ່ງຜູ້ປະກອບການ ຮ້ານອາຫານ ຢູ່ນະຄອນຫລວງພຣະບາງ ທ່ານນຶ່ງກ່າວວ່າ:

“ຈຸດທີ່ປັບປຸງກໍຂອດບໍຣິການເນາະ ເພາະວ່າເຣື່ອງການທ່ອງທ່ຽວ ຖ້າວ່າບໍ່ພໍພຽງ ຫລືວ່າ ບໍ່ໄດ້ຮັບການ ສນັບສນຸນ ຫລືວ່າການທີ່ວ່າຝຶກອົບຮົມຫັ້ນນ່າ ເຮັດໃຫ້ມີບັນຫາ ເພາະວ່າລູກຄ້າ ເຂົ້າມາຫລາຍ ແຕ່ການບໍຣິການເຮົາ ບໍ່ໄດ້ ມັນອາດເປັນບັນຫາຢູ່.”

ເນື່ອງຈາກສະຖານທີ່ທ່ອງທ່ຽວ ພາຍໃນປະເທດລາວ ຫລາຍແຫ່ງ ແມ່ນເປັນແຫລ່ງທ່ອງທ່ຽວ ໃນລັກສະນະທັມມະຊາຕ ແຕ່ເມື່ອມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງທ່ອງທ່ຽວ ເປັນຈຳນວນຫລາຍ ອາດສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ໃນພື້ນທີ່ ໂດຍສະເພາະ ການຖິ້ມຂີ້ເຫຍື້ອ ຊະຊາຍຕາມແຄມທາງ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິ່ງແວດລ້ອມ ຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວວ່າ:

“ແມ່ນ ກໍມີຄືກັນ ກໍໄດ້ລົງໂຕຈິງຫັ້ນເນາະ ພວກເຮົາກໍຕ້ອງຮັກສາ ຄວາມສະອາດ ຮັກສາບໍ່ໃຫ້ໃຜມາທຳລາຍ ໂດຍ ກໍມີມາຕການ ຮັກສາຄວາມສະອາດ ຄືກັນເດ້ ພາກັນເຮັດ ພາກັນເກັບ.”

ສຳນັກຂ່າວ CNN ຍັງລະບຸອີກວ່າ ປະເທດລາວ ຍັງມີແຫລ່ງທ່ອງທ່ຽວອີກຫລາຍແຫ່ງ ທີ່ໜ້າສົນໃຈ ເຊັ່ນ ພູຜາທີ່ງົດງາມ ຢູ່ເມືອງວັງວຽງ ແຂວງວຽງຈັນ, ເມືອງມໍຣະດົກໂລກ ຫລວງພຣະບາງ ທີ່ມີວັດວາອາຣາມ ແລະ ທັມມະຊາຕທີ່ສວຍງາມ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລະ ທົ່ງໄຫຫິນ ຢູ່ໃນຫລາຍເມືອງ ຂອງແຂວງຊຽງຂວາງ.

ພາຍຫລັງໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ເປັນໄລຍະປະມານ 3 ປີ, ອົງການທ່ອງທ່ຽວໂລກ ຂອງ ສະຫະປະຊາຊາຕ ຫລື United Nations World Tourism Organization (UNWTO) ຄາດການໄວ້ວ່າ ຕົວເລຂນັກທ່ອງທ່ຽວ ສາກົລ ຈະເພີ່ມຂຶ້ນເປັນ 64% ພາຍຫລັງ ປີ 2022.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org