ຢູ່ລາວຫຼາຍແຂວງເສັຽຫາຍ ຍ້ອນພັຍ ທັມມະຊາດ

ໄມຊູລີ
2018.09.19
F-FLOOD-IN-LAOS ປະຊາຊົນ ແສນປາຍຄອບຄົວ ໃນທົ່ວປະເທດ ໄດ້ຮັບຜົນກະທົບ ຈາກພັຍພິບັດທາງທຳມະຊາດ 2018.
Screen captured : http://www.tonamchanews.com/2018/09/54-100-113538.html

ປະຊາຊົນ ທົ່ວປະເທດ 1 ແສນປາຍຄອບຄົວ ໄດ້ຮັບຜົນກະທົບ ຈາກເຫດການເຂື່ອນແຕກ ແລະນ້ຳຖ້ວມໃນປີນີ້. ເຈົ້າໜ້າທີ່ຜແນກສັງຄົມສົງເຄາະ ເວົ້າວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຈະໃຫ້ເງິນຊ່ວຍເຫລືອ ຄອບຄົວຜູ້ເສັຍຊີວິດ 1 ລ້ານ 5 ແສນກີບ ຕໍ່ນຶ່ງຄົນ ຕາມຣະບຽບ ທີ່ທາງການໄດ້ກໍານົດໄວ້ ດັ່ງທ່ານກ່າວວ່າ:

“ຄອບຄົວທີ່ສູນຫາຍ ບັນດາຂັ້ນແຂວງ ເພິ່ນກໍຮ່ວມກັນ ເພື່ອປືກສາຫາຣື ເວົ້າເຣື້ອງການ ຊ່ວຍເຫລືອເບື້ອງຕົ້ນ ເພິ່ນຈະອີງໃສ່ກົດຣະບຽບ ທີ່ເຄີຍປະຕິບັດຜ່ານມາ ແລ້ວຄອບຄົວນຶ່ງ ເຮົາຈະສາມາດ ຊ່ວຍເຫລືອເບື້ອງຕົ້ນ ຄອບຄົວນື່ງລ້ານຫ້າເນາະ ເສັຍຊີວິດສູນຫາຍ ສິໄດ້ຄືກັນ ເພາະແມ່ນຢັ້ງຢືນການເສັຍຫາຍ ຈາກນາຍບ້ານ ເຮົາມັນຕ້ອງໄດ້ຊ່ວຍ ຄອບຄົວ ຖືກນໍ້າຖ້ວມດິນເຊາະເຈື່ອນ ເພິ່ນກໍໄດ້ຊ່ວຍເປັນສັງກະສີ ເປັນເຂົ້າກິນ ເບື້ອງຕົ້ນໄປກ່ອນ ກວ່າພວກທີ່ວ່າໜັກຫັ້ນ.”

ເຈົ້າໝ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບການຊ່ວຍເຫລືອໃນແຕ່ລະແຂວງນັ້ນ ຈະໄດ້ສເນີງົບປະມານ ແລະ ຣາຍຣະອຽດ ທີ່ຈະຟື້ນຟູ ໃນແຕ່ລະຂແນງ, ແຕ່ເບື້ອງຕົ້ນ ແມ່ນຈະສຸມໃສ່ ເຣື້ອງອຸປກອນ ກໍ່ສ້າງບ້ານເຮືອນ ເປັນຕົ້ນ ສັງກະສີ ສຳລັບມຸງຫລັງຄາ ແລະ ປະເພດແນວກິນ ພາຍຫລັງສ້າງບ້ານເຮືອນ ໃຫ້ປະຊາຊົນສໍາເຣັດໄປແລ້ວ ກໍຈະໄດ້ວາງແຜນຟື້ນຟູ ໃນຂົງເຂດທີ່ກະທົບພື້ນທີ່ກະສິກັມ ເປັນຕົ້ນ ໄຮ່ນາ ຊ່ວຍເຫລືອພັນພືດ, ພັນສັດລ້ຽງ ແລະສ້ອມແປງຊົນລະປະທານທີ່ເສັຍຫາຍ ໃນຂັ້ນຕໍ່ໄປ

ຄນະກັມມະການ ປ້ອງກັນແລະຄວບຄຸມພັຍພິບັດແຫ່ງຊາດ ຣາຍງານວ່າ ທົ່ວປະເທດລາວ ໄດ້ຮັບ ຜົນກະທົບຈາກພັຍພິບັດ ທັມມະຊາດ ມີ 16 ແຂວງ ກວມເອົາ 110 ເມືອງ, 2 ພັນປາຍບ້ານ, 113,530 ປາຍຄອບຄົວ, ຮວມທັງໝົດ ປະມານ 540,000 ປາຍຄົນ, ເສັຍຊີວິດ 54 ຄົນ ບາດເຈັບ 2 ຄົນ ຫາຍສາບສູນ 100 ຄົນ ໃນນັ້ນ ແມ່ນແຂວງອັຕປື 97 ຄົນ ຫລວງພຣະບາງ 3 ຄົນ ແລະ ຍົກຍ້າຍປະຊາຊົນ ໄປຢູ່ບ່ອນພັກຊົ່ວຄາວ 4,800 ປາຍຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.