ນາຍົກລາວກັງວົນນໍາ ສວນກ້ວຍ
ທ່ານ ທອງລຸນ ສີສຸລິດ ກ່າວວ່າ ເປັນຫ່ວງ ວິຕົກກັງວົນ ນໍາເຣື່ອງ ການໃຊ້ ສານເຄມີ ໃນສວນກ້ວຍ.
-
ຈໍາປາທອງ
2017-05-16 -
-
-
Your browser doesn’t support HTML5 audio
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ສະແດງ ຄວາມເປັນຫ່ວງ ວິຕົກກັງວົນ ນໍາເຣື່ອງ ການໃຊ້ ສານເຄມີ ຢ່າງແຜ່ຫລາຍ ໃນສວນກ້ວຍ ພາຍຫລັງຂ່າວ ຣອຍເຕີ້ ຣາຍງານ ກ່ຽວກັບ ສວນກ້ວຍ ຂອງຈີນ ໃນປະເທສລາວ.
ຂ່າວຣອຍເຕີ້ ຣາຍງານວ່າ ການປູກກ້ວຍ ອາຈຊ່ວຍເສີມສ້າງເສຖກິດ ຂອງລາວ ໂດຍສະເພາະ ເຂດພາກເໜືອ ທີ່ທຸກຍາກ, ແຕ່ປະຊາຊົນ ລາວ ກໍມີຄວາມ ວິຕົກກັງວົນຫລາຍ ນໍາເຣື່ອງການໃຊ້ ສານເຄມີ ອັນມີຮວມທັງ ຢາຂ້າຫຍ້າ ຊຶ່ງເປັນສານພິດ ທີ່ຕ້ອງຫ້າມ ໃນສປປລາວ.
ທ່ານ ທອງລຸນ ສີສຸລິດ ກ່າວຜ່ານທາງເຟສບຸຄຂອງທ່ານ ຂ້າງຮູບສວນກ້ວຍ ທີ່ຂ່າວຣອຍເຕີ້ ນຳອອກເຜີຍແຜ່ນັ້ນວ່າ ຣັຖບາລ ສປປລາວ ໄດ້ດຳເນີນການ ແກ້ໄຂບັນຫາ ນັ້ນແລ້ວ, ຣັຖບາລ ບໍ່ສາມາດ ເບິ່ງຂ້າມ ບັນຫານີ້ໄດ້.
ທ່ານເວົ້າວ່າ ນັບຕັ້ງແຕ່ປີກາຍມາ ທ່ານໄດ້ສັ່ງຫ້າມ ເອົາດິນກະສິກັມ ໃຫ້ນັກລົງທຶນເຊົ່າ ເພື່ອປູກກ້ວຍຕື່ມອີກ ຍ້ອນຄວາມເສັຽຫາຍ ທີ່ເກີດ ຈາກການໃຊ້ ສານເຄມີ ທີ່ເປັນພັຍອັນຕະລາຍ ນັ້ນ. ທ່ານ ເວົ້າວ່າ ການໃຊ້ສານເຄມີຕ່າງໆ ໄດ້ເຮັດໃຫ້ ຊາວກະເສຕກອນ ເຈັບປ່ວຍ ແລະແຫລ່ງນ້ ຳທັມຊາດຕ່າງໆ ເປິເປື້ອນ ເປັນມົລພິດ. ແຕ່ທ່ານ ບໍ່ໄດ້ເວົ້າວ່າ ຈະແກ້ໄຂບັນຫາ ການປູກກ້ວຍ ທີ່ຍັງມີຢູ່ນັ້ນ ຄືແນວໃດ.