ທາງການລາວຈະສ້າງເຂື່ອນ ນ້ຳຂອງ ພູງອຍ

ພູວົງສ໌
2020.12.23
ທາງການລາວຈະສ້າງເຂື່ອນ ນ້ຳຂອງ ພູງອຍ ຂົວຂ້າມ ແມ່ນໍ້າຂອງ ຈາກ ນະຄອນປາກເຊ ໄປຫາ ເມືອງຈໍາປາສັກ
File photo: RFA

ຊາວບ້ານ ບ້ານຂອນແກ່ນ ເມືອງຈຳປາສັກ ແຂວງຈຳປາສັກ ຈຳນວນ 142 ຄອບຄົວ ຫຼືປະມານ 800 ປາຍຄົນ ທີ່ຄາດວ່າຈະໄດ້ ຮັບຜົລກະທົບໃນຕໍ່ໜ້ານີ້ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງພູງອຍ ຫຼືເຂື່ອນພູງອຍ ຍັງເຫັນວ່າບໍ່ຢາກໃຫ້ມີການສ້າງເຂື່ອນ ກັ້ນແມ່ນ້ຳຂອງ ແລະ ບໍ່ຕ້ອງການໂຍກຍ້າຍອອກຈາກບ້ານເກົ່າ ບ່ອນທີ່ພວກເຂົາ ອາສັຍຢູ່ແຕ່ດັ້ງເດີມ. ດັ່ງ ຜູ້ຕາງໜ້າຊາວບ້ານ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ທັນວາ ນີ້ວ່າ:

“ກະເຫັນວ່າພວກນຶ່ງຫັ້ນ ເພິ່ນມາສຳຣວດ ມາກວດວ່າຮ້ານເຮົາມີອີ່ຫຍັງແດ່, ຫັ້ນນ່າ ຕົ້ນໄມ້ຕົ້ນຕອກອີກ. ຍັງບໍ່ທັນເຫັນວ່າ ເພິ່ນມາບອກວ່າ ຊິໄດ້ຖືກຍ້າຍຖືກຫຍັງ, ບໍ່ທັນເຫັນ. ໂອ້ຍ! ກະບໍ່ຢາກຍ້າຍແລ້ວ ມັນບໍ່ມີໝ້ອງຊິໄປລະເດ ຢູ່ຫັ້ນມັນກະໄດ້ຢູ່ ມາຫຼາຍປີແລ້ວ ກະຈົນວ່າມັນຢູ່ໄດ້ແໜ້ນໜາຖາວອນແລ້ວຫັ້ນນ່າ ວ່າຊັ້ນສາ. ຄັນຍ້າຍ, ກະຈັກວ່າຊິໄປຢູ່ໃສ?”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຖ້າຫາກຊາວບ້ານ ກຸ່ມທີ່ຈະໄດ້ຮັບຜົລກະທົບ ແລ້ວຖືກໂຍກຍ້າຍອອກຈາກບ້ານເກົ່າ ກໍຍັງບໍ່ຮູ້ວ່າຈະໄດ້ ຍ້າຍໄປຢູ່ເຂດໃດ ແລະ ເມື່ອໂຍກຍ້າຍໄປແລ້ວ ຄຸນນະພາບຊີວິຕ ຂອງຊາວບ້ານ ຈະເປັນແນວໃດ? ເພາະຫຼາຍໆໂຄງການ ທີ່ຜ່ານມາ ກະເຫັນແລ້ວວ່າ ຊາວບ້ານມີຄວາມທຸກຍາກ ລົງກວ່າເກົ່າ.

ທຸກມື້ນີ້, ຊາວບ້ານສ່ວນໃຫຍ່ ໃນເຂດທີ່ເຂື່ອນພູງອຍ ມີກຳນົດຈະສ້າງໃສ່ ສ່ວນໃຫຍ່ແມ່ນຊາວນາ ແລະ ຊາວສວນຈຳນວນນຶ່ງ ກໍເຮັດທຸຣະກິຈທ່ອງທ່ຽວ ຮ້ານອາຫານ, ເຮືອນພັກ ເນື່ອງຈາກໄລຍະ 2-3 ປີມານີ້ ການທ່ອງທ່ຽວພາຍໃນແຂວງຈຳປາສັກ ເຣີ່ມຂຍາຍໂຕ ແລະ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວເປັນຈຳນວນຫຼາຍ ສົມຄວນ ເພາະມີຫາດຊາຍ ແມ່ນ້ຳຂອງ, ມີດອນກາງນ້ຳທີ່ງາມຕາ. ແຕ່ຫາກຊາວບ້ານຕ້ອງມາສູນເສັຽອາຊີພແບບນີ້ ກໍບໍ່ເຫັນດີໃຫ້ມີການສ້າງເຂື່ອນ.

ຊາວບ້ານອີກຄົນນຶ່ງ ໃນເມືອງຈຳປາສັກ ແຂວງຈຳປາສັກ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການ ລາວຄຶດເບິ່ງໃໝ່ດີໆ ກ່ອນທີ່ຈະສ້າງເຂື່ອນພູງອຍ ເນື່ອງຈາກວ່າ ໂຄງການດັ່ງກ່າວ ຈະທຳລາຍຣະບົບສິ່ງແວດລ້ອມ ຢ່າງໜັກໜ່ວງ ທີ່ສຸດ ເພາະແມ່ນ້ຳຂອງໃນແຂວງຈຳປາສັກ ມີຈຸດເດັ່ນທີ່ມີໝູ່ດອນນ້ອຍ-ໃຫຍ່ ເປັນແຫຼ່ງທ່ອງທ່ຽວ ແລະ ທັງເປັນບ່ອນທຳມາຫາກິນ ຂອງຊາວບ້ານໃນເຂດດັ່ງກ່າວ.

“ແມ່ນຢູ່ທີ່ວ່າ ເຮົາສ້າງຂຶ້ນມາ ເພື່ອທຸຣະກິຈເນາະ, ແຕ່ວ່າມັນເວົ້າເຣື່ອງການທຳລາຍນີ້ຫຼາຍກວ່າ ຖ້າທຽບໃສ່ຫຼາຍໆເຂື່ອນຜ່ານມາ. ຄືວ່າທັມຊາດເນາະ ມັນທີ່ວ່າໄດ້ສະສົມມາເນາະ ຫຼືວ່າເຕີບໂຕມາໄດ້ຫຼາຍຟ້າຫຼາຍປີເນາະ ຖືກທຳລາຍ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງ ແລະ ແຂວງດຽວກັນນີ້ ກໍກ່າວໃນທຳນອງດຽວກັນວ່າ ຖ້າເປັນໄປໄດ້ ກໍບໍ່ຢາກໃຫ້ທາງການລາວ ມາສ້າງເຂື່ອນໃສ່ແມ່ນ້ຳຂອງ ໃນເຂດທຳມາຫາກິນ ຂອງຊາວບ້ານ.

“ໄດ້ຍິນຢູ່, ຍິນວ່າຊິເຮັດເຂື່ອນ. ທາງນີ້ກະບໍ່ຢາກໃຫ້ສ້າງຫັ້ນແຫຼະ.”

ໃນເບື້ອງຕົ້ນ, ໂຄງການເຂື່ອນໄຟຟ້ານ້ຳຂອງພູງອຍ ຈະກວມເອົາເນື້ອທີ່ກໍ່ສ້າງຖາວອນ 200 ປາຍເຮັກຕ້າຣ. ໃນນັ້ນ, ມີທັງເຮືອນ, ດິນນາ, ດິນສວນ ແລະ ປ່າໄມ້, ໂດຍຈະມີທັງໝົດ 7 ເມືອງ, 88 ບ້ານ ທີ່ຈະໄດ້ຮັບຜົລກະທົບ ອັນປະກອບດ້ວຍ ບ້ານຂອນແກ່ນ, ເມືອງຈຳປາສັກ ຈຳນວນ 142 ຄອບຄົວ ມີພົລເມືອງປະມານ 800 ປາຍຄົນ ໄດ້ຮັບຜົລກະທົບທັງໝົດ ແລະ ຕ້ອງຖືກໂຍກຍ້າຍ ອອກຈາກເຂດບ້ານເກົ່າ ໃຫ້ໄປຢູ່ບ້ານຈັດສັນໃໝ່.

ນອກຈາກນີ້, ບ້ານອື່ນໆ ທີ່ຈະໄດ້ຮັບຜົລກະທົບ ຈາກການກໍ່ສ້າງເຂື່ອນໃນເຂດເບື້ອງເທິງເຂື່ອນ ມີ 5 ເມືອງ ກວມເອົາ 57 ບ້ານ ຄືເມືອງປະທຸມພອນ 1 ບ້ານ, ເມືອງບາຈຽງຈະເລີນສຸກ 1 ບ້ານ, ນະຄອນປາກເຊ 10 ບ້ານ, ເມືອງຊະນະສົມບູນ 17 ບ້ານ ແລະ ເມືອງໂພນທອງ 28 ບ້ານ. ສ່ວນຜົລກະທົບເບື້ອງລຸ່ມເຂື່ອນ ມີ 2 ເມືອງ ກວມເອົາ 31 ບ້ານ ຄືເມືອງປະທຸມພອນ 15 ບ້ານ ແລະ ເມືອງຈຳປາສັກ 16 ບ້ານ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຄງການດັ່ງກ່າວ ຫາກໍ່ຜ່ານການສຶກສາ ຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຫຼື ESIA ໃນຂັ້ນຕົ້ນ. ສ່ວນເຣື່ອງການໂຍກ ຍ້າຍຊາວບ້ານນັ້ນ, ຍັງບໍ່ທັນເປິກສາຫາລືກັນເທື່ອວ່າ ຈະໂຍກຍ້າຍມື້ໃດ ແລະ ຍ້າຍໄປບ່ອນໃດ ເພາະຍັງຢູ່ຣະຫວ່າງການສຶກສາ ສຳຣວດ ອີກຫຼາຍຂັ້ນຕອນ.”

ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການກໍ່ສ້າງເຂື່ອນພູງອຍ ຄື 1 ໃນໂຄງການເຂື່ອນແມ່ນ້ຳຂອງ ທີ່ຢູ່ໃນແຜນຍຸທສາດຂອງຣັຖບານລາວ ແລະ ຣັຖບານລາວກໍເຫັນດີໃຫ້ສ້າງ, ແຕ່ວ່າໂຄງການ ດັ່ງກ່າວນີ້ ຍັງບໍ່ທັນຍື່ນສເນີຕໍ່ ຄນະກັມມາທິການແມ່ນ້ຳຂອງສາກົລ ເພື່ອເຂົ້າສູ່ຂະບວນການ ປຶກສາຫາລືລ່ວງໜ້າ ຫຼື PNPCA ເນື່ອງຈາກການສຶກສາ ຜົລກະທົບສິ່ງແວດລ້ອມ-ສັງຄົມ ຍັງບໍ່ທັນສຳຣວດແບບລະອຽດ, ແຕ່ຄາດວ່າ ຈະສເນີຫຼັງຈາກເຂື່ອນ ຊະນະຄາມ ສິ້ນສຸດຂະບວນການ.

“ຂະບວນການ ຜ່ານຂັ້ນຕອນປຶກສາຫາລື ຢູ່ໃນອົງການ MRC ຫັ້ນນ່າ, ຍັງບໍ່ທັນສຳເຣັດແມ່ນຫຍັງ ເທື່ອດອກ, ແຕ່ວ່າຢູ່ໃນ ແຜນຍຸທສາດ ຂອງສປປລາວ ມັນກະສ້າງຫັ້ນແຫຼະ. ກະຄືຊິແມ່ນຍັງຄາຫຼາຍໆບັນຫາຫັ້ນແຫຼະ ເພາະວ່າທາງ ຣັຖບານລາວ ຍັງຕ້ອງໄດ້ແກ້.”

ຂະນະທີ່ທ່ານ ສົມກຽດ ປຣະຈຳວົງສ໌, ເລຂາທິການ ສຳນັກງານຊັພຍາກອນນ້ຳແຫ່ງຊາຕ ປະເທດໄທຍ ກ່າວຕໍ່ຜູ້ສື່ຂ່າວວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງການໄທຍ ຈະຕິດຕາມເຂື່ອນພູງອຍ ຢ່າງໃກ້ຊິດ ເນື່ອງຈາກວ່າ ເຂື່ອນດັ່ງກ່າວ ຫ່າງຈາກ ນະຄອນປາກເຊ 18 ກິໂລແມັຕ ແລະ ຫ່າງຈາກປາກສາຍນ້ຳມູນ ແຂວງອຸບົນຣາຊທານີ ປະມານ 50 ປາຍກິໂລແມັຕເທົ່ານັ້ນ, ເຊິ່ງອາຈກະທົບ ຕໍ່ຣະດັບນ້ຳເໜືອເຂື່ອນ ທີ່ຈະເພີ່ມສູງຂຶ້ນ. ສະນັ້ນ, ທາງການລາວຕ້ອງມີມາຕການ ໃນການປ້ອງກັນຜົລກະທົບ ກ່ອນເຂົ້າສູ່ຂະບວນການ PNPCA.

ທ່ານວ່າ: “ກະຈະຕ້ອງຕິດຕາມ, ການຕິດຕາມຄືບໍຣິສັດ ສົ່ງຂໍ້ມູນມາ ກໍຍັງບໍ່ຄົບຖ້ວນ ເຮົາກະຍັງເບິ່ງກ່ອນ, ແຕ່ວ່າຂະບວນການ ຈະເຣີ່ມຫຼັງຈາກຊະນະຄາມສຳເຣັດຮຽບຮ້ອຍແລ້ວ. ເຂື່ອນພູງອຍ ເມື່ອເຮັດຂຶ້ນມາແລ້ວ ມັນອາຈມີນ້ຳລົ້ນໄຫຼນອງ, ຈະກະທົບຝັ່ງ ໄທຍ ນຳເຊັ່ນດຽວກັນ.”

ໂຄງການເຂື່ອນໄຟຟ້ານ້ຳຂອງພູງອຍ ຂນາດ 728 ເມກະວັຕ, ໂດຍບໍຣິສັດ Charoen Energy and Water Asia (CEWA) ປະເທດໄທຍ ເປັນຜູ້ພັທນາ ຮ່ວມກັບຣັຖບານລາວ, ເຊິ່ງຈະໃຫ້ບໍຣິສັດ Doosan Heavy Industries & Construction ແລະ ບໍຣິສັດ Korea Western Power ປະເທດເກົາຫຼີໃຕ້ ເປັນຜູ້ຮັບເໝົາກໍ່ສ້າງ.

ເຂື່ອນພູງອຍ ຈະມີມູນຄ່າການກໍ່ສ້າງປະມານ 2,400 ລ້ານໂດລ້າຣສະຫະຣັຖ, ເຊິ່ງຄາດວ່າ ຈະເຣີ່ມກໍ່ສ້າງໃນປີ 2022 ແລະ ມີກຳນົດສ້າງສຳເຣັດ ໃນປີ 2029. ປັດຈຸບັນ, ໂຄງການດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ໃນເຣື່ອງສັນຍາສັມປະທານ, ສັນຍາຜູ້ຖືຫຸ້ນ ແລະ ສັນຍາຊື້-ຂາຍໄຟຟ້າເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.