ນໍ້າຖ້ວມບ້ານງາຍເໜືອ ແບບບໍ່ ເຄີຍມີ
2019.01.18
ນໍ້າຖ້ວມແບບກະທັນຫັນ ເມື່ອວັນທີ 6 ຫາ 8 ມົກຣາ ທີ່ບ້ານງາຍເໜືອ ແລະບ້ານຫາດສາ ເກີດຂຶ້ນໂດຍທີ່ປະຊາຊົນ ໃນແຂວງບໍ່ຄາດຄິດ ມາກ່ອນ ພ້ອມນີ້ ບໍ່ມີພາກສ່ວນໃດ ສົ່ງສັນຍານເຕືອນວ່າຈະມີນໍ້າຖ້ວມ ດີແຕ່ວ່າເຫດການນໍ້າຖ້ວມເທື່ອນີ້ ເກີດຂຶ້ນໃນໄລຍະສັ້ນ ແລ້ວຢຸດໄປ. ດັ່ງເຈົ້າໜ້າທີ່ຫ້ອງວ່າການປົກຄອງ ເມືອງບູນເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອຕົ້ນເດືອ ຜ່ານມາວ່າ ເຫດການນໍ້າຖ້ວມ ກະທັນຫັນ ທີ່ບ້ານງາຍເໜືອ ແມ່ນເກີດຈາກຝົນຕົກຕິດຕໍ່ກັນຫລາຍມື້ ເຮັດໃຫ້ນໍ້າງາຍຫຍື່ງຂຶ້ນ ແລ້ວໄຫລເຂົ້າຖ້ວມຕາມເຂດລຽບແມ່ນໍ້າ ພ້ອມທັງໄດ້ພັດເອົາໄມ້ ຈຳນວນຫລາຍໄປຄາຢູ່ຂົວນໍ້າງາຍ ເຮັດໃຫ້ຂົວເປ່ເພເສັຍຫາຍ.
ສ່ວນຜົນເສັຍຫາຍ ທ່ານ ບູນເຫລັກ ຫລ້າສຸກັນ ຮອງເຈົ້າເມືອງ ເມືອງບູນເໜືອ ໄດ້ຣາຍງານວ່າ ຈາກການລົງເກັບກັມຂໍ້ມູນ ຢ່າງຣະອຽດ ຂອງວິຊາການເຫັນວ່າປະຊາຊົນ ໄດ້ຮັບຜົລກະທົບ ຈາກນໍ້າເຊາະເຮືອນ 3 ຄອບຄົວ ກອງຟືນຢູ່ກ້ອງຕາລ່າງ ໄຫລໄປກັບນໍ້າ 4 ຄອບຄົວ ສັດລ້ຽງ ແລະ ເນື້ອທີ່ການຜລິດເສັຍຫາຍ 5 ຄອບ ແລະ ເຄື່ອງໃຊ້ອີກຈຳນວນນື່ງ.
ປັດຈຸບັນທາງເຈົ້າໜ້າທີ່ກຳລັງໃຫ້ການຊ່ອຍເຫລືອ ແກ່ຄອບຄົວທີ່ໄດ້ຮັບຜົລກະທົບ ແລະຜແນກໂຍທາທິການ ແລະຂົນສົ່ງ ແຂວງ ກໍໄດ້ ລົງໄປກວດກາ ແລະ ປະເມີນຜົລເສັຍຫາຍ ຂົວນໍ້າງາຍ ເພື່ອສ້ອມແປງທາງດ້ານເຕັກນິກ ໃຫ້ປະຊາຊົນນຳໃຊ້ໄດ້ ຕາມປົກກະຕິ.
"ໃນວັນພະຫັດນີ້ຈະໄດ້ນຳພາກສ່ວນທີມງານໂຍທາ ກະສິກັມ ໄປປະເມີນຜົລເສັຍຫາຍ ເຮືອນສອງຫລັງຂອງປະຊາຊົນ ນັ້ນທີ່ວ່າດິນເຊາະ ເຈື່ອນມີຄວາມຊ່ຽງຫັ້ນ ກໍຈະໄດ້ໄປເບິ່ງຕົວຈິງນຳກັນ ໄປເບິ່ງຕົວຈິງຂົວນໍ້າງາຍ ເພາະມີຂີ້ເຫຍື້ອມາກອງເຕັມ ລະກະເຮັດໃຫ້ການສຳຣວດ ເບື້ອງຕົ້ນ ຂອງພວກເຮົາຫັ້ນບໍ່ຣະອຽດ."
ທ່ານກ່າວຕື່ມວ່າວັນພຸດທີ່ຜ່ານມາປະຊາຊົນ ກໍໄດ້ສ້ອມແປງຂົວ, ວັນພະຫັດນັ້ນ ຜແນກໂຍທາແຂວງ ໄດ້ໄປກວດກາເບິ່ງສະພາບຂົວຕົວຈິງ ສ່ວນການສັນຈອນໄປມາ ຂອງປະຊາຊົນຍັງເປັນປົກກະຕິຢູ່ ຖ້າແມ່ນປະເພດຣົດໜັກ ກໍບໍ່ໃຫ້ຂ້າມຂົວ ປ່ອຍໃຫ້ ທາງພາກສ່ວນກ່ຽວຂ້ອງ ກວດກາທາງດ້ານເຕັກນິກ ໃຫ້ຣະອຽດກ່ອນ.
ທ່ານໄດ້ເນັ້ນຕື່ມວ່າ ໃນປີ 2018 ຜ່ານມາ ຝົນຕົກຫລາຍເຮັດໃຫ້ນໍ້າຖ້ວມ ຢູ່ເຂດບ້ານງາຍເໜືອ ເປັນຄັ້ງທີສອງແລ້ວ ແລະ ຂົວດັ່ງກ່າວ ກໍໄດ້ຮັບຜົລກະທົບ ມາຄັ້ງນຶ່ງແລ້ວ.
ໃນຂນະດຽວກັນ ທ່ານ ສິວິໄລ ອຸ່ນສານ ຫົວໜ້າຫ້ອງວ່າການ ເມືອງຜົ້ງສາລີ ໄດ້ຣາຍງານວ່າ ບ້ານຫາດສາ ເມືອງຜົ້ງສາລີ ກໍເປັນອີກ ບ້ານນຶ່ງທີ່ຖືກນໍ້າຖ້ວມ ເນື່ອງຈາກຝົນຕົກໜັກເຮັດໃຫ້ ນໍ້າອູ ຫຍື່ງຂຶ້ນຢ່າງວ່ອງໄວ ໄຫລເຂົ້າຖ້ວມຕລາດນັດ ຢູ່ເຂດທ່າເຮືອ ຂອງກຸ່ມບ້ານ ຫາດສາ, ຖ້ວມຕູບຂາຍເຄື່ອງຊົ່ວຄາວ ຢູ່ທ່າເຮືອ ແຕ່ບໍ່ມີຣາຍງານຜົລເສັຍຫາຍ.
ທ່ານ ສິວິໄລ ອຸ່ນສານ ກ່າວຢໍ້າວ່າ ເຂດບ້ານຫາດສາ ນັ້ນຕັ້ງຢູ່ກ້ອງເຂື່ອນນໍ້າອູ 6 ສະນັ້ນໃນເຂດນີ້ຈື່ງ ມີນໍ້າຫຍື່ງຖ້ວມເປັນປະຈຳ. ແຕ່ ໃນເຂດນີ້ຈະມີເຄື່ອງເຕືອນພັຍ ໃນກໍຣະນີນໍ້າອູຫຍື່ງຂຶ້ນ ຊຶ່ງສາມາດຍົກຍ້າຍປະຊາຊົນ ໄປຢູ່ໃນເຂດປອດພັຍໄດ້.
ເມື່ອປີຜ່ານມາຣະຫວ່າງ ເດືອນກໍຣະກະດາ ຫາ ເດືອນກັນຍາ ເຂດເມືອງບູນເໜືອ ຖືກນໍ້າຖ້ວມຢ່າງໜັກ ເຖິງສາມຄັ້ງ ສາເຫດແມ່ນ ຈາກຝົນຕົກໜັກ ຕໍ່ເນື່ອງຫລາຍມື້ ຈົນເຮັດໃຫ້ນໍ້າປ່າເທິງພູໄຫຼຖ້ວມ ເມືອງບຸນເໜືອ ຢ່າງວ່ອງໄວ ສ້າງຄວາມເສັຽຫາຍ ໃຫ້ກັບຊັບສີນ ແລະເຮືອນຊານ ຂອງປະຊາຊົນ ຈົນເຖິງປະຈຸບັນທາງການ ກໍຍັງບໍ່ສາມາດຊ່ອຍເຫລືອ ປະຊາຊົນທັງໝົດໄດ້ ໃນນັ້ນເສັຍຫາຍຫລາຍ ກ່ວາໝູ່ ແມ່ນວັງດອຍ.