ນໍ້າຖ້ວມບ້ານນໍ້າແອ່ງ ເສັຽຫາຍໜັກ
2020.07.13
ໃນຕອນເຊົ້າຂອງວັນທີ 12 ກໍຣະກະດາ 2020 ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເກີດເຫດນໍ້າໄຫຼນອງເຂົ້າຖ້ວມຫຼາຍບ້ານ ທີ່ຕັ້ງຢູ່ແຄມຝັ່ງ ແມ່ນໍ້າແອ່ງ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນ ຫຼາຍມື້, ໃນນັ້ນມີບ້ານຫຼາງ, ບ້ານນໍ້າລຸງ, ບ້ານຕະລອງ, ບ້ານນໍ້າໂອ ທີ່ໄດ້ຮັບຜົລກະທົບໜັັກ ທີ່ສຸດແມ່ນບ້ານນໍ້າແອ່ງ.
ໃນເບື້ອງຕົ້ນທາງເມືອງວຽງພູຄາ ປະເມີນວ່າປະຊາຊົນໄດ້ຮັບ ຜົລກະທົບ 51 ຄອບຄົວ ແລະເຮືອນເສັຽຫາຍຢູ່ບໍ່ໄດ້ 02 ຫລັງ. ຕໍ່ກັບເຫດ ການນໍ້າຖ້ວມ ປະຊາຊົນຢູ່ບ້ານນໍ້າແອ່ງ ເມືອງວຽງພູຄາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ວ່າ:
“ນໍ້າແອ່ງ ບ້ານນໍ້າແອ່ງ ຖ້ວມມື້ເຊົ້ານີ້ໜ່າ ກຳລັງມານໍ້າກຳລັງມາ ຖ້ວມໝົດບ້ານນໍ້າແອ່ງ ຫັ້ນນະຖ້ວມໝົດ ບ່ອນເຂື່ອນຖໍ້າເກົາເຫລົາລົງໄປ ຫັ້ນນະ ນໍ້າແອ່ງກັບນໍ້າຈຸກ ໂອ່ ອອກຮູມາປ່ອງ ດຽວກັນນີ້ ແຮງຫຼາຍ ໂອ່ ນໍ້າແຕ່ກີ້ໜ້ອຍດຽວ."
ຜ່ານມາບ້ານນໍ້າແອ່ງ ແລະເຂດບ້ານໃກ້ຄຽງ ບໍ່ເຄີຍເກີດນໍ້າຖ້ວມາກ່ອນ ຕໍ່ກັບຜົລເສັຽຫາຍ ທີ່ເກີດຂຶ້ນຈາກນໍ້າຖ້ວມໃນຄັ້ງນີ້ ປະຊາຊົນໄດ້ ຮັບຜົລກະທົບ ໄດ້ກ່າວຕື່ມວ່າ ສຳລັບນໍ້າຖ້ວມ ຄັ້ງນີ້ທັງເຮືອນຊານ, ໄຮ່ນາ, ສັດລ້ຽງ, ຜົລຜລິດ ເສັຍຫາຍໄຫລໄປກັບນໍ້າ ໂດຍເກັບກູ້ ຫຍັງບໍ່ໄດ້ ເພາະນໍ້າມາໄວຫຼາຍ.
“ນໍ້າກຳລັງໄຫຼຢ່າງໜັກໜ່ວງ ຕອນນີ້ກະໄດ້ແຕ່ເບິ່ງກັນ ບໍ່ຊ່າງຊິຊ່ອຍຜົນເສັຽຫາຍ ໜັກໜ່ວງຫຼາຍ ເສັ້ນທາງອາສາມ ໜ້າບ້ານນໍ້າແອ່ງ ຖືກນໍ້າ ຖ້ວມເລີຍທຸກຢ່າງກະໄດ້ແຕ່ ແນມເບິ່ງກັນ."
ຕໍ່ກັບຜົລເສັຍຫາຍ ແລະ ປະຊາຊົນໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ທາງອົງການປົກຄອງເມືອງວຽງພູູຄາ ໄດ້ກ່າວຕໍ່ສື່ມວນຊົນພາຍໃນວ່າ ໃນເບື້ອງຕົ້ນໄດ້ແຕ່ງຕັ້ງ ຄະນະສະເພາະກິຈ ລົງໄປສຳຣວດຂໍ້ມູນໂຕຈິງ ເພື່ອປະເມີນຜົລເສັຍຫາຍ ແລະ ໃນເບື້ອງຕົ້ນໄດ້ຊ່ອຍເຫຼືອ 02 ຄອບຄົວ ທີ່ຖືກນໍ້າເຊາະເຮືອນໄຫຼ ໄປກັບສາຍນໍ້າ ໂດຍຈັດສັນທີ່ຢູ່ຊົ່ວຄາວ ແລະມອບເຄື່ອງ ອຸປໂພຄບໍຣິໂພຄໃຫ້ຈຳນວນນຶ່ງ.
"ມີຝົນແຮງ ເຮັດໃຫ້ນໍ້າຫ້ວຍໄຫຼໂຮມເຂົ້າມາສູ່ບ່ອນດຽວ ເຊີ່ງຖືກກະທົບຢູ່ຫຼາຍບ້ານ ທັງບ້ານຫຼາງ, ບ້ານນໍ້າລຸງ, ບ້ານຕະລອງ, ບ້ານນໍ້າໂອ ແລະ ໜັກທີ່ສຸດຢູ່ບ້ານນໍ້າແອ່ງຫັ້ນເຮັດ ໃຫ້ນໍ້າໄຫຼຖ້ວມເຂົ້າບ້ານ ອອກຈາກຕາຝັ່ງ ແລ້ວກໍເຂົ້າບ້ານປະຊາຊົນເຮັດໃຫ້ ບ້ານເຮືອນຖືກເສັຍ ຫາຍເຮັດໃຫ້ຈຳນວນຖືກຜົລກະທົບ ທັງໝົດມີຢູ່ 46 ຄອບຄົວໃນນັ້ນກະທົບແຮງມີ ເຮືອນໄຫຼໄປສອງຫລັງ, ສັດລ້ຽງ ໝູ, ເປັດ, ໄກ່, ງົວໄຫຼ ໄປກັບນໍ້າ ຈຳນວນນຶ່ງ. ນອກຈາກນັ້ນຖືກກະທົບ ທັງເຄື່ອງໃຊ້ຂອງສອຍ ຂອງຄົວເຮືອນຫັ້ນ ອາຫານການກິນເຂົ້າສານ ເຂົ້າເປືອກພາຫະນະ ຈຳນວນນຶ່ງ ໄຮ່ນາຮົ້ວສວນ ຣະບົບຊົລປະທານ ຈຳນວນນຶ່ງ ທີ່ຢູ່ລຽບ ຕາມລ່ອງນໍ້າຫັ້ນ.
ທ່ານກ່າວຕື່ມວ່າ ການແກ້ໄຂເບື້ອງຕົ້ນກໍມີຫຼາຍພາກສ່ວນ ເຂົ້າໃຫ້ການຊ່ອເຫຼືອ ເປັນຕົ້ນແມ່ນນໍ້າດື່ມ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມ ຈຳນວນນນຶ່ງ ການຊ່ອຍເຫຼືອແມ່ນມາ ຈາກທາງເມືອງ ແລະ ກໍມີບັນດານັກທຸຣະກິຈ ພາຍໃນແຂວງຫຼວງນໍ້າທາ.
ອີງຕາມການຣາຍງານຂອງຄະນະກັມມະການຄຸ້ມຄອງ ພັຍພິບັດຂັ້ນສູງກາງ ໃນວັນທີ 13 ກໍຣະກະດາ ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ເຮືອນຖືກນໍ້າຖ້ວມ 51 ຫລັງ ນໍ້າໄຫຼເຊາະ ເຮືອນ 02 ຫລັງ, ເລົ້າເຂົ້າເສັຽຫາຍ 02 ຫລັງ, ຣົດໃຫຍ່ເສັຽຫາຍ 01 ຄັນ, ຣົດໄຖນາ 04 ຄັນ, ຣົດຈັກ 08 ຄັນ, ໂຮງສີເຂົ້າ 03 ເຄື່ອງ, ຈັກສູບນໍ້າ 10 ເຄື່ອງ, ເນື້ອທີ່ນາ ເສັຍຫາຍ 09 ເຮັກຕ້າ, ຊົລປະທານ ເປ່ເພ 01 ແຫ່ງ ແລະ ສັດລ້ຽງ ໂດຍຮວມມູນ ຄ່າການເສັຍຫາຍ ໃນເບື້ອງຕົ້ນ ປະມານ 01 ຕືີ້ກີບ.